ສສ ຫວຽດນາມ ເລີ່ມລົງມືກໍ່ສ້າງ 15 ໂຄງການດ້ວຍວົງເງິນ ລົງທຶນກວ່າ 2.300 ຕື້ດົ່ງ

29/12/2025 14:05
Email Print 83
KPL - Asean 2024 ເຂດພິເສດ ເວິນດົນ (ແຂວງ ກວາງນິງ)ຂອງ ສສ ຫວຽດນາມ ຈະເປີດນຳໃຊ້ ດ້ານເຕັກນິກ 3 ໂຄງການ ຄົມມະນາຄົມ ແລະ ສະໜອງນ້ຳປະປາ ດ້ວຍຍອດຈຳນວນເງິນລົງທຶນ ຫລາຍກວ່າ 850 ຕື້ດົ່ງ.

       ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 29 ທັນວານີ້, ເຂດພິເສດ ເວິນດົນ (ແຂວງ ກວາງນິງ)ຂອງ ສສ ຫວຽດນາມ ຈະເປີດນຳໃຊ້ ດ້ານເຕັກນິກ 3 ໂຄງການ ຄົມມະນາຄົມ ແລະ ສະ ໜອງນ້ຳປະປາ ດ້ວຍຍອດຈຳນວນເງິນລົງທຶນ ຫລາຍກວ່າ 850 ຕື້ດົ່ງ. ບັນດາໂຄງການລວມມີ: ຍົກລະດັບ ເສັ້ນທາງຕອນ ມິງເຈົາ-ກວານລ້ານ, ລະບົບນ້ຳປະປາຕາແສງ ງອກວື່ງ ແລະ ເສັ້ນທາງເຊື່ອມ ຕໍ່ຂົວ ເວິນດົນ 3 ໄປຍັງເຂດຕັ້ງຖີ່ນຖານຄົງທີ່ຄືນ ໃໝ່ ດ່ວານເກັດ.ໃນໂອກາດນີ້, ເຂດພິເສດ ເວິນດົນ ກໍ່ຈະເລີ່ມລົງມືກໍ່ສ້າງ 12 ໂຄງການໃໝ່ ໃນບັນດາຂົງເຂດ: ການສຶກສາ, ການຄ້າ-ການບໍລິການ, ຄົມມະນາຄົມ, ພື້ນຖານໂຄງລ່າງດ້ານເຕັກນິກ, ປັບ ແປງຕົວເມືອງ ດ້ວຍຍອດເງິນລົງທຶນກວ່າ 1.450 ຕື້ດົ່ງ. ບັນດາໂຄງການ ຈະປະກອບສ່ວນ ສ້າງສຳເລັດ ພື້ນຖານໂຄງລ່າງ ດ້ານເຕັກນິກ ເຂດພິເສດ ເວິນດົນ, ເປີດກວ້າງເຂດພັດທະນາ, ຊຸກຍູ້ການບໍລິ ການ, ທ່ອງທ່ຽວ, logistics, ມຸ່ງໄປເຖິງ ເປົ້າໝາຍສ້າງ ເວິນດົນ ໃຫ້ກາຍເປັນເຂດເສດຖະກິດລຸ້ນໃໝ່./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL