ຈຳປາສັກ ຊະນະ ປກສ 2-1 ເຊັດ ກະຕໍ້ທີມຊາຍ 4 ຄົນ ຮອບຄັດເລືອກ

18/11/2025 11:35
Email Print 83
KPL - Asean 2024 ຂປລ. ວັນທີ 17 ພະຈິກ 2025 ທີ່ສະໜາມກິລາໃນຮົ່ມໂອແລມປາເຊຍ (ວິທະຍາເຂດດົງໂດກ) ໄດ້ມີການແຂ່ງຂັນກິລາກະຕໍ້ປະເພດທີມຊາຍ 4 ຄົນ ແລະ ປະເພດທີມຍິງ 4 ຄົນ ຮອບຄັດເລືອກນັດທຳອິດ ໃນງານມະຫະກຳກິລາແຫ່ງຊາດຄັ້ງທີ 12 ທີ່ນະຄອນຫລວງວຽງຈັນ ເປັນເຈົ້າພາບ



ຂປລ. ວັນທີ 17 ພະຈິກ 2025 ທີ່ສະໜາມກິລາໃນຮົ່ມໂອແລມປາເຊຍ (ວິທະຍາເຂດດົງໂດກ) ໄດ້ມີການແຂ່ງຂັນກິລາກະຕໍ້ປະເພດທີມຊາຍ 4 ຄົນ ແລະ ປະເພດທີມຍິງ 4 ຄົນ ຮອບຄັດເລືອກນັດທຳອິດ ໃນງານມະຫະກຳກິລາແຫ່ງຊາດຄັ້ງທີ 12 ທີ່ນະຄອນຫລວງວຽງຈັນ ເປັນເຈົ້າພາບ ຊຶ່ງຄູ່ທີ່ໜ້າສົນໃຈ ແຂວງຈຳປາສັກ ທີມພະລັງໜຸ່ມຈາກແດນຈຳປາ ພົບກັບ ກະຊວງປ້ອງກັນຄວາມສະຫງົບ (ປກສ) ທີ່ນຳທີມໂດຍ ດາວວີ ຊະນະວົງໄຊ ແລະ ໜຸ່ມ ສຸວັນນະດີ. 

ຜ່ານການແຂ່ງຂັນໃນເຊັດທຳອິດ ຜົນປະກົດວ່າ ກາຍເປັນທີມ ປກສ ທີ່ເກັບໄຊຊະນະໄປໄດ້ກ່ອນ 15-10 ຄະແນນ ກ່ອນທີ່ໃນເຊັດທີ 2 ແຂວງຈຳປາສັກ ຈະແກ້ເກມມາດີ ເອົາຊະນະໄປໄດ້ 15-13 ຄະແນນ ຕ້ອງໄດ້ຕັດສິນດ້ວຍເຊັດສຸດທ້າຍ ກາຍເປັນຂອງແຂວງຈຳປາສັກ ທີ່ເສີບໄດ້ດີ ແລະ ຂຶ້ນເຕະໄດ້ໜັກໜ່ວງກວ່າ ເອົາຊະນະໄປໄດ້ 15-12 ຄະແນນ ແຊງກັບມາເອົາຊະນະ ປກສ ໄປໄດ້ແບບຫວຸດຫວິດ 2-1 ເຊັດ.

 
KPL