ສປ ຈີນ ມີມູນຄ່າການນໍາເຂົ້າ-ສົ່ງອອກດ້ານການຄ້າສິນຄ້າ-ການບໍລິການ ບັນລຸຫລາຍກວ່າ 4.418 ຕື້ຢວນ

29/12/2025 14:06
Email Print 83
KPL - Asean 2024 ອົງ​ການ​ຄຸ້ມ​ຄອງ ​ເງິນ​ຕາ​ຕ່າງ​ປະ​ເທດ​ ແຫ່ງ​ຊາດ​ຈີນ ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ: ເດືອນ​ພະ​ຈິກ ປີ2025, ມູນ​ຄ່າ​ ການນໍາ​ເຂົ້າ​-ສົ່ງ​ອອກ​ ດ້ານ​ການ​ຄ້າ​ ການ​ບໍ​ລິ​ການ ແລະ ສິນ​ຄ້າ​ສາ​ກົນ ​ບັນ​ລຸ​ເຖິງ 4.418 ຕື້ກວ່າຢວນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ອົງ​ການ​ຄຸ້ມ​ຄອງ ​ເງິນ​ຕາ​ຕ່າງ​ປະ​ເທດ​ ແຫ່ງ​ຊາດ​ຈີນ ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ: ເດືອນ​ພະ​ຈິກ ປີ2025, ມູນ​ຄ່າ​ ການນໍາ​ເຂົ້າ​-ສົ່ງ​ອອກ​ ດ້ານ​ການ​ຄ້າ​ ການ​ບໍ​ລິ​ການ ແລະ ສິນ​ຄ້າ​ສາ​ກົນ ​ບັນ​ລຸ​ເຖິງ 4.418 ຕື້ກວ່າຢວນ. ໃນ​ນັ້ນ, ການ​ສົ່ງ​ອອກ​ ສິນ​ຄ້າ ​ມີ​ເຖິງ 2.248 ຕື້ 400 ລ້ານຢວນ ແລະ ນຳ​ເຂົ້າ​ ສິນ​ຄ້າ​ມີ​ເຖິງ 1.593ຕື້ກວ່າຢວນ, ​ເຮັດ​ໃຫ້​ເກີນ​ດຸນ​ການ​ຄ້າ​ເຖິງ 654 ຕື້ກວ່າຢວນ; ສ່ວນ​ການ​ສົ່ງ​ອອກ ​ການ​ບໍ​ລິ​ການ​ມີ​ເຖິງ 246 ຕື້ກວ່າຢວນ ແລະ ນຳ​ເຂົ້າ​ການ​ບໍ​ລິ​ການ​ມີ​ເຖິງ 329 ຕື້ກວ່າຢວນ, ເຮັດ​ໃຫ້​ຂາດ​ດຸນ​ການ​ຄ້າ​ 83 ຕື້ກວ່າຢວນ.ຖ້າ​ຄິດ​ໄລ່​ເປັນ​ເງິນ​ໂດ​ລາສະຫະລັດ, ໃນ​ເດືອນ​ພະ​ຈິກປີ​ນີ້, ມູນຄ່າການນໍາເຂົ້າ-ສົ່ງອອກ ດ້ານການຄ້າສິນຄ້າແລະ ການບໍລິການ ຕາມຕາຕະລາງດຸນລາຍຮັບ-ລາຍຈ່າຍ ສາກົນຂອງ​ ສປ ຈີນ ​ບັນ​ລຸ​ເຖິງ 351 ຕື້​ກວ່າໂດ​ລາສະ ຫະລັດ, ໃນນັ້ນ ການ​ນຳ​ເຂົ້າ​​ບັນ​ລຸ​ເຖິງ 271 ຕື້​ກວ່າໂດ​ລາສະຫະລັດ, ​ເຮັດ​ໃຫ້​ເກີນ​ດຸນ ​ການ​ຄ້າ​ເຖິງ 80 ຕື້ກວ່າ​ໂດ​ລາສະຫະລັດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL