ເອົາໃຈໃສ່ຄຸ້ມຄອງປົກປັກຮັກສາເສັ້ນຊາຍເເດນຂອງປະເທດຊາດ ໃຫ້ມີຄວາມໝັ້ນຄົງ
![]()
ຂປລ. ເຫລົ່າຮົບກຳລັງທະຫານຊາຍແດນ ແມ່ນເຫລົ່າຮົບໜຶ່ງທີ່ສໍາຄັນໃນຖັນເເຖວກຳລັງຂອງກອງທັບ ເປັນກຳລັງຢູ່ເສັ້ນຂະໜານໜ້າຂອງປະເທດຊາດ ມີພາລະບົດບາດ, ໜ້າທີ່ຄຸ້ມຄອງປົກປັກຮັກສາເສັ້ນຊາຍແດນ, ຄຸ້ມຄອງຫລັກໝາຍຊາຍແດນ ແລະ ເຄື່ອນໄຫວລາດຕະເວນຕາມບໍລິເວນຊາຍເເດນ ໃຫ້ມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບ.
ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນ ໄດ້ໃຫ້ສຳພາດວ່າ: ນັບເເຕ່ເຫລົ່າຮົບທະຫານຊາຍເເດນ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ຕຸລາ 2012 ແລະ ໄດ້ຮັບການປະກາດສ້າງຕັ້ງເປັນກອງບັນຊາການທະຫານຊາຍແດນ ໃນວັນທີ 29 ພະຈິກ 2024 ຕາມດໍາລັດຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 378/ນຍ, ລົງວັນທີ 25 ທັນວາ 2023, ຕະຫລອດໄລຍະ 13 ປີ ຜ່ານມາ ຄະນະກົມທະຫານຊາຍແດນໃນເມື່ອກ່ອນ ກໍຄື ຄະນະກອງບັນຊາການທະຫານຊາຍແດນໃນປັດຈຸບັນ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳກໍາລັງທະຫານຊາຍແດນໃນທົ່ວປະເທດ ໂດຍປະສານສົມທົບກັບກອງບັນຊາການທະຫານນະຄອນຫລວງ ແລະ ກອງບັນຊາການທະຫານແຂວງ ເຮັດໃຫ້ກຳລັງທະຫານຊາຍແດນ ໄດ້ຮັບການປັບປຸງ ເເລະ ມີຄວາມເຕີບໃຫຍ່ເຂັ້ມແຂງຮັກສາໄດ້ອໍານາດ ອະທິປະໄຕ ແລະ ຄຸ້ມຄອງປົກປັກຮັກສາເສັ້ນຊາຍແດນຂອງປະເທດຊາດໄວ້ໄດ້ຢ່າງໝັ້ນຄົງ.
![]()
ສະຫາຍຍັງໃຫ້ຮູ້ວ່າຕື່ມວ່າ: ສໍາລັບແຜນການໃນຕໍ່ໜ້ານີ້ ຄະນະພັກ-ຄະນະບັນຊາກອງບັນຊາການທະຫານຊາຍເເດນ ຈະໄດ້ສືບຕໍ່ປັບປຸງກໍ່ສ້າງກຳລັງທະຫານຊາຍແດນໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ໂດຍ ປິ່ນອ້ອມຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເປັນຕົ້ນເເມ່ນ ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບໃນກໍາລັງທະຫານຊາຍແດນ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີ, ມີຄວາມອົດທົນເຄື່ອນໄຫວເຮັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ, ເອົາໃຈໃສ່ຈັດຕັ້ງອົບຮົມຫັດແອບສິລະປະຍຸດ-ຍຸດທະວິທີ ແລະ ວິຊາສະເພາະປ້ອງກັນຊາຍແດນ ໃຫ້ມີຄວາມສຳນິຊຳນານຕິດພັນກັບການປັບປຸງລະບຽບແບບແຜນ, ປະຕິບັດບັນດາຂໍ້ກຳນົດກົດລະບຽບຂອງກອງກັບ ໂດຍສະເພາະແຜນການຈັດຕັ້ງປະຕິບັດ 7 ລະບອບ 18 ວຽກຂອງກອງທັບໃຫ້ໄດ້ຮັບຜົນດີ ໄປພ້ອມໆກັບການເອົາໃຈໃສ່ວຽກກໍ່ສ້າງຮາກຖານການເມືອງ ຢູ່ບັນດາບ້ານ, ຕິດພັນວຽກງານສືບຂ່າວ, ເກັບກໍາຂ່າວຕາມຂອບເຂດບໍລິເວນຊາຍແດນ ເພື່ອເປັນຂໍ້ມູນໃນການກຽມພ້ອມແກ້ໄຂກໍລະນີຕ່າງໆ ທີ່ອາດຈະເກີດຂຶ້ນຕາມບໍລິເວນຊາຍແດນໃຫ້ທັນເວລາ.
![]()
ເນື່ອງໃນໂອກາດທີ່ທົ່ວພັກ,ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ຫາກໍສຳເລັດການສະເຫລີມສະຫລອງວັນສໍາຄັນຕ່າງໆຂອງຊາດ, ຂອງພັກໃນປີ 2025 ນີ້ ເວົ້າລວມ, ເວົ້າສະເພາະແມ່ນວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຍັງໄດ້ສະເເດງທັດສະນະຄວາມຮູ້ສຶກເອກອ້າງທະນົງໃຈຂອງຕົນວ່າ: ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ເປັນວັນທີ່ມີຄວາມໝາຍຄວາມສໍາຄັນທາງປະຫວັດສາດຂອງຊາດ, ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ຂອງຊາດລາວ ເຊິ່ງກ່ອນໜ້ານີ້ປະເທດລາວຂອງພວກເຮົາ ໄດ້ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວ ທັງແບບເກົ່າ ແລະ ແບບໃໝ່ມາຫລາຍປີ, ປະຊາຊົນລາວບັນດາເຜົ່າຖືກກົດຂີ່ຂົ່ມເຫັງ, ຂາດອິດສະລະພາບ, ບໍ່ມີສິດເປັນເຈົ້າຂອງປະເທດຊາດ, ແຕ່ຍ້ອນນໍ້າໃຈຮັກຊາດຄຽດແຄ້ນຕໍ່ຈັກກະພັດຜູ້ຮຸກຮານ, ປະຊາຊົນລາວບັນດາເຜົ່າ ຈຶ່ງໄດ້ສາມັກຄີກັນລຸກຮືຂຶ້ນຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານຢ່າງພິລະອາດຫານໂດຍພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບໄຊຊະນະເປັນກ້າວໆມາຈົນສາມາດປົດປ່ອຍປະທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
![]()
ຕະຫລອດໄລຍະ 50 ປີຜ່ານມາ ພັກໄດ້ນຳພາປວງຊົນລາວທັງຊາດປະຕິບັດ 2 ໜ້າທີ່ຍຸດທະຍາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພວກເຮົາຮູ້ສຶກເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ເຫັນວ່າຕະຫລອດ 50 ປີຜ່ານມາ ປະເທດຊາດຂອງພວກເຮົາໄດ້ຮັບການພັດທະນາມີຄວາມຈະເລີນກ້າວໜ້າ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມາດຮັບປະກັນປະເທດຊາດມີຄວາມສະຫງົບປອດໄພສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດໄດ້ຮັບການປັບປຸງດີຂຶ້ນ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຍັງໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານເຫລົ່າຮົບກໍາລັງທະຫານຊາຍແດນ ອວຍພອນໄຊອັນປະເສີດ ມາຍັງການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລານາໄມສົມບູນ ສືບຕໍ່ນໍາພາ-ຊີ້ນຳປະເທດຊາດໃຫ້ຈະເລີນສີວິໄລ ແລະ ຊີ້ນໍາກອງທັບປະຊາຊົນລາວພວກເຮົາ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຍິ່ງ, ຂໍອວຍພອນໄຊ ມາຍັງພະນັກງານນາຍ ເເລະ ພົນທະຫານ-ພົນຕໍາຫລວດ, ຕະຫລອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ພ້ອມກັນປະກອບສ່ວນເຂົ້າໃນການປົກປົກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.
ໂດຍ: ຮທ ນາງ ສຸກສາຄອນ ພົງໄຊຜົນ
