ມາເລເຊຍ-ຈີນ ຈະແລກປ່ຽນຂໍ້ມູນໃບຮັບຮອງ ແຫລ່ງກຳເນີດສິນຄ້າ
ຂປລ.ສຳນັກຂ່າວ ອິນໂຟເຄວສ: ມາເລເຊຍ ແລະ ຈີນ ຈະຮ່ວມມືກັນ ແລກປ່ຽນ ຂໍ້ມູນເອເລັກໂຕຣນິກຂອງໃບຮັບຮອງ ແຫລ່ງກຳເນີດ ສິນຄ້າ (Certificates of Origin) ພາຍໃຕ້ ຂໍ້ຕົກລົງ ເຂດການຄ້າ ເສລີ ອາຊຽນ-ຈີນ (ASEAN-China Free Trade Area) ແລະ ຂໍ້ຕົກລົງ ຫຸ້ນສ່ວນ ທາງເສດຖະກິດ ລະດັບພາກພື້ນ (RCEP) .
ກະຊວງການຄ້າຂອງ ມາເລເຊຍ ລະບຸວ່າ: ຂໍ້ຕົກລົງດັ່ງກ່າວ ຈະລົງນາມກັນ ໃນເດືອນພະຈິກນີ້ ແລະ ມີກຳນົດເລີ່ມດຳເນີນການ ທຳອິດ ໃນເດືອນມັງກອນປີ 2026. ໂຄງການນີ້ ມີເປົ້າໝາຍເພື່ອຫລຸດ ໄລຍະເວລາການສົ່ງເອກະສານ ເລັ່ງລັດ ການກວດສອບ ຄວາມຖືກຕ້ອງຂອງໃບຮັບຮອງ ແລະ ເພີ່ມຄວາມປອດໄພ ພ້ອມທັງ ເປັນການຮັກສາ ຄວາມລັບ ຂອງ ເອກະສານ ສິດທິພິເສດ ດ້ານການຄ້າ ເພື່ອຊ່ວຍຫລຸດຄວາມສ່ຽງ ທີ່ຜູ້ບໍ່ໄດ້ຮັບອະນຸຍາດ ຈະນຳເອກະສານໄປໃຊ້ ໃນທາງທີ່ຜິດ. ນອກຈາກນີ້ ການແລກປ່ຽນຂໍ້ມູນ ເອເລັກໂຕຣນິກ ຍັງຈະຊ່ວຍໃຫ້ ກິດຈະກຳ ການຄ້າດີຂຶ້ນ ໂດຍຜ່ານ ການແບ່ງປັນ ຂໍ້ມູນ ທີ່ປອດໄພ ແລະ ເຂົ້າລະຫັດ ລະຫວ່າງ ໜ່ວຍງານ ທີ່ກ່ຽວຂ້ອງ ລະຫວ່າງສອງປະເທດອີກດ້ວຍ. /
