ເອຢິບ ເພີ່ມທະວີການຊ່ວຍເຫລືອດ້ານມະນຸດສະທຳ ໃຫ້ແກ່ເຂດກາຊາ

04/12/2025 16:37
Email Print 83
KPL - Asean 2024 ເພື່ອສືບຕໍ່ ບັນດາ ຄວາມພະຍາຍາມ ຊ່ວຍເຫລືອ ອັນຮີບດ່ວນ ໃຫ້ແກ່ ປະຊາຊົນ ກາຊາ ທ່າມກາງ ສະພາບລະດູໜາວໃນປີນີ້, ເຈົ້າໜ້າທີ່ ເອຢິບ ໄດ້ຂົນສົ່ງເຄື່ອງຊ່ວຍເຫລືອ ດ້ານມະນຸດສະທຳ ໄປຍັງ ເຂດກາຊາ ອີກ 1 ຖ້ຽວ.

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ວັນທີ 3 ທັນວາ ຜ່ານມາ,  ເພື່ອສືບຕໍ່ ບັນດາ ຄວາມພະຍາຍາມ ຊ່ວຍເຫລືອ ອັນຮີບດ່ວນ ໃຫ້ແກ່ ປະຊາຊົນ ກາຊາ ທ່າມກາງ ສະພາບລະດູໜາວໃນປີນີ້, ເຈົ້າໜ້າທີ່ ເອຢິບ ໄດ້ຂົນສົ່ງເຄື່ອງຊ່ວຍເຫລືອ ດ້ານມະນຸດສະທຳ ໄປຍັງ ເຂດກາຊາ ອີກ 1 ຖ້ຽວ. ນີ້ຖືເປັນການຊ່ວຍເຫລືອ ຊຸດທີ 85 ທີ່ ອີຢິບ ໄດ້ຂົນສົ່ງ ເຂົ້າເຂດ ກາຊາ ຕາມຂໍ້ລິເລີ່ມ “Zad El-Izza: ຈາກ ເອຢິບ ໄປຮອດ ເຂດກາຊາຕາມການ ປຸກລະດົມ ຊຸກຍູ້ ເມື່ອທ້າຍເດືອນ ກໍລະກົດ ຜ່ານມາ. ອົງການຊີກວົງເດືອນແດງ ເອຢິບ ໃຫ້ຮູ້ວ່າ ຖ້ຽວເຄື່ອງຊ່ວຍເຫລືອ ໃນຄັ້ງນີ້ ປະກອບດ້ວຍ ສະບຽງອາຫານ 5.300 ໂຕນ, ຢາ 3.100 ໂຕນ, ເຊື້ອເພີງ 1.100 ໂຕນ, ພ້ອມດ້ວຍ ຜ້າຫົ່ມໜາ, ເສື້ອກັນໜາວ ແລະ ເຕັ້ນນັບໝື່ນອັນ. ສ່ວນຖ້ຽວຕໍ່ໄປ ອາດຈະໄດ້ສົ່ງ ໄປຍັງເຂດ ກາຊາ ໃນໄວໆນີ້. ໃນໄລຍະ 2 ປີຜ່ານມາ, ເອຢິບ ໄດ້ສົມທົບກັບ ບັນດາຝ່າຍທີ່ກ່ຽວຂ້ອງ ເພື່ອຂົນສົ່ງ ເຄື່ອງຊ່ວຍເຫລືອ ຜ່ານທາງບົກ ເຂົ້າໄປຍັງເຂດ ກາຊາ ໄດ້ເກືອບ 670.000 ໂຕນ, ກວມເອົາ 70% ຂອງ ປະລິມານ ເຄື່ອງຊ່ວຍເຫລືອ ດ້ານມະນຸດສະທຳ ສາກົນ ໃຫ້ແກ່ ເຂດກາຊາ./

KPL