ປະທານສະພາແຫ່ງຊາດ ພົບປະກັບປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ
ຂປລ. ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບສະຫາຍ ຫວັງ ຮູ້ ໜິງ ກຳມະການປະຈໍາກົມການເມືອງສູນກາງພັກ, ປະທານສະພາທ່ີປຶກສາການເມືອງທ່ົວປະເທດຈີນ ໃນວັນທີ 2 ທັນວາ 2025 ນີ້, ໃນໂອກາດນໍາພາຄະນະຜູ້ແທນ ຂັ້ນສູງພັກ-ລັດ ແຫ່ງ ສປ ຈີນ ມາເຂ້ົາຮ່ວມການສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ.
ໃນການພົບປະ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມພິທີດັ່ງກ່າວຂອງສະຫາຍ ຫວັງ ຮູ້ ໜິງ ພ້ອມດ້ວຍຄະນະຊຶ່ງເປັນການໃຫ້ຄວາມສໍາຄັນ, ກໍາລັງໃຈອັນແຮງກ້າ ແລະ ເປັນການສະໜັບສະໜູນ ສປປ ລາວ ທັງເປັນການປະກອບສ່ວນອັນສໍາຄັນເຂ້ົາໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ກໍຄື ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ- ລາວ ໃຫ້ນັບມື້ນັບເປັນຮູບປະທໍາຍິ່ງໆຂຶ້ນພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດອັນໃຫຍ່ຫລວງຮອບດ້ານທ່ີປະຊາຊົນຈີນອ້າຍນ້ອງຍາດມາໄດ້ ພາຍໃຕ້ການນໍາພາອັນເດັດດ່ຽວໜຽວແໜ້ນຂອງພັກກອມມູນິດຈີນ ອັນມີສະຫາຍເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນຜິງ ເປັນ ແກນກາງ ໂດຍສະເພາະຜົນສໍາເລັດ ໃນພາລະກິດສ້າງສາພັດທະນາສັງຄົມນິຍົມຕາມສີສັນພິເສດຂອງຈີນ;ບັນດາຂໍ້ລິເລີ່ມຕ່າງໆຂອງ ສປ ຈີນ ເປັນຕ້ົນຂ້ໍລິເລ່ີມ “ໜ່ຶງແລວ ໜ່ຶເສັ້ນທາງ” ແລະ ຂ້ໍລິເລ່ີມວ່າດ້ວຍ “ຄວາມໝັ້ນຄົງໃນທົ່ວໂລກ” ຊຶ່ງໄດ້ຮັບການຕອບຮັບຢ່າງກວ້າງຂວາງ ຈາກນາໆປະເທດໃນທົ່ວໂລກເຮັດໃຫ້ ສປ ຈີນ ມີບົດບາດ ແລະ ອິດທິພົນສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ພ້ອມນ້ີ, ສະຫາຍ ໄຊສົມພອນ ພົມວິຫານ ຍັງໄດ້ແຈ້ງໃຫ້ຝ່າຍຈີນຊາບກ່ຽວກັບສະພາບພົ້ນເດັ່ນຂອງ ສປປ ລາວ ໃນໄລຍະຫລັງມານີ້ ໂດຍສະເພາະຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອ ທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ແຈ້ງໃຫ້ຊາບກ່ຽວກັບການກະກຽມການເລືອກຕັ້ງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ຊຸດທີ V ໃນຕົ້ນປີ 2026.
ສອງຝ່າຍໄດ້ເປັນເອກະພາບກັນ ຕີລາຄາສູງທີ່ເຫັນວ່າການພົວພັນຮ່ວມມືລະຫວ່າງສອງປະເທດ ໄດ້ຮັບການເສີມຂະຫຍາຍເປັນຢ່າງດີມາໂດຍຕະຫລອດທັງທາງດ້ານການເມືອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການຕ່າງປະເທດ, ການພັດທະນາຊັບພະຍາກອນມະນຸດ, ເສດຖະກິດ, ການຄ້າ, ການລົງທຶນ, ການຄົມມະນາຄົມຂົນສົ່ງ, ການທ່ອງທ່ຽວ ແລະ ວັດທະນະທໍາ. ພິເສດ, ເສັ້ນທາງລົດໄຟລາວ- ຈີນ ເປີດນໍາໃຊ້ມາເປັນເວລາ 4 ປີ ລ້ວນໄດ້ສ້າງຜົນປະໂຫຍດອັນໃຫຍ່ຫລວງຕໍ່ການພັດທະນາເສດຖະກິດ - ສັງຄົມຂອງ ສປປ ລາວ, ໄດ້ປ່ຽນປະເທດລາວ ຈາກປະເທດບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມຈອດ - ເຊື່ອມໂຍງທ່ີແທ້ຈິງ. ສອງຝ່າຍໄດ້ຕີລາຄາສູງ ຕ່ໍການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ສອງອົງການນິຕິບັນຍັດໃນໄລຍະຜ່ານມາ ແລະ ເຫັນດີສືບຕໍ່ຊຸກຍູ້ເສີມຂະຫຍາຍ ການພົວພັນຮ່ວມມືອັນເປັນມູນເຊື້ອ ໃນຂົງເຂດຕ່າງໆ ລະຫວ່າງ ສປປ ລາວແລະສປ ຈີນ ໃນຕໍ່ໜ້າໃຫ້ເປັນຮູບປະທໍາ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນຍິ່ງໆຂຶ້ນ.
ໃນໂອກາດດຽວກັນນີ້, ສະຫາຍ ຫວັງ ຮູ້ ໜິງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງສະຫາຍ ໄຊສົມພອນ ພົມວິຫານ ພ້ອມດ້ວຍຄະນະ, ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດທີ່ປະຊາຊົນລາວ ຍາດມາໄດ້ໃນການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ຕະຫລອດໄລຍະຜ່ານມາ, ສະແດງຄວາມຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດການເຄື່ອນໄຫວຂອງສະພາແຫ່ງຊາດ ຊຸດທີ IX ແລະ ອວຍພອນໃຫ້ສະພາແຫ່ງຊາດລາວ ປະສົບຜົນສໍາເລັດໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດ ທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ທີ່ຈະມີຂຶ້ນໃນອະນາຄົດອັນໃກ້ໆນີ້.
ພາບ: ທະນູທອງ
