ສ.ອາເມລິກາ ອະນຸມັດໃຫ້ຊໍາຊຸງນໍາເຂົ້າເຄື່ອງມືຜະລິດຊິບຈາກຈີນ

02/01/2026 12:48
Email Print 83
KPL - Asean 2024 ຊໍາຊຸງອີເລັກໂຕຣນິກ (Samsung Electronics) ບໍລິສັດເອເລັກໂຕຣນິກ ຊັ້ນນໍາລະດັບໂລກ ຈາກ ສ.ເກົາຫລີ ໄດ້ຮັບອະນຸມັດລາຍປີ ຈາກລັດຖະບານ ສ.ອາເມລິກາ ສຳລັບປີ 2026 ເພື່ອໃຫ້ນໍາເຂົ້າອຸປະກອນ ທີ່ໃຊ້ໃນການຜະລິດຊິບ ໄປຍັງໂຮງງານບໍລິສັດ ໃນປະເທດຈີນ.

ຂປລ. ສຳນັກຂ່າວ ອິນໂຟເຄວສ:​ ຊໍາຊຸງອີເລັກໂຕຣນິກ(Samsung Electronics) ບໍລິສັດເອເລັກໂຕຣນິກ ຊັ້ນນໍາລະດັບໂລກ ຈາກ ສ.ເກົາຫລີ ໄດ້ຮັບອະນຸມັດລາຍປີ ຈາກລັດຖະບານ ສ.ອາເມລິກາ ສຳລັບປີ 2026 ເພື່ອໃຫ້ນໍາເຂົ້າອຸປະກອນ ທີ່ໃຊ້ໃນການຜະລິດຊິບ ໄປຍັງໂຮງງານບໍລິສັດ ໃນປະເທດຈີນ.

ການອະນຸມັດດັ່ງກ່າວ ຊ່ວຍບັນເທົາແຮງກົດດັນ ໃຫ້ແກ່ບໍລິສັດ ສ.ເກົາຫລີ ໃນໄລຍະສັ້ນ ຫລັງຈາກທີ່ ສ.ອາເມລິກາ ຕັດສິນໃຈ ເມື່ອຕົ້ນປີນີ້ ໃນການຖອນສິດທິ ການໄດ້ຮັບການ ຍົກເວັ້ນ ໃບອະນຸຍາດ ໃຫ້ກັບບໍລິສັດເຕັກໂນໂລຊີບາງແຫ່ງ.

ໃນຂະນະທີ່ ລັດຖະບານ ສ.ອາເມລິກາ ເລີ່ມໃຊ້ລະບົບ ການອະນຸມັດ ໃບອະນຸຍາດ ເປັນລາຍປີ ສຳລັບການສົ່ງອອກເຄື່ອງມື ແລະ ອຸປະກອນທີ່ໃຊ້ໃນການ ຜະລິດຊິບ ໄປຍັງປະ ເທດຈີນ.

KPL