ຍີ່ປຸ່ນ ອະນຸມັດງົບປະມານສູງສຸດເປັນປະຫວັດສາດ 122,3 ພັນຕື້ເຢນ

31/12/2025 15:21
Email Print 83
KPL - Asean 2024 ລັດຖະບານ ຍີ່ປຸ່ນ ອະນຸມັດງົບປະມານ ສູງສຸດເປັນປະຫວັດສາດ ສຳລັບປີງົບປະມານທີ່ຈະເຖິງນີ້ ເພື່ອໃຊ້ຈ່າຍໃນທຸກດ້ານ ຕັ້ງແຕ່ການໃຊ້ຈ່າຍດ້ານປ້ອງກັນປະເທດ

ຂປລ.ສຳນັກຂ່າວ ເອເອຟພີ ລາຍງານຈາກນະຄອນຫລວງ ໂຕກຽວ ປະເທດຍີ່ປຸ່ນວ່າ: ລັດຖະບານ ຍີ່ປຸ່ນ ອະນຸມັດງົບປະມານ ສູງສຸດເປັນປະຫວັດສາດ ສຳລັບປີງົບປະມານ ທີ່ຈະ ມາເຖິງນີ້ ເພື່ອໃຊ້ຈ່າຍໃນທຸກດ້ານ ຕັ້ງແຕ່ການໃຊ້ຈ່າຍ ດ້ານປ້ອງກັນປະເທດ ທີ່ເພີ່ມຂຶ້ນໄປຈົນເຖິງ ຄ່າໃຊ້ຈ່າຍດ້ານປະກັນສັງຄົມ ທີ່ເພີ່ມສູງຂຶ້ນ ເນື່ອງຈາກພາວະເງິນເຟີ້ ທີ່ຍາວນານ.

ງົບປະມານຈຳນວນ 122,3 ພັນຕື້ເຢນ ສຳລັບປີງົບປະມານ ທີ່ຈະເລີ່ມໃນເດືອນເມສາປີ 2026 , ຈະລວມງົບປະມານດ້ານ ປ້ອງກັນປະເທດ ປະມານ 9 ພັນຕື້ເຢນ, ໂດຍນາ ຍົກລັດຖະມົນຕີ ຊານາເອະ ທາຄາອິຈິ ຜູ້ນຳຍີ່ປຸ່ນ ຕັ້ງເປົ້າໝາຍ ທີ່ຈະເລັ່ງການຍົກລະດັບ ກອງທັບຍີ່ປຸ່ນ ຢ່າງຄວບຄຸມ ທ່າມກາງຄວາມສຳພັນກັບຈີນ ທີ່ຫລຸດລົງ.

ກະຊວງການຕ່າງປະເທດ ຍີ່ປຸ່ນ ທີ່ລະບຸໃນເອກະສານວ່າ ຍີ່ປຸ່ນ ຜະເຊີນກັບສະພາບແວດລ້ອມ ດ້ານຄວາມໝັ້ນຄົງ ທີ່ຮຸງແຮງ ແລະ ຊັບຊ້ອນທີ່ສຸດ ນັບຕັ້ງແຕ່ສິ້ນສຸດສົງຄາມ, ພ້ອມກັບເນັ້ນໜັກ ເຖິງຄວາມຈຳເປັນ ໃນການເສີມສ້າງຂີດຄວາມສາມາດ ດ້ານການປ້ອງກັນປະເທດ ໂດຍພື້ນຖານ.

KPL