ຣັດເຊຍ ຄາດຜົນຜະລິດເຂົ້າ-ສາລີ ເພີ່ມຂຶ້ນ 10,6%

31/12/2025 15:21
Email Print 83
KPL - Asean 2024 ສາລີຂອງ ຣັດເຊຍ ໃນປີ 2025 ຈະມີປະລິມານສຸດທິຢູ່ທີ່ 91,4 ລ້ານໂຕນ, ເພີ່ມຂຶ້ນ 10,6% ເມື່ອທຽບລາຍປີ. ໃນນີ້ ຜົນຜະລິດເຂົ້າ ບາເລ ເພີ່ມຂຶ້ນ 18,3% ສູ່ລະດັບ 19,7 ລ້ານໂຕນ

ຂປລ.ສຳນັກງານສະຖິຕິ ຣັດເຊຍ ຄາດການວ່າ: ຜົນຜະລິດເຂົ້າ, ສາລີຂອງ ຣັດເຊຍ ໃນປີ 2025 ຈະມີປະລິມານສຸດທິຢູ່ທີ່ 91,4 ລ້ານໂຕນ, ​ເພີ່ມຂຶ້ນ 10,6% ເມື່ອທຽບ ລາຍປີ. ໃນນີ້ ຜົນຜະລິດເຂົ້າ ບາເລ ເພີ່ມຂຶ້ນ 18,3% ສູ່ລະດັບ 19,7 ລ້ານໂຕນ; ຜົນຜະລິດເຂົ້າ ໂອດເພີ່ມຂຶ້ນ 1 ໃນ 4 ກວມເອົາ 3,8 ລ້ານໂຕນ ແລະ ຜົນຜະລິດເຂົ້າຟ່າງ ເພີ່ມຂຶ້ນ 8,7% ເປັນ 3,5 ລ້ານໂຕນ, ຂະນະທີ່ ຜົນຜະລິດຖົ່ວ ພັລສ ເພີ່ມສູງຂຶ້ນ ເປັນປະຫວັດສາດເຖິງ 8 ລ້ານໂຕນ, ເພີ່ມຂຶ້ນ 50%.

ສ່ວນຜົນຜະລິດກະສິກຳ ປະເພດທັນຍາພືດ ແລະ ຖົ່ວພັລສ ທີ່ຄາດການໄວ້ ໂດຍລວມໃນປີ 2025 ມີປະລິມານສຸດທິ 139,4 ລ້ານໂຕນ ເມື່ອທຽບກັບ 125,9 ລ້ານໂຕນໃນປີ 2023. ຂະນະດຽວກັນ ຜົນຜະລິດມັນຝຣັ່ງ ໃນປີນີ້ ຢູ່ທີ 19,5 ລ້ານໂຕນ, ເພີ່ມຂຶ້ນ 9,4% ຈາກປີ 2023 , ສ່ວນຜົນຜະລິດໝາກໄມ້ ແລະ ເບີຣຣີ ລວມຢູ່ທີ 4,3 ລ້ານໂຕນ, ເພີ່ມຂຶ້ນ 8,1% ຈາກປີກາຍ.

KPL