ປະທານາທິບໍດີຝຣັ່ງ ເດີນທາງຢ້ຽມຢາມ ສປ ຈີນ ທາງລັດຖະກິດ ຄັ້ງທີ 4

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 3 ທັນວານີ້, ທ່ານ ເອັມມານູເອວ ມາຄຣົງ ປະທານາທິບໍດີຝຮັ່ງ ໄດ້ເດີນທາງມາຮອດ ສະໜາມບິນສາກົນ ນະຄອນຫລວງ ປັກກິ່ງ ດ້ວຍເຮືອບິນພິເສດ, ເພື່ອຢ້ຽມຢາມ ສປ ຈີນ ເປັນເວລາ 3 ວັນ. ນີ້ແມ່ນການຢ້ຽມຢາມ ສປ ຈີນ ທາງລັດຖະກິດ ຄັ້ງທີ 4 ຂອງທ່ານ ແລະ ເປັນການຢ້ຽມຢາມ ສປ ຈີນ ຫລັງຈາກ ການຢ້ຽມຢາມຝຣັ່ງ ທາງລັດຖະກິດ ຄັ້ງປະ ຫວັດ ສາດ ຂອງຜູ້ນຳ ສປ ຈີນ ເນື່ອງໃນໂອກາດ ວັນສ້າງຕັ້ງ ສາຍພົວພັນ ທາງການທູດ ລະຫວ່າງ ສປ ຈີນ-ຝຣັ່ງ ຄົບຮອບ 60 ປີ ໃນປີ 2024. ຝຣັ່ງ ແມ່ນປະເທດໃຫຍ່ ຝ່າຍຕາເວັນຕົກທຳອິດ ທີ່ໄດ້ສ້າງ ສາຍ ພົວພັນ ທາງການທູດ ລະດັບເອກອັກຄະລັດຖະທູດກັບ ສປ ຈີນ, ສປ ຈີນ-ຝຣັ່ງ ແມ່ນປະເທດ ສະມາຊິກ ຖາວອນ ຂອງສະພາຄວາມໝັ້ນຄົງ ອົງການ ສປຊ. ຕ່າງຝ່າຍລ້ວນ ແຕ່ຄາດຫວັງ ວ່າ ການ ເດີນທາງ ມາຢ້ຽມຢາມ ສປ ຈີນ ຂອງ ທ່ານ ເອັມມານູເອວ ມາຄຣົງໃນຄັ້ງນີ້ ຈະຊຸກຍູ້ໃຫ້ການພົວພັນ ຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສປ ຈີນ-ຝຣັ່ງ ກ້າວຂຶ້ນສູ່ລະດັບໃໝ່, ພ້ອມທັງເພີ່ມ ພະລັງ ແຮງໃໝ່ ເຂົ້າໃນການປົກປັກຮັກສາ ລັດທິຫລາຍຝ່າຍ ການປະຕິຮູບ ແລະ ປັບປຸງການບໍລິຫານທົ່ວໂລກໃຫ້ສົມບູນ ກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
