ທັບນັກກິລາລົດຖີບເຈົ້າພາບ ຍາດໄດ້ 4 ຫລຽນຄຳ
ຂປລ. ທັບນັກກິລາລົດຖີບ ເຈົ້າພາບ ນະຄອນຫລວງວຽງຈັນ ນຳໂດຍທ່ານ ສຸກສາຄອນ ໃສທິລາດ ປະທານສະຫະພັນລົດຖີບ ນະຄອນຫລວງວຽງຈັນ ປະເດີມສະໜາມກວາດ 3 ຫລຽນຄຳ ໃນການແຂ່ງຂັນກິລາລົດຖີບໄລຍະທາງໄກ ໄຄຣທິລຽມ ຈັບເວລາບຸກຄົນຊາຍ (Criterium) ປະເພດລົດກວັກ ແລະ ລົດວິບາກ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ທີ່ໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 17 ພະຈິກ 2025 ທີ່ຖະໜົນທາງ 450 ປີ (ໜ້າສາງທະນາແລ້ງ) ເມືອງຫາດຊາຍຟອງ.
![]()
ການແຂ່ງຂັນກິລາລົດຖີບ ນະຄອນຫລວງວຽງຈັນ ເກມ 2025 ຈັດຂຶ້ນ ລະຫວ່າງວັນທີ 17-20 ພະຈິກ 2025 ມີການຊີງໄຊທັງໝົດ 9 ຫລຽນຄຳ ຊຶ່ງໃນ 17 ພະຈິກ ກໍມີການຊີງ 4 ຫລຽນຄຳ ຈາກປະເພດໄລຍະທາງໄກ ໄຄຣທິລຽມ ຈັບເວລາບຸກ ຄົນຊາຍ-ຍິງ ປະເພດລົດກວັກ ແລະ ລົດວິບາກ, ໃນນັ້ນ ມີຊີງໄຊ 3 ລາຍການຊາຍ ແລະ 1 ລາຍການຍິງ ຜ່ານການແຂ່ງຂັນຜົນປາກົດວ່າ: ໄຄຣ ທິລຽມ ຈັບເວລາບຸກຄົນຊາຍ ໄລຍະ 30 ກິໂລແມັດ ປະເພດລົດວິບາກ ມີນັກກິລາເຂົ້າຮ່ວມ 12 ຄົນ ຈາກ 5 ແຂວງ ແລະ ເຈົ້າພາບ ນະຄອນຫລວງວຽງຈັນ ເຂົ້າຮ່ວມ. ສຳລັບ ຫລຽນຄຳ ເປັນຂອງ ທ້າວ ຖາວອນ ພົນອາສາ ຈາກນະຄອນຫລວງວຽງຈັນ, ຫລຽນເງິນ ເປັນຂອງທ້າວ ອານັນໄຊ ມີລາກົງ ນະຄອນຫລວງວຽງຈັນ ແລະ ຫລຽນທອງ ເປັນຂອງ ທ້າວ ອະພິຊາດ ສຸດທະວິໄລ ຈາກແຂວງບໍ່ແກ້ວ.
![]()
ສຳລັບ ລາຍການ ໄຄຣທິລຽມ ຈັບເວລາບຸກ ຄົນຊາຍ ໄລຍະ 30 ກິໂລແມັດ ປະເພດລົົົດກວັກ ມີນັກກິລາເຂົ້າຮ່ວມ 14 ຄົນ ຈາກ 6 ແຂວງ ແລະ ເຈົ້າພາບ ນະຄອນຫລວງວຽງຈັນເຂົ້າຮ່ວມ. ໃນນີ້, ຫລຽນຄຳ ເປັນຂອງທ້າວ ບຸນປະເສີດ ຈັນທະພາລີ ນະຄອນຫລວງວຽງຈັນ, ຫລຽນເງິນເປັນຂອງທ້າວ ສົມພະໄທ ອິນມາລາ ຈາກແຂວງວຽງຈັນ ແລະ ຫລຽນທອງ ເປັນຂອງທ້າວ ເທບພະວົງ ພັນທະວົງ ຈາກແຂວງຄຳມ່ວນ.
ສ່ວນລາຍການ ໄຄຣທິລຽມ ຈັບເວລາບຸກ ຄົນຊາຍ ໄລຍະ 44 ກິໂລແມັດ ປະເພດລົດກວັກ ມີນັກກິລາເຂົ້າຮ່ວມ 9 ຄົນ ຈາກ 4 ແຂວງ ແລະ ເຈົ້າພາບນະຄອນຫລວງວຽງຈັນເຂົ້າຮ່ວມ. ຫລຽນຄຳ ເປັນຂອງທ້າວ ອາລິຍາ ພູນສະຫວັດ ນະຄອນຫລວງວຽງຈັນ, ຫລຽນເງິນ ເປັນຂອງທ້າວ ພຸດທະ ສອນ ອິນທະມິດ ນະຄອນຫລວງວຽງຈັນ ແລະ ຫລຽນທອງ ເປັນຂອງທ້າວ ເທບພະສິດ ພົມສຸວັນ ຈາກແຂວງອຸດົມໄຊ.
ຂະນະທີ່ ລາຍການ ໄຄຣທິລຽມ ຈັບເວລາບຸກ ຄົນຍິງ ໄລຍະ 25 ກິໂລແມັດ ປະເພດລົດກວັກ ມີນັກກິລາເຂົ້າຮ່ວມ 9 ຄົນ ຈາກ 4 ແຂວງ ແລະ ເຈົ້າພາບ ນະຄອນຫລວງວຽງຈັນເຂົ້າຮ່ວມ. ຫລຽນຄຳ ເປັນຂອງນາງ ຕຸກຕາ ອິນທະວົງ ນະຄອນຫລວງວຽງຈັນ, ຫລຽນເງິນ ເປັນຂອງນາງ ໂບຕັນ ວິໄຊ ຈາກແຂວງຄຳມ່ວນ ແລະ ຫລຽນທອງ ເປັນຂອງນາງ ຈັນທະໜອມ ໄຊຍະຈັກ ຈາກແຂວງຄຳມ່ວນ.
ພາບ -ຂ່າວ ໂດຍ:ສົງການ ພັນແພງດີ
