ສະຫາຍເລຂາທິການໃຫຍ່ ພັກ ປປ ລາວ ຕ້ອນຮັບປະທານພັກປະຊາຊົນ ກຳປູເຈຍ
ຂປລ. ໃນວັນທີ 2 ທັນວາ 2025, ທ່ີສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບຂອງສົມເດັດ ປີໄຈ ເສນາ ເຕຍບັນ ຮອງປະທານພັກປະຊາຊົນ ກໍາປູເຈຍ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ກຳປູເຈຍ ໃນໂອກາດເດີນທາງມາຮ່ວມພິທີສະເຫລີມ ສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຢູ່ນະຄອນຫລວງວຽງຈັນ ສປປ ລາວ.
ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ກໍຄືໃນນາມສ່ວນຕົວສະແດງຄວາມຂອບໃຈ ແລະ ຕີລາຄາສູງມາຍັງ ສົມເດັດ ປີໄຈ ເສນາ ເຕຍບັນ ທີ່ໄດ້ນໍາພາຄະນະຜູ້ແທນຂັ້ນສູງພັກ, ລັດ ກໍາປູເຈຍ ມາຮ່ວມພິທີສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຊຶ່ງຖືວ່າເປັນການສະໜັບສະໜູນ, ເປັນການໃຫ້ກໍາລັງໃຈອັນແຮງກ້າແກ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ແລະ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີ ແລະ ການພົວພັນຮ່ວມມືທີ່ດີ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ສົມເດັດ ປີໄຈ ເສນາ ເຕຍບັນ ໄດ້ ຕາງໜ້າພັກ, ລັດ ແລະ ປະຊາຊົນ ກຳປູເຈຍ ອ້າຍນ້ອງສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບອັບອົບອຸ່ນ, ອັນສະໜິດສະໜົມເຕັມໄປດ້ວຍໄມຕີຈິດມິດຕະພາບ, ໄດ້ສະແດງຄວາມຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງພິທີສະເຫລີມສະຫລອງດ້ວຍຜົນສໍາເລັດຢ່າງຈົບງາມ; ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດອັນສໍາຄັນທີ່ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງຍາດມາໄດ້ໃນຕະຫລອດໄລຍະ 50 ປີຜ່ານມາພາຍໃຕ້ການນໍາພາ- ຊີ້ນໍາອັນຖືກຕ້ອງ ແລະ ສະຫລາດ ສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ; ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືແບບຍຸດທະສາດຮອບດ້ານໝັ້ນຄົງຍາວນານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ 2 ຊາດ ກໍາປູເຈຍ-ລາວ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ.
ສອງຝ່າຍໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈເຊິ່ງກັນ ແລະ ກັນໃນການຊ່ວຍເຫລືອສະໜັບສະໜູນກັນໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາຂອງແຕ່ລະປະເທດໃນປັດຈຸບັນ; ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືລະຫວ່າງສອງພັກ, ສອງລັດ ໃນໄລຍະຜ່ານມາທີ່ສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ພັດທະນາກ້າວເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັ້ນສູງ ກໍຄື ບົດບັນທຶກ ກອງປະຊຸມສຸດຍອດ ຄັ້ງທີ 15 ຂອງສອງພັກ ແລະ ຜົນການພົບປະ ຜູ້ນໍາ 3 ພັກ ລາວ-ຫວຽດນາມ- ກຳປູເຈຍ; ສອງຝ່າຍ ຢືນຢັນຈະສືບ ຕ່ໍປົກປັກຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນມູນ ເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ- ກຳປູເຈຍ ແລະ ກໍາປູເຈຍ-ລາວ ໃຫ້ນັບມ້ືແໜ້ນແຟ້ນຍ່ິງໆຂ້ຶນ ເພ່ືອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນຂອງສອງຊາດ ລາວ-ກໍາປູເຈຍ.
ໃນໂອກາດນ້ີ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ຝາກຄໍາຢື້ຢາມຖາມຂ່າວເຖິງພະບາດ ສົມເດັດ ພະບໍລົມ ມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ບັນດາການນໍາຂັ້ນສູງທ່ານ
ອື່ນໆຂອງກໍາປູເຈຍ.
ພາບ: ວຽງສະຫວັນ
