ນາງ ສຸກັນຍາ ບຸນມີໄຊ ຄວ້າມົງກຸດ ນາງ ສາວໝາກກ້ຽງຫວານ ປະຈໍາປີ 2025
![]()
ຂປລ. ການປະກວດນາງສາວໝາກກ້ຽງຫວານ ໃນງານເທສະການໝາກກ້ຽງຫວານ ປະຈໍາປີ 2025 ໄດ້ຈັດຂຶ້ນໃນຄໍ່າຄືນວັນທີ 15 ທັນວາ 2025 ທີ່ຜ່ານມາ, ຢູ່ທີ່ສະໜາມກິລາເຈົ້າລາດຊະວົງ ເມືອງວິລະບູລີ ແຂວງສະຫວັນນະເຂດ ມີ 17 ນາງສາວເຂົ້າປະກວດທີ່ເປັນຕົວແທນໃຫ້ແກ່ກົມກອງ, ບໍລິສັດ, ຫ້າງຮ້ານ ແລະ ບ້ານພາຍໃນເມືອງວິລະບູລີ. ເຊິ່ງໃນການປະກວດນາງສາວໝາກກ້ຽງຫວານ ນ້ອງນາງສາວແຕ່ລະຄົນຕ່າງກໍສະແດງຄວາມສາມາດຂອງຕົນອອກມາໃຫ້ຄະນະກຳມະການ ແລະ ກອງເຊຍໄດ້ເຫັນ ບໍ່ວ່າຈະເປັນຄວາມງົດງາມອ່ອນນ້ອມ, ຄວາມສາມາດດ້ານຕ່າງໆ, ຜ່ານການແຂ່ງຂັນປະກວດນາງສາວໝາກກ້ຽງຫວານ ຜົນປະກົດວ່າ ນາງ ສຸກັນຍາ ບຸນມີໄຊ ຈາກຮ້ານອາຫານວິລະບູລີແດນງາມ ສາມາດຄວ້າລາງວັນຊະນະເລີດໄປຄອງ ໄດ້ຮັບເງິນສົດ 8 ລ້ານກີບ ພ້ອມສາຍສະພາຍ ແລະ ມົງກຸດ, ຮອງອັນດັບ 1 ນາງ ດອນລີ້ ບຸນນາລົມ ຈາກບໍລິສັດ ເວດທະສິນ ກໍ່ສ້າງຄົບວົງຈອນ ຈໍາກັດ ໄດ້ຮັບເງິນລາງວັນ 6 ລ້ານກີບ ພ້ອມສາຍສະພາຍ. ຮອງອັນດັບ 2 ນາງ ເຈນນີ້ ພະໄຊສົມບັດ ຈາກຮ້ານໜັດດາຜ້າໄໝ ໄດ້ຮັບເງິນລາງວັນ 4 ລ້ານກີບ ພ້ອມສາຍສະພາຍ ແລະ ໄດ້ຮັບລາງວັນຂວັນໃຈມິດຕະພາບ, ຮອງອັນດັບ 3 ນາງ ສຸກສາຄອນ ໄຊຍະສອນ ຈາກເຮືອນພັກຂັນເພັດນໍາໂຊກ ໄດ້ຮັບເງິນລາງວັນ 3 ລ້ານກີບ ພ້ອມສາຍສະພາຍ, ຮອງອັນດັບ 4 ນາງຈາຊິນ ເພົາພິລານະທູລາດ ຈາກບໍລິສັດ Tk ຈະເລີນຈຳກັດໄດ້ຮັບເງິນລາງວັນ 2 ລ້ານກີບ ພ້ອມສາຍສະພາຍ.
![]()
ໃນໂອກາດເຂົ້າຮ່ວມການ ທ່ານ ກັນຫາ ໄຊຍະສານ ຫົວໜ້າຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວເມືອງໃຫ້ຮູ້ວ່າ: ປະຫວັດຄວາມເປັນມາ ຂອງງານເທສະການໝາກກ້ຽງຫວານ ທີ່ໄດ້ປະຕິບັດກັນມາ ໃນແຕ່ລະປີ ເຊິ່ງໃນປີນີ້ ແມ່ນຈັດຂຶ້ນໃນວັນທີ 15-17 ທັນວາ 2025 ໂດຍພາຍໃນງານມີກິດຈະກໍາຫລາຍຢ່າງ ເປັນຕົ້ນ: ການປະກວດໝາກກ້ຽງຫວານ, ປະກວດນາງສາວໝາກກ້ຽງຫວານ, ການວາງສະແດງສິນຄ້າ, ຕະຫລາດນັດ, ການສະແດງສິລະປະວັນນະຄະດີ ແລະ ແຂ່ງຂັນກິລາບານສົ່ງຊາຍ-ຍິງ ເຊິ່ງຈຸດປະສົງຂອງງານເພື່ອສ້າງໂອກາດໃຫ້ບັນດາຄອບຄົວຊາວກະສິກອນ ລວມເຖິງກຸ່ມການຜະລິດປູກໝາກກ້ຽງ ເຂົ້າເຖິງການຕະຫລາດ, ເປັນການໂຄສະນາຜະລິດຕະພັນໝາກກ້ຽງທີ່ມີພາຍໃນເມືອງອອກສູ່ພາຍນອກ. ພ້ອມດຽວກັນນັ້ນ, ເປັນການສົ່ງເສີມວຽກງານການທ່ອງທ່ຽວຕິດພັນກັບການຜະ ລິດກະສິກໍາ ແລະ ເປັນການຜັນຂະຫຍາຍແຜນເສດຖະກິດ-ສັງຄົມ ຄັ້ງທີ 6 ຂອງເມືອງວິລະບູລີ ຕໍ່ກັບວຽກງານການ ທ່ອງທ່ຽວໃນຊຸມປີຕໍ່ໜ້າ.
![]()
