ອົດສະຕຣາລີ ປະຕິຮູບກົດໝາຍສິ່ງແວດລ້ອມ
Email
Print
83
KPL - Asean 2024
ໂຄງການຂະໜາດໃຫຍ່ ທີ່ປ່ອຍກາກບອນໃນ ອົດສະຕຣາລີ ຈະຕ້ອງ ເປີດເຜີຍຂໍ້ມູນ ການປ່ອຍ ແກັສເຮືອນແກ້ວ ລວມເຖິງ ເປົ້າໝາຍການຫລຸດຜ່ອນ ມົນລະພິດ ພາຍໃຕ້ ກົດໝາຍ ສະບັບໃໝ່
![]()
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກເມືອງຊິດນີ ປະເທດ ອົດສະຕາລີ ເມື່ອບໍ່ດົນມານີ້, ໂຄງການຂະໜາດໃຫຍ່ ທີ່ປ່ອຍກາກບອນໃນ ອົດສະຕຣາລີ ຈະຕ້ອງ ເປີດເຜີຍຂໍ້ມູນ ການປ່ອຍ ແກັສເຮືອນແກ້ວ ລວມເຖິງ ເປົ້າໝາຍການຫລຸດຜ່ອນ ມົນລະພິດ ພາຍໃຕ້ ກົດໝາຍ ສະບັບໃໝ່ ຊຶ່ງປັບປຸງ ຈາກກົດໝາຍ ສິ່ງ ແວດລ້ອມ ທີ່ບັງຄັບໃຊ້ ມາເປັນເວລາຫລາຍສີບປີ.
ການປະຕິຮູບ ດັ່ງກ່າວ ຊຶ່ງໄດ້ຮັບ ການອະນຸມັດ ຈາກ ລັດຖະສະພາ ອົດສະຕຣາລີ ໂດຍຈະສ້າງ ໜ່ວຍງານ ປ້ອງກັນ ສິ່ງແວດລ້ອມ ອິດສະລະ ແລະ ກົດລະບຽບ ໃຫ້ເຂັ້ມງວດຂຶ້ນ , ຊຶ່ງເປັນ ສາເຫດ ທີ່ເຮັດໃຫ້ ສັດພື້ນເມືອງສູນພັນ.ນອກຈາກນີ້ ການປ່ຽນແປງໃນຄັ້ງນີ້ ຍັງຈະສ້າງ ກົດລະບຽບ ທີ່ບັງຄັບໃຊ້ໄດ້ ຕາມກົດ ໝາຍ ເພື່ອຄຸ້ມຄອງສັດປ່າໃຫ້ສູນພັນ ແລະ ຮັບປະກັນ ການພັດທະນາ ແບບຍືນຍົງ ທາງດ້ານນິເວດວິທະຍາ./
