ສປປ ເກົາຫລີ ເປີດນຳໃຊ້ໂຮງໝໍ-ໂຮງງານອຸດສາຫະກຳ ທ້ອງຖິ່ນ ຢູ່ນະຄອນນາມໂພ

02/01/2026 13:32
Email Print 83
KPL - Asean 2024 ໜ້າທີ່ໃນປີທີສອງ ຂອງນະໂຍບາຍ ການພັດທະນາທ້ອງຖິ່ນອັນຍິ່ງໃຫຍ່ ທີ່ໄດ້ຮັບການຕັດສິນ ແລະ ຊີ້ນຳຢ່າງເຂັ້ມ ງວດ ໂດຍສູນກາງພັກ ເພື່ອຫັນປ່ຽນ ທຸກນະຄອນ ແລະ ເມືອງໃນທົ່ວປະເທດ ໃຫ້ເປັນຈຸດສຸມ ລະດັບທ້ອງຖິ່ນຂອງ ລັດສັງຄົມນິຍົມ ຢ່າງມີຄວາມສົມດຸນ ແລະ ພ້ອມພຽງກັນນັ້ນ ໄດ້ຮັບການສະຫລຸບ ຢ່າງມີໄຊ ດ້ວຍການ ເປີດນຳໃຊ້ ໂຮງໝໍເມືອງ ລີຢົງກັງ ແລະ ບັນດາໂຮງງານອຸດ ສາຫະກຳທ້ອງຖິ່ນ.

ຂປລ.ສຳນັກຂ່າວສານ ສູນກາງເກົາຫລີ(KCNA) ໜ້າທີ່ໃນປີທີສອງ ຂອງນະໂຍບາຍ ການພັດທະນາທ້ອງຖິ່ນອັນຍິ່ງໃຫຍ່ ທີ່ໄດ້ຮັບການຕັດສິນ ແລະ ຊີ້ນຳຢ່າງເຂັ້ມງວດ ໂດຍສູນກາງພັກ ເພື່ອຫັນປ່ຽນ ທຸກນະຄອນ ແລະ ເມືອງໃນທົ່ວປະເທດ ໃຫ້ເປັນຈຸດສຸມ ລະດັບທ້ອງຖິ່ນ ຂອງລັດສັງຄົມນິຍົມ ຢ່າງມີຄວາມສົມດຸນ ແລະ ພ້ອມພຽງກັນນັ້ນ ໄດ້ຮັບການສະຫລຸບ ຢ່າງມີໄຊ ດ້ວຍການ ເປີດນຳໃຊ້ ໂຮງໝໍເມືອງ ລີຢົງກັງ ແລະ ບັນດາໂຮງງານອຸດ ສາຫະກຳ ທ້ອງຖິ່ນ. ຕາມນະໂຍບາຍ ການພັດທະນາ ທ້ອງຖິ່ນອັນຍິ່ງໃຫຍ່ ຂອງພັກແຮງງານເກົາຫລີ, ໃນປີ 2025 ກໍເຊັ່ນດຽວກັນ ກັບປີ ຜ່ານມາ, ພື້ນຖານການຜະລິດ ອຸດສາຫະກຳເບົາ ໄດ້ຖືກສ້າງຕັ້ງຂຶ້ນ ໃນ 20 ນະຄອນ, ເມືອງ ແລະ ໃນຫລາຍນະຄອນ ແລະ ເມືອງ ກໍໄດ້ມີການເປີດນຳໃຊ້ໂຮງໝໍ ທີ່ທັນສະໄໝ, ສູນບໍລິການລວມ ແລະ ຟາມລ້ຽງ ສັດນ້ຳທະເລ.ຄວາມເປັນຈິງ ອັນໜ້າພາກພູມໃຈນີ້ ໄດ້ຍົກສູງຍຸກສະໄໝ ແຫ່ງການປ່ຽນແປງ ອັນຍິ່ງໃຫຍ່ ດ້ວຍຜົນສຳເລັດຕົວຈິງ ແລະ ເປັນໝາກຜົນ ອັນລ້ຳຄ່າທີ່ເກີດ ຈາກແນວຄິດຖື ເອົາປະຊາຊົນເປັນກົກ ອັນສູງສົ່ງຂອງ ສະຫາຍ ກິມ ເຈິງ ອຸນ, ຊຶ່ງເປັນ ຜູ້ນຳ ທີ່ໄດ້ວາງ ການຮັບປະກັນຊີວິດ ການເປັນຢູ່ ທີ່ມີຄວາມສຸກທີ່ສຸດ ໃຫ້ແກ່ ປະຊາຊົນ ທົ່ວປະເທດ ເປັນພາລະກິດ ທາງປະ ຫວັດສາດ ທີ່ຕ້ອງເຮັດໃຫ້ສຳເລັດ ແລະ ໄດ້ນຳພາດ້ວຍການປະຕິບັດຕົວຈິງ ຢ່າງເຂັ້ມງວດ. ພິທີເປີດນຳໃຊ້ໂຮງໝໍເມືອງ ລີຢົງກັງ ແລະ ໂຮງງານອຸດສາຫະກຳທ້ອງຖິ່ນ ຢູ່ ນະຄອນ ນາມໂພ ໄດ້ຈັດຂຶ້ນ ຢ່າງສະຫງ່າຜ່າເຜີຍ ເມື່ອບໍ່ດົນມານີ້, ເພື່ອເປັນການອັດທ້າຍ ລະດູການ ແຫ່ງການສຳເລັດ ການກໍ່ສ້າງປະຈຳປີ 2025. ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ ພັກແຮງງານເກົາຫລີ, ປະທານ ກິດຈະ ການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ໄດ້ໃຫ້ກຽດເຂົ້າຮ່ວມ ໃນພິທີຄັ້ງນີ້. ຈາກນັ້ນ ບັນດາຜູ້ເຂົ້າຮ່ວມທັງໝົດ ໄດ້ສະແດງຄວາມເຄົາລົບ ຢ່າງສູງສຸດຕໍ່ ສະຫາຍ ກິມ ເຈິງ ອຸນ ມະຫາບຸລຸດ ແຫ່ງການສ້າງສັນທີ່ຍິ່ງໃຫຍ່ ຜູ້ທີ່ມີຄວາມຮັກອັນແຮງກ້າຕໍ່ປະຊາຊົນ ແລະ ໄດ້ສ້າງສັນຄວາມຈະເລີນຮຸ່ງເຮືອງ ໃຫ້ປາກົດຕົວ ຂຶ້ນເທິງແຜ່ນດິນນີ້ ໃນທຸກໆປີ. ບັນດາການ ນຳຂອງ ພັກ, ລັດຖະບານ ແລະ ອົງການກຳລັງ ປະກອບອາວຸດ, ພ້ອມດ້ວຍສະມາຊິກ ອົງການຊີ້ນຳ ສູນກາງພັກ, ພະນັກງານຈາກພາກສ່ວນ ທີ່ກ່ຽວຂ້ອງ, ພະນັກງານ ແລະ ຊາວຜູ້ອອກ ແຮງງານໃນ ນະຄອນ ນາມໂພ ແລະ ເມືອງ ລີຢົງກັງ, ນັກຮົບກໍ່ສ້າງ, ແລະ ພະນັກງານກຳມະກອນ ຂອງໂຮງໝໍ ແລະ ໂຮງງານ ໄດ້ເຂົ້າຮ່ວມໃນພິທີ. ໃນໂອກາດນີ້ ສະຫາຍ ລີ ອິນ ຮວັນ, ເລຂາທິການ ສູນກາງພັກ ແຮງງານ ເກົາຫລີ ໄດ້ກ່າວໄດ້ສະແດງ ຄວາມຍິນດີ ຢ່າງອົບອຸ່ນ ຕໍ່ປະຊາຊົນເມືອງ ລີຢົງກັງ ທີ່ໄດ້ຮັບການມອບໂຮງໝໍ ແລະ ໂຮງງານອຸດສາຫະກຳເບົາ ທີ່ທັນສະໄໝ. ໃນປີ 2025 ເຊິ່ງເປັນປີທຳອິດ ແຫ່ງການ ປະຕິວັດ ສາທາລະນະສຸກ ຍຸກໃໝ່ ແລະ ເປັນປີທີສອງ ແຫ່ງການຈັດຕັ້ງ ປະຕິບັດນະໂຍບາຍ "ການພັດທະນາທ້ອງຖິ່ນ 20×10" ແລະ ໄດ້ກ່າວຂອບໃຈ ຢ່າງສຸດຊຶ້ງຕໍ່ ບັນດາ ນາຍ ແລະ ພົນທະຫານ ກອງພັນໃຫຍ່ ກໍ່ສ້າງທ້ອງຖິ່ນ ສັງກັດກອງພົນໃຫຍ່ທີ 3 ທີ່ໄດ້ສ້າງຕັ້ງ ໂຄງການພັດທະນາ ທ້ອງຖິ່ນຕາມຄວາມມຸ່ງຫວັງຂອງພັກ ໃຫ້ສຳເລັດ ຢ່າງສົມບູນແບບ ແລະ ໄດ້ກ່າວ ເນັ້ນໜັກ ຕື່ມວ່າ ໝາກຜົນ ແຫ່ງການປ່ຽນແປງ ທີ່ເກີດຂຶ້ນ ແຕ່ເໜືອຮອດໃຕ້, ແຕ່ເຂດພູດອຍຮອດເຂດຊາຍຝັ່ງທະເລ ແມ່ນມາຈາກຄວາມທຸ່ມເທ ທັງກາຍ ແລະ ໃຈຂອງ ສະຫາຍ ກິມ ເຈິງ ອຸນ ຜູ້ທີ່ໄດ້ ຊີ້ນຳການຈັດຕັ້ງປະຕິບັດ ແຜນການກໍ່ສ້າງ ທີ່ກວ້າງຂວາງ ແລະ ເລິກເຊິ່ງ ກວ່າປີຜ່ານມາ. ສະຫາຍ ກິມ ເຈິງ ອຸນ ໄດ້ຕັດແຖບຜ້າ ເປີດນຳໃຊ້ ຢ່າງເປັນທາງການ. ສຽງໂຮຮ້ອງດ້ວຍຄວາມດີໃຈ ຢ່າງກຶກ ກ້ອງໄດ້ດັງຂຶ້ນ ເພື່ອສະແດງ ເຖິງຄວາມເຊື່ອໝັ້ນຢ່າງເດັດຂາດ ແລະ ຄວາມຮັກແພງຢ່າງສຸດຊຶ້ງຕໍ່ ສະຫາຍ ກິມ ເຈິງ ອຸນ ຜູ້ທີ່ໄດ້ສ້າງຊັບສົມບັດແຫ່ງຄວາມຈະເລີນຮຸ່ງເຮືອງ ໃຫ້ແກ່ທ້ອງຖິ່ນ ແລະ ຍັງໄດ້ມາຮ່ວມ ໃນພິທີເປີດນຳໃຊ້ ເພື່ອເພີ່ມພູນຄວາມສຸກ ໃຫ້ແກ່ ປະຊາຊົນ.ສະຫາຍ ກິມ ເຈິງ ອຸນ ໄດ້ກ່າວວ່າ ໂດຍຜ່ານຂະບວນການຈັດຕັ້ງປະຕິບັດ ນະໂຍບາຍ ການພັດທະນາ ທ້ອງຖິ່ນ ທີ່ໄດ້ຮັບ ການຂະຫຍາຍ ຕົວໃນປີນີ້ ເຊັ່ນ: ການກໍ່ສ້າງໂຮງໝໍ ທ້ອງຖິ່ນ ມາດຕະຖານໃນ ເມືອງ ຄັງດົງ, ນະຄອນ ຄູຊອງ ແລະ ເມືອງ ລີຢົງກັງ, ພວກເຮົາ ໄດ້ບັນລຸອີກບາດກ້າວໜຶ່ງ ໃນພາລະກິດ ອັນສັກສິດ ເພື່ອການປ່ຽນແປງ ຕົວຈິງຂອງ ທົ່ວປະເທດ. ສະຫາຍ ກິມ ເຈິງ ອຸນ ໄດ້ປະກາດ ຢ່າງພາກພູມໃຈວ່າ ປີ 2025 ຈະຖືກຈົດຈຳ ເປັນປີ ທາງປະຫວັດສາດ ທີ່ໄດ້ພິສູດໃຫ້ເຫັນເຖິງ ຄວາມຖືກ ຕ້ອງ ແລະ ພະລັງຊີວິດ ຂອງນະໂຍບາຍ ການພັດທະນາທ້ອງຖິ່ນ ຢ່າງຈະແຈ້ງທີ່ສຸດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL