ທີມນັກກິລາຣັກບີ້ ຍິງ-ຊາຍ ແຂວງຊຽງຂວາງກວາດ 2 ຫລຽນຄຳ

18/11/2025 11:28
Email Print 83
KPL - Asean 2024 ຂປລ.ການແຂ່ງຂັນກິລາຣັກບີ້ ໃນງານມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII. ທີ່ ນ.ວ ເປັນເຈົ້າພາບ ໂດຍມີທີມເຂົ້າຮ່ວມທັງໝົດ 8 ທີມ ປະເພດຊາຍ 4 ແລະ ຍິງ 4 ທີມ ຈາກ 4 ພາກສ່ວນ

ຂປລ.ການແຂ່ງຂັນກິລາຣັກບີ້   ໃນງານມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII.     ທີ່ ນ.ວ ເປັນເຈົ້າພາບ ໂດຍມີທີມເຂົ້າຮ່ວມທັງໝົດ 8 ທີມ ປະເພດຊາຍ 4 ແລະ ຍິງ 4 ທີມ ຈາກ 4 ພາກສ່ວນຄື: ແຂວງຊຽງຂວາງ, ບໍລິຄຳໄຊ, ແຂວງວຽງຈັນ ແລະ ເຈົ້າພາບນະຄອນຫລວງວຽງຈັນ ຊຶ່ງແຂ່ງຂັນໃນວັນທີ 17 ພະຈິກ 2025 ຢູ່ທີ່ສະໜາມກິລາ ສະຖາບັນກິລາກາຍຍະກຳ ບ້ານສີເກີດ ເມືອງສີໂຄດຕະບອງ, ໂດຍມີການແຂ່ງຂັນກັນໃນປະເພດດຶງສາຍແທັກ ຫລື T 1 Rugby ແບບທີມລະ 7 ຄົນ ແຂ່ງພົບກັນໝົດທຸກທີມ ແລ້ວເກັບຄະແນນ ເພື່ອຄັດເລຶອກເອົາທີມທີ່ມີຄະແນນດີທີ່ສຸດໃນສອງທີມໄປຊີງຊະນະເລີດ.

ຜ່ານການແຂ່ງຂັນ ມາເຖິງຮອບຊີງຊະນະເລີດປະເພດຊາຍ ແຂວງຊຽງຂວາງ ສາມາດເອົາຊະນະ ນະຄອນຫລວງວຽງຈັນ ເຈົ້າພາບໄປໄດ້ 17-15 ຄະແນນ ເຮັດໃຫ້ຄວ້າຫລຽນຄຳຄັ້ງປະຫວັດໄປຄອງ,   ອັນດັບທີ 2 ຫລຽນເງິນ ແມ່ນທີມນະຄອນຫລວງວຽງຈັນ ແລະ ອັນດັບທີ 3 ແມ່ນແຂວງບໍລິຄຳໄຊ. ສ່ວນປະເພດຍິງ ແຂວງຊຽງຂວາງ ກໍສາມາດຄວ້າໄຊຊະນະໄດ້ອັນດັບທີ 1 ໄດ້ຫລຽນຄຳໄປຄອງເຊັ່ນດຽວກັນ, ອັນດັບທີ 2 ແມ່ນເຈົ້າພາບຄະນອນຫລວງ ໄດ້ຫລຽນເງິນ ແລະ ອັນທີ 3 ແມ່ນແຂວງວຽງຈັນ ໄດ້ຮັບຫລຽນທອງ.


     ໃຫ້ກຽດມອບຫລຽນລາງວັນ ໂດຍມີ ທ່ານ ລິດຕາ ຂັດຕິຍະ ຮອງລັດຖະມົນຕີ ຍທຂ, ທ່ານ ນາງພູໄຊ ແພງພົງ ຮອງເລຂາທິການຄະນະໂອແລມປິກແຫ່ງຊາດລາວ, ຮອງຫົວໜ້າກົມກິລາລະດັບສູງ ກະຊວງ ສສກ, ທ່ານ ວິລະຍຸດ ຣາທິກຸນ ປະທານ ສະຫະພັນກິລາຣັກບີ້ແຫ່ງຊາດລາວ.

ໂດຍ:ສູນຂ່າວ
KPL