ສອງສຳນັກຂ່າວສານ ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມືຮອບດ້ານ

18/11/2025 11:45
Email Print 83
KPL - Asean 2024 ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ລະຫວ່າງ ວັນທີ 9-14 ພະຈິກ 2025 ນີ້, ສະຫາຍ ວັນນະສິນສິມມະວົງ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ (ຂປລ-KPL) ພ້ອມຄະນະໄດ້ພົບປະສອງຝ່າຍ ກັບ ສະຫາຍ ນາງ ຫວູ ຫວຽດ ຈາງ ຜູ້ອໍາ ນວຍການໃຫຍ່ ສຳນັກຂ່າວສານຫວຽດນາມ (VNA-TTXVN) ພ້ອມຄະນະ.

       ຂປລ. ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ລະຫວ່າງ ວັນທີ 9-14 ພະຈິກ 2025 ນີ້, ສະຫາຍ ວັນນະສິນສິມມະວົງ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ (ຂປລ-KPL) ພ້ອມຄະນະໄດ້ພົບປະສອງຝ່າຍ ກັບ ສະຫາຍ ນາງ ຫວູ ຫວຽດ ຈາງ ຜູ້ອໍານວຍການໃຫຍ່ ສຳນັກຂ່າວສານຫວຽດນາມ (VNA-TTXVN) ພ້ອມຄະນະ ໃນຕອນເຊົ້າວັນທີ 13 ພະຈິກ 2025 ທີ່ນະຄອນຫລວງຮ່າໂນ້ຍ ເພື່ອສືບ ຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນ ສາຍພົວພັນມິດຕະພາບ, ຄວາມສາ ມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານ ລະຫວ່າງສອງພັກ, ສອງ ລັດ ເວົ້າລວມ, ເວົ້າສະເພາະສອງ ສໍານັກຂ່າວສານ ລາວ-ຫວຽດ ນາມ ທ່ີີມີມູນເຊື້ອໃຫ້ນັບມື້ເຂົ້າສູ່ ລວງເລິກ ແລະ ແຕກດອກອອກ ຜົນຍິ່ງໆຂຶ້ນ.

       ໂອກາດນີ້, ສະຫາຍ ນາງ ຫວູ ຫວຽດ ຈາງ ໄດ້ສະແດງຄວາມປິຕິຍິນດີຕ້ອນຮັບຢ່າງອົບອຸ່ນຕໍຄະນະຜູ້ແທນຈາກ ຂປລ ທີ່ໄດ້ນໍາເອົາໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມມາສູ່ຂ່າວສານຫວຽດນາມ, ພ້ອມທັງ ໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການໃນຄັ້ງນີ້ ຊຶ່ງຕະຫລອດໄລຍະ 1 ປີຜ່ານມາ, ສອງສໍານັກຂ່າວ ລາວ-ຫວຽດນາມ ໄດ້ມີການຊຸກຍູ້ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຢ່າງມີປະສິດທິພາບ ແລະ ນັບມື້ຍິ່ງມີປະສິດທິຜົນສູງ. ໃນການພົບປະຄັ້ງນ້ີໄດ້ສະຫລຸບຕີລາຄາຄືນການຈັດຕັ້ງປະຕິບັດອະນຸສັນຍາການຮ່ວມມື 3 ປີຜ່ານມາ (2022-2025) ແລະ ປຶກສາຫາລືແຜນການຮ່ວມມືໃນອະນາຄົດ 2026-2030. ດ້ານວິຊາສະເພາະສອງສໍານັກຂ່າວ ຮັກສາການຮ່ວມມືຢ່າງສະໜິດແໜ້ນ, ດ້ວຍການຊ່ວຍເຫລືອຂອງ ສຳນັກຂ່າວສານປະເທດລາວ ເຮັດໃຫ້ຫ້ອງການຜູ້ຕາງໜ້າຂ່າວສານຫວຽດນາມ ປະຈຳລາວ ສາມາດເຮັດສຳເລັດໜ້າທີ່ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານໄດ້ຫລາກຫລາຍ ແລະ ທັນການໂດຍສະເພາະເມື່ອມີເຫດການສຳຄັນໃນລາວ, ຝ່າຍ ສຳນັກຂ່າວສານປະເທດລາວ ໄດ້ສະໜັບສະໜູນ ຂ່າວສານຫວຽດນາມ ປະຈຳລາວ ໄດ້ເຂົ້າຮ່ວມຮັບໃຊ້ເຮັດໃຫ້ປະຊາຊົນສອງປະເທດ ແລະ ປະຊາຄົມໂລກ ໄດ້ຮັບຮູ້ກ່ຽວກັບສາຍພົວພັນມິດຕະພາບ, ການພັດທະນາຂອງສອງປະເທດຢ່າງຕໍ່ເນື່ອງ.

     ໃນໂອກາດວັນສໍາຄັນຂອງພັກຂອງຊາດ ສອງຝ່າຍ ໄດ້ຮ່ວມກັນຈັດງານວາງສະແດງຮູບພາບ ໂດຍໄດ້ຮັບການຕອບຮັບເປັນຢ່າງດີຈາກຜູ້ນໍາພັກ-ລັດ ກໍຄືມວນຊົນທົ່ວໄປທີ່ເຂົ້າຮ່ວມງານ. ສໍາລັບອະນຸສັນຍາ 5 ປີທ່ີສອງຝ່າຍຈະຮ່ວມກັນຈັດຕັ້ງປະຕິບັດ ແມ່ນຈະສືບຕໍ່ຮ່ວມມືກັນຫັນເປັນດີຈິຕອນ ແລະ ນຳໃຊ້ປັນຍາປະດິດ (AI) ເຂົ້າໃນວຽກງານຂ່າວສານ; ແລກປ່ຽນບົດຮຽນດ້ານການກໍ່ສ້າງບຳລຸງພະນັກງານ; ຊ່ວຍເຫລືອນັກຂ່າວຂອງກັນ ແລະ ກັນ ໃນການເຄື່ອນໄຫວວິຊາການ ໂດຍສະເພາະໃຫ້ສາມາດໄດ້ເຂົ້າຮ່ວມຮັບໃຊ້ ກອງປະຊຸມໃຫຍ່ ກໍຄື ເຫດການສໍາ ຄັນຂອງສອງປະເທດ; ແລກປ່ຽນ ຄະນະຜູ້ແທນການນຳ ແລະ ນັກຂ່າວ ດ້ວຍຈຸດປະສົງຊຸກຍູ້ການຮ່ວມມື ລະຫວ່າງ ສອງຝ່າຍ ເພື່ອຍົກສູງ ພາລະບົດບາດ ແລະ ໜ້າທີ່ ໃນຖາ ນະເປັນສຳນັກຂ່າວສານແຫ່ງຊາດ ຂອງລາວ ແລະ ຫວຽດນາມ. ສອງຝ່າຍເປັນເອກະພາບກັນຕາມຄວາມອາດສາມາດຂອງຕົນ ທີ່ຈະສະໜອງຂໍ້ມູນຂ່າວສານ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນໄລຍະເວລາໄປປະຕິບັດໜ້າທີ່ໄລຍະຍາວ ຫລື ໄລຍະສັ້ນ ຢູ່ໃນປະເທດຂອງກັນ ແລະ ກັນ; ສອງຝ່າຍຈະປະສານກັນຢ່າງແໜ້ນແຟ້ນ ໃນການສະກັດກັ້ນ ແລະ ແກ້ໄຂຂ່າວທີ່ບໍ່ມີມູນຄວາມຈິງໂດຍການແລກປ່ຽນ ແລະ ຊ່ວຍກວດສອບຂໍ້ມູນທີ່ບໍ່ໄດ້ຮັບການຢືນຢັນກ່ຽວກັບອີກຝ່າຍໜຶ່ງ ເພື່ອຮັບປະກັນວ່າຂໍ້ມູນນັ້ນຖືກຕ້ອງ ແລະ ເປັນຄວາມຈິງ.

      ສະຫາຍ ວັນນະສິນ ສິມມະວົງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຈາກ ສະຫາຍ ນາງ ຫວູ ຫວຽດ ຈາງ ພ້ອມດ້ວຍຄະນະ ທີ່ໄດ້ກະກຽມແຜນການເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຫງະອານ ແລະ ນະຄອນຫລວງຮ່າໂນ້ຍ ຊຶ່ງຕະ ຫລອດໄລຍະຂອງການເດີນທາງ ແມ່ນມີຄວາມສະດວກປອດໄພ ແລະ ມີບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ. ພ້ອມທັງຕີລາຄາສູງຕໍ່ການຮ່ວມມືສອງຝ່າຍ ໂດຍຈະສືບຕໍ່ຊຸກຍູ້ຂະແໜງການທ່ີກ່ຽວຂ້ອງຂອງສອງຝ່າຍເປັນເຈົ້າການໃນການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ.

    ສອງສະຫາຍຜູ້ອໍານວຍການໃຫຍ່ ສໍານັກຂ່າວສານລາວ-ຫວຽດນາມ ໄດ້ສະແດງຄຳໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການຮ່ວມມືຢ່າງໃກ້ຊິດ, ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ກໍຄືການຊຸກຍູ້ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.

    ພາຍຫລັງພົບປະສອງຝ່າຍ, ກໍໄດ້ມີພິທີລົງນາມ ອະນຸສັນຍາວ່າດ້ວຍການຮ່ວມມືດ້ານວິຊາການ ລະຫວ່າງ ຂ່າວສານປະເທດລາວ ແລະ ສໍານັກຂ່າວສານຫວຽດນາມ ໂດຍມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ. 

ພາບ:TTXVN

KPL