ມະຫະກຳກິລາແຫ່ງຊາດ ຄັ້ງທີ XII ປິດລົງດ້ວຍຜົນສຳເລັດ

26/11/2025 12:25
Email Print 83
KPL - Asean 2024 ມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫລື ນະຄອນຫລວງວຽງຈັນເກມ ທີ່ນະຄອນຫລວງວຽງຈັນເປັນເຈົ້າພາບ ໄດ້ປິດລົງຢ່າງເປັນທາງການ ໃນວັນທີ 25 ພະຈິກ 2025 ນີ້.

     ຂປລ. ມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫລື ນະຄອນຫລວງວຽງຈັນເກມ ທີ່ນະຄອນຫລວງວຽງຈັນ ເປັນເຈົ້າພາບ ໄດ້ປິດລົງຢ່າງເປັນທາງການ ໃນວັນທີ 25 ພະຈິກ 2025 ນີ້, ໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາການນຳ, ອະດີດການນຳຂັ້ນສູງພັກ, ລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ, ພ້ອມດ້ວຍບັນດາຄະນະນຳນັກກິລາ, ຄູຝຶກ, ກຳມະການຕັດສິນ, ນັກກິລາ ແລະ ມວນຊົນຊາວນະຄອນຫລວງວຽງຈັນ, ພ້ອມດ້ວຍແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ. ໃນພິທີປິດມະຫະກຳກິລາແຫ່ງຊາດຄັ້ງນີີ້, ເລີ່ມຕົ້ນດ້ວຍການສະແດງສິລະປະ (ຟ້ອນ, ຮ້ອງເພງດ່ຽວ, ເພງລວມໝູ່, ເພງຄູ່ຍິງ-ຊາຍ ຈາກສິລະປິນທ່ີີມີຊື່ສຽງຂອງ ສປປ ລາວ), ຕໍ່ດ້ວຍຂະບວນສວນສະໜາມຂອງກ້ອນກຳລັງຕ່າງໆ ເປັນຕົ້ນຂະບວນປ້າຍຄຳຂວັນ, ເຄ່ືອງໝາຍສັນຍະລັກງານມະຫະກຳກິລາແຫ່ງຊາດ ຄັ້ງ ທີ XII, ກ້ອນທຸງຊາດ, ທຸງກິລາ, ກ້ອນກຳລັງຂອງກຳມະການຕັດສິນ, ກ້ອນກຳລັງຄະນະນຳ, ຄູຝຶກ ແລະ  ນັກກິລາຈາກພາກສ່ວນຕ່າງໆ.

     ໂອກາດນ້ີ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ທັງເປັນປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ລາຍງານໃຫ້ຮູ້ວ່າ: ການຈັດການແຂ່ງຂັນນະຄອນຫລວງວຽງຈັນເກມ ຄັ້ງນີ້, ໄດ້ຈັດແຂ່ງຂັນໃນ 33 ປະເພດກິລາ, ຊີງ ຫລຽນທັງໝົດ 1.563 ຫລຽນ. ໃນນີ້, ຫລຽນຄໍາ 424 ຫລຽນ, ຫລຽນເງິນ 425 ຫລຽນ ແລະ ຫລຽນທອງ 631 ຫລຽນ. ມີການເຂົ້າຮ່ວມ 21 ພາກສ່ວນຈາກ 3 ກະຊວງ, ນະຄອນຫລວງວຽງ ຈັນ ແລະ 17 ແຂວງ ໃນທົ່ວປະເທດ. ຜ່ານການແຂ່ງຂັນກິລາແຕ່ ລະປະເພດອັນດັບທີ I ໄດ້ແກ່ນະຄອນຫລວງວຽງຈັນ ໄດ້ 109 ຫລຽນຄໍາ, 91 ຫລຽນເງິນ ແລະ 119 ຫລຽນທອງ, ລວມທັງໝົດ 319 ຫລຽນ; ອັນດັບທີ II ໄດ້ແກ່ກະຊວງປ້ອງກັນປະເທດ ໄດ້  68 ຫລຽນຄໍາ, 43 ຫລຽນເງິນ ແລະ 57 ຫລຽນທອງ, ລວມທັງໝົດ 168 ຫລຽນ; ອັນດັບທີ III ໄດ້ແກ່ ແຂວງຄໍາມ່ວນ ໄດ້ 56 ຫລຽນຄໍາ, 41 ຫລຽນເງິນ ແລະ 77 ຫລຽນທອງ, ລວມທັງໝົດ 174  ຫລຽນ.

       ມະຫະກຳກິລາແຫ່ງຊາດຄັ້ງນີ້,  ໄດ້ສ້າງຄວາມສາມັກຄີມິດຕະພາບ, ຄວາມເບີກບານມ່ວນຊື່ນໃຫ້ແກ່ປະຊາຊົນບັນດາເຜົ່າ ທັງເປັນການປຸກລະດົມຈິດໃຈຂອງປວງຊົນລາວ ກໍຄືຊາວນະຄອນຫລວງວຽງຈັນ ໃນການສ້າງຂະບວນການຮອບດ້ານ ເພື່ອຂໍ່ານັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິງອີກບໍ່ເທົ່າໃດວັນຂ້າງໜ້ານີ້, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ທັງເປັນຂີດໝາຍແຫ່ງມະຫາສາມັກຄີຂອງປວງຊົນລາວ ຊຶ່ງມັນສະແດງອອກຂອງບັນດາແຂວງ ແລະ ກະຊວງ ທີ່ໄດ້ສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 9.400 ກວ່າຄົນ ກໍຄືກເຂົ້າຮ່ວມຊົມ, ຮ່ວມເຊຍ, ຮ່ວມພິທີເປີດ ແລະ ຮ່ວມພິທີປິດ, ມີມວນຊົນເຂົ້າຮ່ວມຢ່າງຫລວງຫລາຍ.

     ໂອກາດດັ່ງກ່າວນີ້, ທ່ານ ສອນໄຊ ສີພັນດອນ ໄດ້ກ່າວປິດມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຢ່າງເປັນທາງການ ໂດຍທ່ານໄດ້ຕາງໜ້າໃຫ້ລັດຖະບານລາວ  ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງຄະນະຮັບຜິດຊອບຈັດງານ, ຄະນະພັກ, ອໍານາດການປົກຄອງ, ພີ່ນ້ອງປະຊາຊົນບັນດາເຜົ່າ ຊາວນະຄອນຫລວງວຽງຈັນ, ບັນດາທ່ານຄະນະນໍາກິລາທຸກພາກສ່ວນ, ຄູຝຶກ, ກຳມະການຕັດສິນ, ນັກກິລາ, ຜູ້ປະກອບການ ແລະ ພີ່ນ້ອງປະຊາຊົນລາວທຸກຊັ້ນຄົນ ທີໄດ້ໃຫ້ການປະກອບສ່ວນເຂົ້າຮ່ວມຈັດງານ ເຮັດໃຫ້ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຄັ້ງນີ້ ມີຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍຢ່າງຈົບງາມ.

    ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ມອບທຸງກິລາແຫ່ງຊາດ ໃຫ້ແຂວງຈຳປາສັກ ເປັນເຈົ້າພາບຄັ້ງຕໍ່ໄປ ກໍຄືຄັ້ງທີ XIII ຕາງໜ້າຮັບໂດຍ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳສັກ ຊຶ່ງງານມະຫະກຳກິລາແຫ່ງຊາດ ຄັ້ງທີ XIII ຈະຈັດຂຶ້ນ ໃນອີກ 3 ປີຂ້າງໜ້າ ໃນ 2028.

    ໂອກາດດຽວກັນນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງຄວາມຮູ້ສຶກເປັນກຽດທີ່ພັກ, ລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກິລາ ໄດ້ມອບໃຫ້ແຂວງຈຳປາສັກ ເປັນເຈົ້າພາບຈັດມະຫະກຳກິລາແຫ່ງຊາດ ຄັ້ງທີ XIII ຊຶ່ງ ຈະຈັດຂຶ້ນໃນປີ 2028. ພ້ອມທັງ ຢືນຢັນວ່າ: ຈະຕັ້ງໜ້າເພີ່ມທະວີ ເອົາໃຈໃສ່ຫ້າງຫາກະກຽມຄວາມພ້ອມດ້ານຕ່າງໆ ແລະ ຈະນຳເອົາບົດຮຽນທີ່ຖອດຖອນໄດ້ໃນງານມະຫະກຳກິລາແຫ່ງຊາດຄັ້ງນີ້, ໄປເປັນບົດຮຽນ, ເປັນທິດທາງແຜນການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ ໂດຍສະເພາະແມ່ນການໂຄສະນາເຜີຍແຜ່ໃຫ້ພະນັກງານ, ທະຫານ-ຕໍາຫລວດຕະຫລອດຮອດປະຊາຊົນຊາວ ແຂວງຈຳປາສັກ ໄດ້ຮັບຮູ້ເຖິງຄວາມໝາຍຄວາມສຳຄັນ ຂອງການເປັນເຈົ້າພາບທີ່ດີ ໃນການຈັດມະຫະກຳກິລາແຫ່ງຊາດ ຄັ້ງທີ XIII ທີ່ແຂວງຈຳປາສັກ ໄດ້ ຮັບກຽດເປັນເຈົ້າພາບ ໃຫ້ປະສົບຜົນສຳເລັດຢ່າງຈົບງາມຕາມເປົ້າໝາຍທີ່ວາງໄວ້.

     ໃນຕອນທ້າຍ ຍັງໄດ້ຊົມການສະແດງຂອງແຂວງເຈົ້າພາບ ແລະ ຍິງບັ້ງໄຟດອກເພື່ອສ້າງສີສັນສະຫລອງມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ. 

      ມະຫະກຳກິລາແຫ່ງຊາດ ແມ່ນງານແຂ່ງຂັນກິລາກາຍຍະກໍາ ເພື່ອສຸຂະພາບ, ມິດຕະພາບ ແລະ ເພື່ອການພັດທະນາກິລາ ໂດຍການຮ່ວມມືຂອງທົ່ວປວງຊົນໃນວົງຄະນະຍາດແຫ່ງຊາດ ຊຶ່ງພັກ-ລັດຖະບານ ໄດ້ອະນຸຍາດໃຫ້ແຕ່ລະແຂວງຜັດປ່ຽນກັນເປັນເຈົ້າພາບຈັດຂຶ້ນເປັນຮອບວຽນ 3 ປີໃດຈັດຂ້ຶນ 1 ຄ້ັງ ແລະ ຄັ້ງຫລ້າສຸດກ່ອນນີ້ແມ່ນຄັ້ງ ທີ 11 ຊຶ່ງແມ່ນແຂວງຊຽງຂວາງ ໄດ້ຮັບກຽດເປັນເຈ້ົາພາບ ຈັດຂຶ້ນໃນທ້າຍປີ 2022 ຜ່ານມາ, ຄັ້ງນີ້ ເປັນຄັ້ງທີ 12 ຊຶ່ງນະຄອນຫລວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ແລະ ຄັ້ງທີ XIII ແມ່ນແຂວງຈຳປາສັກ ໄດ້ຮັບກຽດເປັນເຈົ້າພາບຕາມການໝູນວຽນມອບໝາຍ.

KPL