ບັນຍາກາດດີ, ບໍລິການດີ , ລູກຄ້າປະທັບໃຈ ຄືໝາກຫົວໃຈສໍາຄັນຂອງສວນອາເມຊີ້ງຕໍາແຊບ
![]()
ຂປລ.ໃກ້ທ້າຍອາທິດແລ້ວ, ທ່ານມີບ່ອນໄປຖ່າຍຮູບຫລິ້ນງາມໆແລ້ວບໍ່?, ຖ້າຍັງບໍ່ມີບ່ອນໄປ ຫລື ບໍ່ຮູ້ຈະໄປຫລິ້ນໃສ. ມື້ນີ້, ຄໍລໍາ “ສົ່ງເສີມທຸລະກິດ” ໜັງສືພິມປະເທດລາວ ຈະພາບັນດາທ່ານ ມາສໍາຜັດກັບຄວາມງາມ ຂອງທໍາມະຊາດ ຈາກດອກໄມ້ຫລາກຫລາຍສີສັນ ໃນສວນອາເມຊີ້ງຕໍາແຊບ ຢູ່ບ້ານໜອງສອງຫ້ອງ ເມືອງໄຊທານີ ນະຄອນຫລວງວຽງຈັນ ບອກໄດ້ເລີຍວ່າ ມາບ່ອນດຽວທ່ານຈະໄດ້ຄວາມປະທັບໃຈແນ່ນອນ ທີ່ເວົ້າມານີ້ ຜູ້ຂຽນເອງໄດ້ໄປສໍາຜັດມາແລ້ວບອກເລີຍປະທັບໃຈຫລາຍ ເນື່ອງຈາກສວນແຫ່ງນີ້ ມີຈຸດທີ່ຖ່າຍຮູບທີ່ສວຍງາມໄວ້ຄອຍບໍລິການໃນລາຄາທີ່ບໍ່ແພງແຕ່ຈະໄດ້ຄວາມຮູ້ສຶກຄືໄປຫລີ້ນຕ່າງປະເທດເລີຍເວລາຖ່າຍຮູບອອກມາ. ນອກນີ້, ພາຍໃນຮ້ານ ຍັງມີອາຫານຫລາກຫລາຍລາຍການໄວ້ບໍລິການ ເປັນຕົ້ນອາຫານທີ່ຂຶ້ນຊື່ຂອງຮ້ານຕ້ອງຕໍາອາເມຊີ້ງ ຄືຕໍາທີ່ລວມເຄື່ອງຄຽງນານາຊະນິດແຕ່ບອກໄດ້ເລີຍວ່າແຊບຫລາຍ, ນອກນີ້ຍັງ ເຂົ້າຜັດ, ປາລາດພິກ, ຍໍາສະຫລັດ,ຍຳທະເລ, ຕົ້ນຍ້ຳກຸ້ງ, ປາໜຶ້ງໝາກນາວ,ຈືນດູກຂ້າງໝູ, ພິດຊ້າ ແລະ ອື່ນໆອີກຫລາຍລາຍການ. ພ້ອມນັ້ນ,ໃນຕອນແລງ ກໍມີບໍລິການບຸບເຟ້ ໃນລາຄາພຽງ 119.000 ກີບຕໍ່ຄົນ ຕື່ມອີກ.
![]()
ທ່ານ ເຄນ ໄກຫາລາດ ເຈົ້າຂອງສວນ ອາເມຊີ້ງຕໍາແຊບ ໃຫ້ຮູ້ວ່າ: ກ່ອນຈະມາເຮັດສວນອາເມຊີ້ງຕໍາແຊບ ຕົນເອງໄດ້ເຮັດຫລາຍອາຊີບຜ່ານມາແລ້ວ ແລະ ແຕ່ລະອາຊີບ ກໍບໍ່ປະສົບຜົນສໍາເລັດ ຍ້ອນຂາດປະສົບການເຮັດໃຫ້ລົ້ມລຸກຄຸກຄານມາຫລາຍເທື່ອ ຈົນເກີດແນວຄິດທໍ້ຖອຍ, ແຕ່ຍ້ອນຄິດເຫັນຄົນໃນຄອບຄົວຈຶ່ງມີກໍາລັງໃຈລຸກຂຶ້ນສູ້ອີກຄັ້ງໜຶ່ງ ແລະ ໄດ້ຕັດສິນໃຈມາບຸກເບີດເນື້ອທີ່ດິນກວ່າ 1 ເຮັກຕາ ເປີດສວຍອາຫານແຫ່ງນີ້ຂຶ້ນ ເຊິ່ງໃນເບື້ອງຕົ້ນ ຕົນເອງເງິນທຶນກໍບໍ່ຫລາຍຈຶ່ງໄດ້ລົງມືເຮັດເອງໃນຫລາຍໆຂັ້ນຕອນ ຈົນໄດ້ມາເປີດ ສວນອາຫານໃນຮູບແບບການທ່ອງ ທ່ຽວ ໃນປີ 2019 ໂດຍໃສ່ຊື່ວ່າ: “ສວນອາເມຊີ້ງຕໍາແຊບ” ເຊິ່ງມີຄວາມໝາຍວ່າ ຢາກໃຫ້ຮ້ານມີຄວາມສວຍງາມ ແລະ ມີຄວາມແປກໃໝ່, ຍິ່ງໃຫຍ່ຂຶ້ນເລື້ອຍໆ ເຖິງວ່າຕອນນີ້ ຈະຍັງບໍ່ຮອດເປົ້າໝາຍກໍຕາມ ແຕ່ກໍໄດ້ປັບປຸງພັດທະນາມາເລື້ອຍໆ ເພື່ອສ້າງສີສັນໃໝ່ ແລະ ສ້າງຄວາມປະທັບໃຈໃຫ້ລູກຄ້າ. ແນວໃດກໍດີ, ປີນີ້ຮ້ານເຮົາກໍກ້າວເຂົ້າປີທີ 6 ແລ້ວ ເຊິ່ງເຫັນວ່າລູກຄ້າໃຫ້ຜົນຕອບຮັບດີຫລາຍ ເຊິ່ງໃນແຕ່ລະມື້ຈະມີລູກຄ້າເຂົ້າມາໃຊ້ບໍລິການ ປະມານ 100 ກວ່າຄົນຕໍ່ມື້, ຖ້າໄລຍະມີເທສະການ ຫລື ວັນເສົາ, ອາທິດແມ່ນປະມານ 1.000 ຄົນ/ມື້, ສະເພາະເຂົ້າຊົມສວນດອກໄມ້ກໍປະມານ 500 ຄົນ/ມື້, ບາງຄົນກໍມາຊົມສວນດອກໄມ້ຖ່າຍຮູບຫລິ້ນ,ບາງຄົນມາຮັບປະທານອາຫານພຽງຢ່າງດຽວ ກໍມີ. ໂດຍສວນດອກໄມ້ ປີນີ້ແມ່ນຈະເນັ້ນປູກດອກດາວກະຈາຍ ແລະ ດອກດາວເຮືອງ ເຊິ່ງປັດຈຸບັນ ກໍາລັງບັ່ງບານອອກດອກສວຍງາມເໝາະແກ່ການມາຖ່າຍຮູບຫລິ້ນ ໂດຍລາຄາເຂົ້າຊົມສໍາລັບຜູ້ໃຫຍ່ 30.000ກີນ,ເດັກນ້ອຍ 20.000 ກີບ (ຜູ້ເຖົ້າແລະ ເດັກນ້ອຍໆແມ່ນເຂົ້າຊົມໂດຍບໍ່ເສຍຄ່າ). ສ່ວນອາຫານ ກໍຈະມີຫລາກຫລາຍລາຍການໄວ້ໃຫ້ລູກຄ້າໄດ້ເລືອກ ເປັນຕົ້ນ ຕຳອາເມຊີ້ງ,ພິດຊ້າ,ປາໜຶ້ງໝາກນາວ,ປາລາດພິກ, ຈືນດູກຂ້າງ,ປະເພດຍຳ, ເຂົ້າຜັດ, ແລະ ອື່ນໆອີກຫລາຍຢ່າງເຊິ່ງແຕ່ລະຢ່າງລ້ວນແຕ່ມີລົດຊາດທີ່ແຊບຊ້ອຍ ເນື່ອງຈາກວ່າອາຫານແຕ່ລະເຍື່ອງໄດ້ຄັດສັນວັດຖຸດິບທີ່ດີ, ສົດໃໝ່ໃນແຕ່ລະມື້ ແລະ ທີ່ສຳຄັນລາຄາກໍບໍ່ແພງ. ຍັງບໍ່ພໍເທົ່ານີ້ ທາງຮ້ານເຮົາຍັງ ບໍລິການບຸບເຟ້ຊີ້ນດາດ ໃນລາຄາ 119.000 ກີບຕໍ່ຄົນເລີ່ມເປີດເວລາ 16:00 ເປັນຕົ້ນໄປສຳລັບບຸບເຟ້. ນອກນັ້ນທາງຮ້ານຍັງມີບ່ອນຫລິ້ນສຳລັບເດັກນ້ອຍນຳອີກ.
![]()
ທ່ານ ເຄນ ເວົ້າເສີມວ່າ: ມາຮອດປັດຈຸບັນ ສາມາດເວົ້າໄດ້ວ່າ ຮ້ານເຮົາ ກໍເປັນຮ້ານໜຶ່ງທີ່ສາມາດປະກອບ ສ່ວນໃນການສ້າງວຽກເຮັດງານທໍາໃຫ້ປະຊາຊົນອ້ອມຂ້າງ ໄດ້ຢ່າງຫລວງຫລາຍ ບໍ່ວ່າຈະເປັນພະນັກງານປະຈໍາພາຍໃນຮ້ານກວ່າ 30 ຄົນ ແລະ ການຮັບຊື້ວັດຖຸດິບຈາກປະຊາຊົນທີ່ນໍາມາຂາຍໃຫ້ອີກດ້ວຍ.ສຳລັບແຜນພັດທະນາໃນຕໍ່ໜ້າ ຈະເຮັດເຮືອນພັກໂຮມສະເຕ ແລະ ກໍຈະມີການປັບປຸງຕົບແຕ່ງສວນໃຫ້ມີສິ່ງແປກໃໝ່ຢູ່ຕະຫລອດ. ສະນັ້ນ, ຈຶ່ງຢາກເຊີນຊວນລູກຄ້າ ທີ່ໄດ້ກາຍໄປກາຍມາ ກໍສາມາດແວ່ເຂົ້າມາທ່ຽວຊົມສວນດອກໄມ້,ກິນອາຫານແຊບໆໄດ້ ຢູ່ທີ່ສວນອາເມຊີ້ງຕຳແຊບ ໄດ້ ໂດຍຮ້ານຕັ້ງຢູ່ບ້ານ ໜອງສອງຫ້ອງ, ເມືອງໄຊທານີ ,ນະຄອນຫລວງວຽງຈັນ ເປີດເວລາ 9:00- 21:30 ໂມງ ຫລື ໄດ້ມາແລ້ວບໍ່ຮູ້ຮ້ານກໍຕິດຕໍ່ສອບຖາມລາຍລະອຽດໄດ້ທີ່ເບີ 020 56056889 ຫລື ເບິ່ງຂໍ້ມູນເພີ່ມເຕີມໄດ້ທີ່ເຟສບຸກ ສວນອາເມຊີ້ງຕໍາແຊບ.
![]()
ໂດຍ:ມາລີດາ
