ພື້ນຖານ ແລະ ຄຸນຄ່າອັນປະເສີດຂອງການພົວພັນ ສປປ ລາວ - ສສ ຫວຽດນາມ
![]()
ຂປລ. ການພົວພັນລະຫວ່າງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ຫວຽດນາມ - ລາວ, ລາວ - ຫວຽດນາມ) ແມ່ນການພົວພັນພິເສດ, ເປັນແບບຢ່າງ ແລະ ຈິງໃຈ ຊຶ່ງຫາໄດ້ຍາກໃນປະຫວັດສາດຂອງໂລກ. ນີ້ບໍ່ພຽງແຕ່ເປັນການພົວພັນ ບ້ານໃກ້ເຮືອນຄຽງ “ພູຜາຕໍ່ກັນ, ແມ່ນໍ້າຕໍ່ ເນື່ອງ” ເທົ່ານັ້ນ, ຫາກຍັງເປັນຄວາມສາມັກຄີແບບສະຫາຍ, ແບບອ້າຍນ້ອງ, ທີ່ໄດ້ ສ້າງຂຶ້ນດ້ວຍເຫື່ອແຮງ, ເລືອດເນື້ອ ແລະ ການເສຍສະລະອັນສູງສົ່ງຫລາຍລຸ້ນສະໄໝ ຂອງການປະຕິວັດ ແລະ ປະຊາຊົນສອງຊາດ. ຜ່ານຜ່າໄລຍະເວລາ ແລະ ສິ່ງທ້າທາຍຕ່າງໆ, ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ- ຫວຽດນາມ ໄດ້ກາຍເປັນ ມູນມໍລະດົກອັນລໍ້າຄ່າ, ເປັນກົດເກນການຄົງຕົວ ແລະ ຂະຫຍາຍຕົວ ທີ່ສໍາຄັນທີ່ສຸດຂອງທັງສອງຊາດ.
ນັບແຕ່ມື້ເລີ່ມຕໍ່ສູ້ເພື່ອປົດປ່ອຍຊາດ, ປະຊາຊົນສອງຊາດໄດ້ມີຄວາມຕັດສິນໃຈຮ່ວມກັນວ່າ: ມີແຕ່ຄວາມສາມັກຄີຢ່າງແໜ້ນແຟ້ນ, ຄຽງບ່າຄຽງໄຫລ່ ເທົ່ານັ້ນ ຈຶ່ງສາມາດເອົາຊະນະສັດຕູຮ່ວມກັນ, ຍາດເອົາເອກະລາດ, ເສລີພາບມາໃຫ້ປະເທດຊາດ. ພາຍໃຕ້ທຸງແຫ່ງການປະຕິວັດ ອັນສະຫງ່າງາມ ທີ່ບັນດາພັກປະຕິວັດນໍາພາຢ່າງຖືກຕ້ອງ, ເຊິ່ງມີ ທ່ານປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່ , ທ່ານປະທານ ໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ທີ່ແສນເຄົາລົບ ຮັກ, ປະຊາຊົນສາມຊາດໃນແຫລມອິນດູຈີນ ໄດ້ຮ່ວມກັນຕໍ່ສູ້, ຮ່ວມກັນ ແບ່ງປັນຄວາມຫວານຄວາມຂົມ, ຮ່ວມກັນອົດທົນຕໍ່ຄວາມຫຍຸ້ງຍາກ ແລະ ຮ່ວມກັນຊົມໃຊ້ໄຊຊະນະ ໃນປະຫວັດສາດ. ຈາກສະພາບສົງຄາມທີ່ຮ້ອນຮົນ, ຄວາມສາມັກຄີຕໍ່ສູ້ພິເສດ, ບໍລິສຸດ ແລະ ຈິງໃຈ ລະຫວ່າງຫວຽດນາມ ແລະ ລາວ ໄດ້ຖືກບົ່ມສອນຂຶ້ນ, ກາຍເປັນ ພື້ນຖານອັນໜັກແໜ້ນ ທີ່ບໍ່ສາມາດຫັນປ່ຽນໄດ້ ສໍາລັບການພົວພັນຂອງສອງປະເທດ.
ການສ້າງຕັ້ງການພົວພັນການທູດຢ່າງເປັນທາງການ ລະຫວ່າງສອງປະເທດ ເມື່ອ 63 ປີກ່ອນ ແມ່ນຈຸດຫັນປ່ຽນທີ່ມີຄວາມໝາຍປະຫວັດສາດຢ່າງເລິກເຊິ່ງ. ເຫດການນີ້ ໄດ້ໝາຍເຖິງໄຊຊະນະອັນສໍາຄັນ ໃນດ້ານການເມືອງ ແລະ ການທູດຂອງກໍາລັງປະຕິວັດສອງປະເທດ. ນັບແຕ່ນັ້ນມາ, ການພົວພັນລາວ-ຫວຽດນາມ ບໍ່ພຽງແຕ່ໄດ້ຮັບ ການຢືນຢັນ ດ້ວຍການຮ່ວມສູ້ຮົບໃນສະໜາມຮົບເທົ່ານັ້ນ, ຫາກຍັງໄດ້ຮັບການຮັບຮູ້ຢ່າງກວ້າງຂວາງ ໃນເວທີສາກົນ, ມີພື້ນຖານດ້ານກົດໝາຍ ແລະ ການເມືອງທີ່ໜັກແໜ້ນ ເພື່ອພັດທະນາຢ່າງຍາວນານ ແລະ ຮອບດ້ານ. ດັ່ງນັ້ນ, ການພົວພັນການທູດ ລາວ-ຫວຽດນາມ ຈຶ່ງເປັນທັງໝາກຜົນແຫ່ງໄຊຊະນະ ຂອງການປະຕິວັດ ແລະ ເປັນເງື່ອນໄຂ ເບື້ອງຕົ້ນ ສໍາລັບບາດກ້າວຂະຫຍາຍຕົວໃໝ່ ໃນໄລຍະສັນຕິພາບ, ການສ້າງສາ ແລະ ພັດທະນາປະເທດຊາດ.
ກ້າວເຂົ້າສູ່ໄລຍະໃໝ່, ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສືບຕໍ່ສືບທອດ, ເສີມຂະຫຍາຍມູນເຊື້ອອັນລໍ້າຄ່ານັ້ນ ດ້ວຍການບໍ່ຢຸດຢັ້ງ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ທາງດ້ານການເມືອງ ແລະ ຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນ ໃນຂົງເຂດໃຈກາງ. ການຮ່ວມມືດ້ານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຍາມໃດກໍຖືເປັນ ເສົາ ຄໍ້າຫລັກ, ປະກອບສ່ວນປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມຂອງແຕ່ລະປະເທດ. ພ້ອມກັນນັ້ນ, ກໍແມ່ນການປະສານສົມທົບຢ່າງສະໜິດແໜ້ນ ໃນວຽກງານການຕ່າງປະເທດ, ພ້ອມກັນສະໜັບສະໜູນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ຜ່ານນັ້ນ ບໍ່ພຽງແຕ່ຍົກສູງຖານະບົດບາດ ຂອງແຕ່ລະປະເທດ, ຫາກຍັງປະກອບສ່ວນສໍາຄັນ ເຂົ້າໃນສັນ ຕິພາບ, ການຮ່ວມມື ແລະ ການພັດທະນາລວມໃນພາກພື້ນ.
ການພົວພັນຍັງສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງຢ່າງເລິກເຊິ່ງ ຜ່ານການຮ່ວມມືດ້ານວັດທະນະທໍາ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ ແລະ ການແລກປ່ຽນ ລະຫວ່າງປະຊາຊົນ (ເຊັ່ນ: ໂຄງການຝຶກອົບຮົມພະນັກງານ, ນັກຮຽນ, ນັກສຶກສາ; ການແລກປ່ຽນວັດທະນະທໍາ, ການຜູກສາຍສໍາພັນບ້ານຕໍ່ບ້ານ). ຊາຍແດນ ລາວ-ຫວຽດນາມ ໃນປັດຈຸບັນ ບໍ່ພຽງແຕ່ແມ່ນເສັ້ນແບ່ງເຂດແດນ ຂອງແຜ່ນດິນເທົ່ານັ້ນ, ຫາກຍັງໄດ້ກາຍເປັນເສັ້ນທາງແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ ເຊິ່ງເປັນບ່ອນທີ່ປະຊາຊົນທັງສອງຝ່າຍ ພ້ອມກັນສ້າງສາຊີວິດການເປັນຢູ່ທີ່ອົບອຸ່ນ, ຜາສຸກ ແລະ ມີຄວາມສຸກ.
ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ແມ່ນຊັບສົມບັດອັນສັກສິດ ຂອງສອງຊາດ, ທີ່ຖືກກວດກາໂດຍປະຫວັດສາດ ແລະ ຢືນຢັນໂດຍການປະຕິບັດຕົວຈິງ ຂອງການຮ່ວມມື. ໃນທຸກສະພາບການ, ການພົວພັນດັ່ງກ່າວຍາມໃດກໍ ສະຫວ່າງສະໄຫວ, ກາຍເປັນຈຸດຢືນທີ່ໜັກ ແໜ້ນ ສໍາລັບແຕ່ລະປະເທດ. ຍ້ອນແນວນັ້ນ, ການເພີ່ມພູນ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນລໍ້າຄ່ານີ້ ຈຶ່ງເປັນຄວາມຮັບຜິດຊອບ ແລະ ຄວາມພາກພູມໃຈ ຂອງທົ່ວພັກ, ທົ່ວປວງຊົນ, ໂດຍສະເພາະແມ່ນລຸ້ນໜຸ່ມ. ສອງພັກ, ສອງລັດ ຍາມໃດກໍເອົາໃຈໃສ່ຊຸກຍູ້ ວຽກງານໂຄສະນາ ແລະ ສຶກສາອົບຮົມ ກ່ຽວກັບປະຫວັດສາດ, ຄວາມ ໝາຍ ແລະ ຄຸນຄ່າອັນເລິກເຊິ່ງ ຂອງຄວາມສາມັກຄີ ລາວ-ຫວຽດນາມ, ເພື່ອໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນແຕ່ລະຄົນ ເຂົ້າໃຈຢ່າງຈະແຈ້ງ ແລະ ເຄົາລົບນັບຖືມູນມໍລະດົກອັນລໍ້າຄ່າ ທີ່ບັນພະບຸລຸດໄດ້ສືບທອດໃຫ້.
ໂດຍ:ວັນທາ
