ສຄອຊ ມອບລາງວັນ ນັກທຸລະກິດຊັ້ນນຳດີເດັ່ນ ປີ 2025

18/11/2025 12:08
Email Print 83
KPL - Asean 2024 ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໄດ້ຈັດພິທີມອບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ ປີ 2025 ຄົບຮອບ 35 ປີ ໃນວັນທີ 14 ພະຈິກ 2025.

     ຂປລ. ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໄດ້ຈັດພິທີມອບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ ປີ 2025 ຄົບຮອບ 35 ປີ ໃນວັນທີ 14 ພະຈິກ 2025 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີຮອງລັດຖະມົນຕີ, ປະທານ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍນັກທຸລະກິດຜູ້ປະກອບການເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ດາວອນ ພະຈັນທະວົງ ຮອງປະທານຜູ້ປະຈໍາການ ສຄອຊ ໄດ້ກ່າວວ່າ: ໃນຕະຫລອດໄລຍະ 35 ປີ ຜ່ານມາ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ເປັນຂົວຕໍ່ທີ່ສໍາຄັນ ລະຫວ່າງພາກລັດ ແລະ ພາກທຸລະກິດ ໄດ້ເຮັດໜ້າໃນການສ້າງສະພາບແວດລ້ອມເອື້ອອໍານວຍໃຫ້ ແກ່ການດໍາເນີນທຸລະກິດ, ການຄ້າ, ການລົງທຶນ ແລະ ການບໍລິການຕ່າງໆ, ພ້ອມທັງຊຸກຍູ້ສົ່ງເສີມໃຫ້ພາກທຸລະກິດປະກອບສ່ວນອັນສໍາຄັນໃນການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ ໃຫ້ນັບມື້ນັບຂະຫຍາຍຕົວ. ການມອບລາງວັນນັກທຸລະກິດຊ້ັນນໍາດີເດ່ັນຄ້ັງນ້ີ, ປະກອບມີ 89 ຫົວໜ່ວຍທຸລະກິດ ໃນນັ້ນລວມມີທຸລະກິດລາວ ແລະ ທຸລະກິດທີ່ມີເຈົ້າຂອງເປັນຕ່າງປະເທດ ທີ່ດຳເນີນທຸລະກິດໃນຂະແໜງອຸດສາຫະກໍາປຸງແຕ່ງ, ຂະແໜງການຄ້າ, ຂະແໜງໄອທີ, ຂະແໜງພະລັງງານ ແລະ ບໍ່ແຮ່, ຂະແໜງ ອຸດສາຫະກໍາການຜະລິດ, ຂະແໜງການບໍລິການ, ຂະແໜງຂົນສົ່ງ, ຂະແໜງກະສິກໍາ ແລະ ປ່າໄມ້, ຂະແໜງທະນາຄານ ແລະ ສະຖາບັນການເງິນ, ຂະແໜງການທ່ອງທ່ຽວ, ໂຮງແຮມ ແລະ ຮ້ານອາຫານ, ຂະແໜງໂຄສະນາ ແລະ ການຈັດງານ, ຂະແໜງກໍ່ສ້າງ ແລະ ອະສັງຫາ.

       ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ: ລັດຖະບານເວລາໃດກໍໄດ້ເອົາໃຈໃສ່ປັບປຸງສະພາບແວດລ້ອມ ທ່ີອໍານວຍໃຫ້ແກ່ການດໍາເນີນທຸລະກິດຂອງຜູ້ປະກອບການ ໃຫ້ສາມາດໄດ້ຮັບການຈັດຕ້ັງປະຕິບັດເປັນຈິງ ແລະ ມີປະສິດທິຜົນສູງ ໂດຍໄດ້ວາງນະໂຍບາຍ ແລະ ກຳນົດກົດໝາຍ ແລະ ລະບຽບການ ທີ່ຮັບປະກັນຄວາມແນ່ນອນ, ໂປ່ງໃສ ແລະ ເປັນບ່ອນອີງໃຫ້ແກ່ການດໍາເນີນທຸລະກິດ. ໃນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 (2026-2030), ລັດຖະບານໄດ້ວາງນະໂຍບາຍພັດທະນາຕາມທິດສີຂຽວ ແລະ ຍືນຍົງ ແລະ ໄດ້ຊຸກຍູ້ໃຫ້ພາກເອກະຊົນມີສ່ວນຮ່ວມໃນການຈັດຕັ້ງປະຕິບັດໃຫ້ແຂງແຮງ ແລະ ກວ້າງຂວາງກວ່າເກົ່າຕາມ ທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຫລື ເອີ້ນຫຍໍ້ວ່າ “ສອຈ”. ພວກເຮົາມີຄວາມຄາດຫວັງສູງຈາກການປະກອບສ່ວນທ່ີສໍາຄັນຂອງພາກທຸລະກິດ ຕໍ່ການບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໂດຍສະເພາະການຂັບເຄື່ອນການເຕີບໂຕສີຂຽວ ແລະ ຍືນຍົງ ພາກເອກະຊົນໃນຖານະຜູ້ປະກອບການເປັນຈຸລັງຂອງເສດຖະກິດຂອງຊາດ ຕ້ອງ ຫ້າວຫັນໃນການດໍາເນີນທຸລະກິດ ຂອງຕົນ ໄປຕາມນະໂຍບາຍເສດ ຖະກິດສີຂຽວ ແລະ ຍືນຍົງ, ດໍາເນີນ ທຸລະກິດແຕ່ລະດ້ານ ຕ້ອງຄໍານຶງ ເຖິງຄວາມຍືນຍົງ ແລະ ເປັນມິດກັບ ສິ່ງແວດລ້ອມ ປະກອບສ່ວນເຂົ້າ ໃນການພັດທະນາສັງຄົມ; ການ ສົ່ງເສີມການເຊື່ອມຈອດ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນເພື່ອຮັບປະກັນຜົນປະໂຫຍດສູງສຸດຈາກຖານະປະເທດທີ່ເຊື່ອມຈອດ ທີ່ເປັນຍຸດທະສາດຂອງລາວ, ພາກເອກະຊົນແມ່ນມີຄວາມສໍາຄັນ ໃນການພັດທະນາພື້ນຖານໂຄງລ່າງທີ່ແຂງແກ່ນ. ການລົງທຶນໃນການເຊື່ອມຈອດກັບປະເທດເພື່ອນບ້ານ ເຊັ່ນ: ສປ ຈີນ, ສສ ຫວຽດນາມ ແລະ ບັນດາປະເທດໃກ້ຄຽງຈະຊຸກຍູ້ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ. 

      ນອກຈາກນີ້, ບັນດາທຸລະກິດຈະຕ້ອງຂັບເຄື່ອນການພັດທະນາເຂດພັດທະນາໃໝ່, ນິຄົມອຸດສາຫະກຳ ເຂດເສດຖະກິດພິເສດໃຫ້ກາຍເປັນຖານສໍາລັບການຜະລິດຂອງພາກພື້ນ. ການລົງທຶນ ແລະ ການຄ້າດ້ວຍການປັບປຸງພື້ນຖານໂຄງລ່າງ ແລະ ການຂະຫຍາຍການຮ່ວມມືການຄ້າສາກົນ ເພື່ອສ້າງໂອກາດຫລາຍຂຶ້ນສໍາລັບການເຕີບໂຕທາງດ້ານເສດຖະກິດຂອງຊາດ; ສົ່ງເສີມນະວັດຕະກຳ ແລະ ການພັດທະນາຊັບພະຍາກອນມະນຸດ ເພື່ອບັນລຸເປົ້າໝາຍພັດທະນາ ເສດຖະກິດເອກະລາດເປັນເຈົ້າຕົນເອງ, ບັນດາທຸລະກິດ ຈະຕ້ອງມີບົດບາດສໍາຄັນໃນການສົ່ງເສີມນະວັດຕະກຳ ແລະ ການພັດທະນາຊັບພະຍາກອນມະນຸດ ລວມເຖິງການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ, ການສ້າງຜະລິດຕະພັນ ແລະ ການບໍລິການທີ່ມີມູນຄ່າເພີ່ມ ແລະ ຫັນໄປສູ່ເສດຖະກິດດີຈິຕອນ. 

ຂ່າວ: ກິດຕາ, ພາບ: ເກດສະໜາ 

 
KPL