ສສ ຫວຽດນາມ ຕັ້ງເປົ້າສົ່ງອອກ ແຜ່ແພ-ເຄື່ອງນຸ່ງຫົ່ມ ໃຫ້ບັນລຸ 46 ຕື້ໂດລາສະຫະລັດ ໃນປີ 2025

27/11/2025 11:23
Email Print 83
KPL - Asean 2024 ສສ ຫວຽດນາມ ຄາດການວ່າ ມູນຄ່າແຜ່ແພ ແລະ ຄື່ງນຸ່ງຫົ່ມ ຈະພີ່ມຂຶ້ນ 5,6% ຈາກປີກາຍ ສູ່ລະດັບ 46ຕື້ໂດລາ ສະຫະລັດ ໃນປີ2025

ຂປລ.ສະຖານີວິທະຍຸ Voice of Vietnam,ວັນທີ26ພະຈິກນີ້ ສສ ຫວຽດນາມ ຄາດການວ່າ ມູນຄ່າແຜ່ແພ  ແລະ ຄື່ງນຸ່ງຫົ່ມ ຈະພີ່ມຂຶ້ນ 5,6% ຈາກປີກາຍ ສູ່ລະດັບ 46ຕື້ໂດລາສະຫະລັດ ໃນປີ2025 ຫລັງຈາກ ປະທານສະມາຄົມ ແຜ່ແພ ແລະ ເຄື່ອງນຸ່ງຫົ່ມ ຫວຽດນາມ ມຸ່ງເປົ້າໝາຍ ທີ່ຈະເພີ່ມມູນຄ່າ ການສົ່ງອອກ ແຜ່ແພ  ແລະ ເຄື່ອງນຸ່ງຫົ່ມ ໃຫ້ເພີ່ມຂຶ້ນເປັນ 64,5 ຕື້ໂດລາສະຫະລັດ ພາຍໃນປີ 2030 ແລະ ຄາດວ່າ ຈະມີອັດຕາການເຕີບໂຕ ປະມານ 6,5%-7% ຕໍ່ປີ. ອຸດສາຫະກຳ ສິ່ງທໍ ແລະ ເຄື່ອງນຸ່ງຫົ່ມ ພວມຫັນປ່ຽນໄປສູ່ ການຫັນເປັນ ດິຈິຕອນ ແລະ ການຜະລິດ ທີ່ເປັນມິດ ກັບສິ່ງແວດລ້ອມ ຫລາຍຂຶ້ນ, ໂດຍມີຈຸດປະສົງ ເພື່ອເພີ່ມອັດຕາ ການນຳໃຊ້ ວັດຖຸດິບ ແລະ ຊັບພະຍາກອນ ພາຍໃນປະເທດ ໃຫ້ຫລາຍກວ່າ 60% ແລະ ສ້າງຍີ່ຫໍ້ ແຟຊັ່ນ ຫວຽດນາມ ທີ່ເຂັ້ມແຂງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL