ສາຍພົວພັນ ລາວ-ຫວຽດນາມ ແມ່ນສາຍພົວພັນພິເສດເປັນເອກະລັກໜຶ່ງດຽວໃນໂລກ

27/11/2025 11:14
Email Print 83
KPL - Asean 2024 ຂປລ. ໃນປະຫວັດສາດຂອງການພົວພັນສາກົນ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ

    ຂປລ. ໃນປະຫວັດສາດຂອງການພົວພັນສາກົນ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ໄດ້ເປັນແວ່ນແຍງແບບຢ່າງອັນພົ້ນເດັ່ນທີ່ບໍ່ເຄີຍມີມາກ່ອນ ໂດຍໄດ້ເອົາຜົນປະໂຫຍດມາສູ່ປະຊາຊົນສອງປະເທດ ທັງໃນຂະບວນການຕໍ່ສູ້ເພື່ອເອກະລາດເສລີພາບ ແລະ ຄວາມຮຸ່ງເຮືອງສີວິໄລໃນໄລຍະສ້າງສາ ແລະ ພັດ ທະນາປະເທດຊາດ. ຈຸດພິເສດໃນສາຍພົວພັນລະຫວ່າງສອງຊາດ ລາວ-ຫວຽດນາມ ແມ່ນພວກເຮົາໄດ້ຕໍ່ສູ້ຮ່ວມກັນ ແລະ ໄດ້ຮັບໄຊຊະນະໃນໄລຍະດຽວກັນຂອງປະຫວັດສາດການປະຕິວັດຄື: ໃນປີ 1945, ສອງປະເທດໄດ້ຢືດອຳນາດການປົກຄອງ, ໃນປີ 1954 ໄດ້ຮັບໄຊຊະນະລ່າເມືອງຂຶ້ນຝຣັ່ງ, ປີ1975 ໄດ້ຮັບໄຊຊະນະໃນສົງຄາມຕໍ່ຕ້ານຈັກກະພັດອາເມລິກາ, ສຳເລັດການປະຕິວັດປົດປ່ອຍປະເທດຊາດ ແລະ ປະຕິ ບັດພາລະກິດປັບປຸງໃໝ່ຢ່າງມີຜົນ ສຳເລັດ. 
    ພັກ, ລັດຖະບານ ແລະ ປະຊາ ຊົນລາວ ຍາມໃດກໍຕີລາຄາສູງ ແລະ ຖືສໍາຄັນທີ່ສຸດຕໍ່ການພົວພັນຮ່ວມມືຄວາມສາມັກຄີພິເສດ ລາວ-ຫວຽດນາມ ທີ່ມີໜຶ່ງດຽວໃນໂລກບໍ່ຄືໃຜ ແລະ ບໍ່ມີໃຜຄື, ເປັນສາຍພົວພັນທີ່ເປັນມູນເຊື້ອອັນເປັນມາແຕ່ດົນນານບໍ່ວ່າຈະບໍ່ວ່າຈະຢູ່ໃນໄລຍະຂອງການຕໍ່ສູ້ກູ້ຊາດເພື່ອຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນ ກໍຄື ການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ໂດຍແມ່ນປະທານ ໂຮ່ຈີ່ມິງ ຜູ້ນໍາທີ່ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວ ໄດ້ຮ່ວມກັນສ້າງຕັ້ງຂຶ້ນ ແລະ ໄດ້ຮັບການຖະນຸຖະໜອມເພີ່ມພູນຄູນສ້າງໂດຍສະຫາຍ ລາວ-ຫວຽດນາມ ແຕ່ລະຮຸ່ນຄົນຈົນກາຍມາເປັນມໍລະດົກຕົກທອດອັນລໍ້າຄ່າລວມຂອງສອງຊາດທັງເປັນປັດໄຈຮັບ ປະກັນໃຫ້ແກ່ການຄົງຕົວ ແລະ ຂະ ຫຍາຍຕົວຂອງສອງຊາດ.
ສາຍພົວພັນລະຫວ່າງ ພັກ-ລັດ ແລະ ປະຊາຊົນສອງປະເທດແມ່ນສາຍພົວພັນທີ່ຈົງຮັກພັກດີ,ໂປ່ງໃສ, ຄວາມເຄົາລົບເຊິ່ງກັນ ແລະ ກັນ ການຊ່ວຍເຫລືອຢ່າງສຸດອົກສຸດໃຈ, ໝົດຈິດໝົດໃຈ. ຜ່ານຄວາມຍາກເຂັນ. ສາຍພົວພັນດັ່ງກ່າວບໍ່ໄດ້ແຕກແຫງທັງບໍ່ໄດ້ທັບມ້າງ ເຖິງແມ່ນວ່າພວກກຳລັງສັດຕູຈະພະຍາຍາມເຄື່ອນໄຫວຕ້ານ ແລະ ທຳລາຍ, ກົງກັນຂ້າມສາຍພົວພັນນັ້ນນັບມື້ນັບຈິງໃຈແໜ້ນແຟ້ນ. ດັ່ງທີ່ສະຫາຍເລຂາທິການໃຫຍ່, ປະທານປະເທດ ໄກສອນ ພົມວິຫານ ເຄີຍໄດ້ກ່າວວ່າ:“ ໃນປະຫວັດສາດການປະຕິວັດທົ່ວໂລກມີຫລາຍແວ່ນແຍງແບບຢ່າງອັນດີເດັ່ນກ່ຽວກັບນ້ຳໃຈສາກົນກຳມະຊີບແຕ່ບໍ່ມີຢູ່ບ່ອນໃດ ແລະ ບໍ່ເຄີຍມີຈັກເທື່ອຄວາມສາມັກຄີຮ່ວມສຳພັນສູ້ຮົບແບບພິເສດດົນນານ ແລະ ຮອບດ້ານຄືດັ່ງການພົວພັນຫວຽດນາມ-ລາວ, ຫລາຍຮຸ່ນລູກຫລານຊາວຫວຽດນາມໄດ້ມາຊ່ວຍເຫລືອປະຊາຊົນລາວຕໍ່ສູ້ເພື່ອເອກະລາດເສລີພາບ ແລະ ສ້າງຊີວິດໃໝ່ໄປສູ່ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມສຸກ. ຫລາຍສະຫາຍໄດ້ອຸທິດຕະຫລອດຊີວິດຂອງຕົນສຳຫລັບການປະຕິວັດລາວ, ຖືເອົາປະເທດລາວເປັນປະເທດຊາດທີສອງຂອງຕົນ. 
    ໃນທົ່ວດິນແດນປະເທດລາວ, ເລືອດຂອງນັກຮົບຫວຽດນາມໄດ້ປະສົມເຂົ້າກັບເລືອດຂອງພະນັກງານສະມາຊິກພັກນັກຮົບ ແລະ ປະຊາຊົນລາວ. ປະຊາຊົນລາວກໍໄດ້ເສຍສະລະເລືອດເນື້ອປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ປັບປຸງສາຍພົວພັນອັນພິເສດດັ່ງກ່າວ… ເພື່ອປະຕິບັດຄຳໂອວາດສຸດທ້າຍຂອງລຸງໂຮ່, ສົມກັບເລືອດເນື້ອຂອງນັກຮົບວິລະຊົນຫລວງຫລາຍ, ນ້ຳຕາຫລາຍໆຢາດຂອງບັນດາຜູ້ເປັນແມ່, ເຫື່ອແຮງ ແລະ ນໍ້າໃຈຂອງພີ່ນ້ອງຮ່ວມຊາດຮ່ວມອຸດົມການຂອງສອງປະເທດພວກເຮົາ, ພວກຂ້າພະເຈົ້າປາດຖະໜາຮ່ວມແຮງຮ່ວມໃຈນຳປະຊາຊົນຫວຽດນາມ ໃນການປົກປັກຮັກສາຄວາມສາມັກຄີແບບພິເສດຕະຫລອດກາລະນານ”. ຜ່ານຄໍາເວົ້າອັນມີຄວາມໝາຍຂອງປະທານ ໄກສອນ ພົມວິຫານ ນັ້ນ, ການນຳລາວຫລາຍຮຸ່ນຄົນກໍໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ໃຫ້ບັນລຸຈຸດຍອດຍິ່ງ ແລະ ເຕັມປ່ຽມໄປດ້ວຍນ້ຳໃຈອັນຊື່ສັດຈິງໃຈເຊິ່ງກັນ ແລະ ກັນ, ສະໜິດຕິດແໜ້ນກັນຕ່ໍສູ້ເສຍສະລະເພື່ອຄວາມເປັນເອກະລາດເສລີພາບ ແລະ ພາລະກິດສ້າງສາ, ປົກປັກຮັກສາປະເທດ.
ໂດຍຜ່ານໄລຍະປະຕິວັດທີ່ຫຍຸ້ງຍາກ ແລະ ໄຊຊະນະອັນສະ ຫງ່າງາມຂອງປະຊາຊົນສອງຊາດ ລາວ-ຫວຽດນາມ. ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມມັກຄີພິເສດ, ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃນຊຸມປີຜ່ານມາໄດ້ສືບຕໍ່ເສີມຂະຫຍາຍຢ່າງໜັກແໜ້ນໃຫ້ເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານເປັນຕົ້ນ: ການຮ່ວມມືດ້ານການຄ້າ-ການລົງທຶນພາຍໃນ 11 ເດືອນ ຕົ້ນປີ 2024 ມູນຄ່າການຄ້າສອງຝ່າຍລາວ-ຫວຽດນາມ ສາມາດບັນລຸ 1,94 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 32,8% ທຽບໃສ່ໄລຍະດຽວກັນຂອງປີ 2023; ໃນນັ້ນ ມູນຄ່າການນຳເຂົ້າສິນຄ້າຈາກຫວຽດນາມ ບັນລຸ 641,8 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 32% ແລະ ມູນຄ່າສົ່ງອອກໄປຫວຽດນາມ ບັນລຸ 1,3 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 26,2%. ໃນດ້ານການລົງທຶນ, ນັບແຕ່ ສປປ ລາວ ເປີດຮັບການລົງທຶນຈາກຕ່າງປະເທດ ຈົນເຖິງປັດຈຸບັນກໍ່ໄດ້ມີການລົງທຶນຈາກບັນດາປະເທດທີ່ມີຄວາມສົນໃຈມາລົງ ທຶນຢູ່ ສປປ ລາວ, ໃນນັ້ນການລົງທຶນຈາກ ສສ ຫວຽດນາມ ມີທັງໝົດ 417 ໂຄງການ, ມີມູນຄ່າອະນຸມັດທັງໝົດຫລາຍກ່ວາ 4,9 ຕື້ໂດລາສະຫະລັດ, ການລົງທຶນຂອງຫວຽດນາມ 100% ມີມູນຄ່າ 4,6 ຕື້ໂດລາສະຫະລັດ ຊຶ່ງສ່ວນໃຫຍ່ຈະເປັນການລົງທຶນໃນ ຂະແໜງບໍ່ແຮ່ມີມູນຄ່າການລົງທຶນ 1.040 ລ້ານໂດລາສະຫະລັດ, ຂະແໜງພະລັງງານໄຟຟ້າມີມູນ ຄ່າການລົງທຶນ 980 ລ້ານໂດລາສະຫະລັດ, ຂະແໜງກະສິກໍາມີມູນຄ່າການລົງທຶນ 680 ລ້ານໂດລາ ສະຫະລັດ, ແລະ ຂະແໜງບໍລິການອື່ນໆມີມູນຄ່າການລົງທຶນ 2 ຕື້ໂດລາສະຫະລັດ. ການລົງທຶນຈາກ ສສ ຫວຽດນາມ ໃນປັດຈຸບັນແມ່ນຈັດຢູ່ໃນອັນດັບ 3 ຈາກ 53 ປະເທດ ທີ່ເຂົ້າມາລົງທຶນໃນ ສປປ ລາວ. 
    ການຮ່ວມມືທາງດ້ານການເມືອງ: ສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນລະດັບສູງ, ໜັກແໜ້ນ ແລະ ນັບມື້ມີຄວາມໃກ້ຊິດສະໜິດສະໜົມກວ່າເກົ່າ, ໂດຍສະເພາະສອງຝ່າຍສືບຕໍ່ມີການພົບ ປະແລກປ່ຽນຄະນະຜູ້ແທນແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນຢ່າງເປັນປົກກະຕິ, ພິເສດແມ່ນການເດີນທາງເຂົ້າຮ່ວມພິທີເປີດການນຳໃຊ້ທ່າ ເຮືອ ເລກ 3 ຂອງທ່າເຮືອຫວຸງອ່າງຂອງສອງສະຫາຍປະທານປະເທດ ລາວ ແລະ ຫວຽດນາມ ໃນທ້າຍເດືອນເມສາ 2025 ທີ່ຜ່ານມມາ; ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ສຶບຕໍ່ເປັນເສົາຄໍ້າຂອງການພົວພັນຮ່ວມມືສອງປະເທດ, ມີການຮ່ວມມືດ້ວຍຫລາຍຮູບການ ແລະ ວິທີການຕ່າງໆທີ່ແໜ້ນແຟ້ນ, ມີຄວາມໃກ້ຊິດ ເພື່ອຮັບປະກັນກັບສະພາບການໃໝ່ ທີ່ນັບມື້ນັບມີການຜັນແປໄປຢ່າງສະຫລັບສັບຊ້ອນ, ພິເສດທັງສອງລັດຖະບານໄດ້ຮ່ວມມືສ້າງສໍາເລັດໂຄງການສໍາຫລວດຮ່ອງຮອຍເສັ້ນທາງປະຫວັດສາດສາຍພູຫລວງ-ໂຮຈີ່ມິງ ຊຶ່ງເປັນສັນຍະລັກແຫ່ງການຮ່ວມສໍາພັນສູ້ຮົບລະຫວ່າງສອງກອງທັບ ກໍຄືປະຊາຊົນສອງຊາດ ລາວ-ຫວຽດ ນາມ, ຫວຽດນາມ-ລາວ; ດ້ານວຽກງານການຕ່າງປະເທດ: ສອງຝ່າຍໄດ້ມີການປະສານສົມ ທົບກັນເປັນຢ່າງດີໃນການເປັນເສນາທິການໃຫ້ແກ່ການນໍາຂັ້ນສູງ ສອງພັກ-ສອງລັດ, ພ້ອມທັງສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ; ດ້ານເສດຖະກິດ-ການຄ້າ: ເຫັນວ່າມູນຄ່າການຄ້າສອງສົ້ນເພີ່ມຂຶ້ນໃນແຕ່ລະປີ, ການລົງ ທຶນຂອງຫວຽດນາມ ກໍສືບຕໍ່ເປັນປະເທດອັນດັບຕົ້ນໆ ທີ່ເຂົ້າມາລົງທຶນຢູ່ລາວ; ການຮ່ວມມືດ້ານອື່ນໆເຊັ່ນ: ດ້ານເຕັກໂນໂລຊີ, ການສຶກສາ, ສາທາລະນະສຸກ, ຖະແຫລງຂ່າວ, ວັດທະນະທໍາ, ກິລາ, ທ່ອງທ່ຽວ, ອົງການຈັດຕັ້ງມະຫາຊົນ ແລະ ການໄປມາຫາສູ່ ລະຫວ່າງປະຊາຊົນສອງປະເທດ ກໍໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ; ແລະ ບັນດາໂຄງການຮ່ວມມືທີ່ເປັນຍຸດທະສາດລະຫວ່າງສອງປະເທດ ກໍສືບຕໍ່ມີຄວາມຄືບໜ້າ ແລະ ເປັນຮູບປະທໍາ. ພິເສດສອງຝ່າຍຕ່າງກໍສະແດງຄວາມປີຕິຍິນດີເປັນຢ່າງຍິ່ງທີ່ອົງການອຸຍແນັສໂກ (UNESCO) ໄດ້ຮັບຮອງເອົາສວນອຸທິຍານແຫ່ງຊາດ ຫີນໜາມໜໍ່, ແຂວງຄຳມ່ວນ, ສປປ ລາວ ຂຶ້ນເປັນມໍລະດົກໂລກທາງທຳມະຊາດ ທີ່ມີຊາຍແດນຮ່ວມກັບສວນອຸທິຍານຟອງຍາແກ່ບາງ, ແຂວງກວາງບີງ, ສສ ຫວຽດນາມ.

KPL