ສປຈີນ ເປີດໃຊ້ອຸໂມງທາງດ່ວນຍາວທີສຸດໃນໂລກ
ຂປລ.ສຳນັກຂ່າວຊິນຮວາ ລາຍງານຈາກເມືອງ ອຸຣຸມຊີ ປະເທດ ຈີນ ເມື່ອບໍ່ດົນມານີ້ວ່າ: ອຸໂມງທຽນຊານ ເຊີ່ງລີ່ ຂອງທາງດ່ວນສາຍອຸຣຸມຊີ-ອະວິ້ຫລີ ໃນເຂດປົກຄອງຕົນເອງ ຊິນ ຈຽງອຸຍກູຣ ທາງຕາເວັນຕົກ ສຽ່ງເໜືອຂອງ ຈີນ ຊຶ່ງຈັດເປັນອຸໂມງທາງດ່ວນ ທີ່ມີຄວາມຍາວຫລາຍທີ່ສຸດ ໃນໂລກ ດ້ວຍຄວາມຍາວ 22,13 ກິໂລແມັດ, ເປີດໃຫ້ສັນຈອນ ຢ່າງເປັນທາງ ການ.
ອຸໂມງແຫ່ງນີ້ ລອດຜ່ານຕອນກາງ ຂອງພູທຽນຊານໃນຊິຈຽງ ຈະຊ່ວຍຫລຸດໄລຍະເວລາ ຂັບລົດຜ່ານພູຈາກຫລາຍຊົ່ວໂມງ ເຫລືອພຽງ 20 ນາທີ. ສ່ວນທາງດ່ວນສາຍ ອຸຣຸມ ຊີ-ອະວິ້ຫລີ ໝາຍເລກ ຈີ0711 ຊຶ່ງເປັນເສັ້ນທາງ ຄົມມະນາຄົມ ສາຍສຳຄັນ ທີ່ເຊື່ອມໂຍງກຸ່ມເມືອງ ທາງພາກເໜືອ ກັບພາກໃຕ້ຂອງ ຊິນຈຽນ ເລີ່ມຕົ້ນດຳເນີນງານ ໃນວັນດຽວກັນ.
ຂະນະທີ່ພູທຽນຊານ ມີຄວາມຍາວປະມານ 2.500 ກິໂລແມັດ ຄວບຄຸມພື້ນທີ່ ພາກກາງຂອງ ຊິນຈຽງແບ່ງແຍກ ອຸຣຸມຊີ ເມືອງໃຫຍ່ທີ່ສຸດ ທາງພາກເໜືອ ກັບຄູ່ເອີ່ຣເລີ່ເມືອງ ໃຫຍ່ ທີ່ສຸດທາງພາກໃຕ້.
ການເປີດໃຊ້ທາງດ່ວນສາຍ ອຸຣຸມຊີ-ອະວິ້ຫລີ ຄວາມຍາວ 324,7 ກິໂລແມັດ ຊ່ວຍຫລຸດໄລຍະເວລາ ການເດີນທາງລະຫວ່າງ ສອງເມືອງໃຫຍ່ນີ້ ຈາກ 7 ຊົ່ວໂມງ ເຫລືອປະມານ 3 ຊົ່ວໂມງ, ເພື່ອສົ່ງເສີມການລວມກຸມ ທາງເສດຖະກິດ ຂອງພື້ນທີ່ພາກເໜືອ ແລະ ພາກໃຕ້ຂອງ ຊິນຈຽງ ລວມເຖິງເປີດຊ່ອງທາງໃໝ່ ສຳລັບການແລກປ່ຽນ ກັບພາຍນອກ.
