ສ ເກົາຫລີ ຍ້າຍທໍານຽບປະທານາທິບໍດີ ກັບຄືນສູ່ ຊົງວະແດ ຢ່າງເປັນທາງການ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ວັນທີ 29 ທັນວານີ້, ສ ເກົາຫລີ ໄດ້ສໍາເລັດການຍ້າຍສະຖານ ທີ່ທໍານຽບ ປະທານາທິບໍດີ ຢ່າງເປັນທາງການ ໂດຍໄດ້ຍ້າຍ ກັບຄືນສູ່ ຊົງວະແດ ອີກຄັ້ງ ພາຍຫລັງ ຖືກຍ້າຍໄປຢູ່ ບ່ອນໃໝ່ ເປັນເວລາ 3 ປີກັບ 7 ເດືອນ. ຈາກນັ້ນ, ທໍານຽບ ປະທານາທິບໍດີ ສ ເກົາຫລີ ໄດ້ປ່ຽນຊື່ເປັນ “ຊົງວະແດ” ອີກຄັ້ງ.ນັບແຕ່ປີ 1948 ເປັນຕົ້ນມາ, ຊົງວະແດ ເປັນທໍານຽບ ແລະ ສໍານັກງານ ເຮັດວຽກ ຂອງປະທານາທິບໍດີ ສ ເກົາຫລີ ມາໂດຍຕະຫລອດ. ພາຍຫລັງ ທ່ານ ຢຸນຊົກຢົນ ເຂົ້າດໍາລົງຕໍາແໜ່ງ ປະທານາທິບໍດີ ສ ເກົາຫລີ ໃນເດືອນພຶດສະພາປີ 2022 ເປັນຕົ້ນມາ ແລະ ໄດ້ຍ້າຍສະຖານທີ່ ເຮັດວຽກໄປຢູ່ທໍານຽບ ປະທານາທິບໍດີ ທີ່ສ້າງຂຶ້ນໃໝ່ ຢູ່ສໍານັກງານ ກະຊວງປ້ອງກັນປະເທດ ທີ່ນະຄອນຫລວງ ເຊອູນຂອງ ສ ເກົາຫລີ ແລະ ເປີດຊົງວະແດ ໃຫ້ປະຊາຊົນ ເຂົ້າຊົມ ແບບສາທາລະນະ. ພາຍຫລັງ ທ່ານ ລີແຈມຽງ ເຂົ້າດໍາລົງຕໍາແໜ່ງ ເປັນປະທານາທິບໍດີ ສ ເກົາຫລີ, ທ່ານ ໄດ້ປະກາດ ຍ້າຍທໍານຽບ ປະທານາທິບໍດີ ກັບຄືນສູ່ ຊົງວະແດ ອີກຄັ້ງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
