80 ປີ ຂະແໜງການຕ່າງປະເທດ ລາວ ແລະ ຫວຽດນາມ ຮັບໃຊ້ປະເທດຊາດ ແລະ ເພີ່ມພູນຄູນສ້າງສາຍພົວພັນນັບມືນັບຂະຫຍາຍຕົວ

ຂປລ. ປີ 2025, ຂະແໜງການຕ່າງປະເທດ ລາວ-ຫວຽດນາມ, ຫວຽດນາມ- ລາວ ລ້ວນແຕ່ສະເຫລີມສະຫລອງວັນສ້າງຕັ້ງຄົບຮອບ 80 ປີ, ໃນນັ້ນ ວັນທີ 28/8/ 1945 ແມ່ນວັນມູນເຊື້ອຂອງຂະແໜງການ ການທູດຫວຽດນາມ ແລະ ວັນທີ 12/10/1945 ແມ່ນວັນການທູດລາວ. ຕະຫລອດ 80 ປີຜ່ານມາ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ, ຂະແໜງການຕ່າງປະເທດ ຫວຽດນາມ ແລະ ລາວ, ລາວ-ຫວຽດນາມ ລ້ວນແຕ່ມີການປະກອບສ່ວນ ທີ່ສຳຄັນເຂົ້າໃນພາລະກິດປະຕິວັດ ຂອງແຕ່ລະປະເທດ ແລະ ເປັນຂົວຕໍ່ອັນສຳຄັນ ເພື່ອຮັດແໜ້ນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ; ເພື່ອສະເຫລີມສະຫລອງເຫດການທີ່ສຳຄັນ ຂອງຂະແໜງການຕ່າງປະເທດ ຫວຽດນາມ- ລາວ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ ລາວ ຫງວຽນ ມິງ ເຕີມ ມີບົດຂຽນ “80 ປີ, ຂະແໜງການຕ່າງປະເທດ ຫວຽດນາມ ແລະ ລາວ ຮັບໃຊ້ປະເທດຊາດ ແລະ ສາຍພົວພັນ ຫວຽດນາມ-ລາວ”.
ໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະ ທ້ອນໂຮມປະເທດເປັນເອກະພາບ ກໍຄືພາລະກິດປ່ຽນແປງໃໝ່, ເຊື່ອມໂຍງ ແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ, ພັກ,ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍຮູ້ສຶກພາກພູມໃຈເປັນຢ່າງຍິ່ງທີ່ມີເພື່ອນມິດ, ທັງເປັນສະຫາຍ ແລະ ທັງເປັນອ້າຍນ້ອງທີ່ສະໜິດສະໜົມ ແມ່ນພັກ, ລັດ ແລະ ປະຊາຊົນລາວ ຍາມໃດກໍຄຽງບ່າຄຽງໄຫລ່ ຜ່ານຜ່າທຸກຄວາມຫຍຸ້ງຍາກ, ບັນລຸໄດ້ບັນດາຜົນສຳເລັດ ທີ່ເອກອ້າງທະນົງໃຈ. ພາຍໃຕ້ການນຳພາ ຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ (ຕົ້ນກຳເນີດຈາກພັກກອມມູນິດອິນດູຈີນ) ເຊິ່ງໄດ້ປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່, ປະທານໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ໄດ້ກໍ່ຕັ້ງ, ບັນດາຜູ້ນຳ ແລະ ປະຊາຊົນສອງປະເທດ ໄດ້ອອກເຫື່ອເທແຮງເພີ່ມພູນຄູນສ້າງ, ຜ່ານຜ່າວັນເວລາທີ່ຫຍຸ້ງຍາກລຳບາກ ແລະ ບັ້ນທົດສອບທີ່ໜັກໜ່ວງຢ່າງຮ້າຍກາດ ຂອງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ແລະ ຈັກກະພັດ ກໍຄືຂະບວນວິວັດປ່ຽນແປງໃໝ່, ເຊື່ອມໂຍງສາກົນ, ສາຍພົວພັນມິດຕະພາບ ທີ່ເປັນແບບຢ່າງ, ສົດໃສ, ສະເໝີຕົ້ນສະເໝີປາຍ, ສະໜິດຕິດແໜ້ນລະຫວ່າງ ຫວຽດນາມ ແລະ ລາວ, ລາວ ແລະ ຫວຽດນາມ ໄດ້ຮັບການພິສູດໃຫ້ເຫັນວ່າ ແມ່ນກົດເກນແຫ່ງການຄົງຕົວ ແລະ ພັດທະນາລວມ, ເປັນປັດໄຈຕັດສິນຊີ້ຂາດ ໃຫ້ແກ່ໄຊຊະນະການປະຕິວັດ ຂອງແຕ່ລະປະເທດ ແລະ ໄດ້ກາຍເປັນຊັບສົມບັດລວມຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ.
ນັບແຕ່ເວລານັ້ນເປັນຕົ້ນຕົ້ນມາ, ຂະແໜງການຕ່າງປະເທດຫວຽດນາມ ແລະ ລາວ, ລາວ ແລະ ຫວຽດນາມ ໄດ້ຮັບການນຳພາໂດຍກົງ ຈາກບັນພະບູລຸດບັນດາຜູ້ນຳ. ຢູ່ຫວຽດນາມ, ປະທານໂຮ່ຈີ່ມິງ ເປັນລັດຖະມົນຕີກະຊວງການຕ່າງປະເທດຜູ້ທຳອິດ. ຢູ່ ສປປ ລາວ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເປັນຜູ້ນຳທີ່ໄດ້ວາງພື້ນຖານໃຫ້ແກ່ຂະແໜງການຕ່າງປະເທດຂອງລາວ, ໃນນັ້ນ ປະທານ ສຸພານຸວົງ ເປັນລັດຖະມົນຕີກະຊວງການຕ່າງປະເທດຜູ້ທຳອິດ. ບົນພື້ນຖານສາຍພົວພັນພິເສດ ທີ່ສະໜິດສະໜົມລະຫວ່າງສອງປະເທດ, ໄດ້ຮັບການລ້ຽງດູ ຈາກບັນດາບັນພະບຸລຸດປະຕິວັດຂອງສອງປະເທດ, ພ້ອມກັບບັນດາຂະແໜງການອື່ນໆ, ການພົວພັນຮ່ວມມື ລະຫວ່າງສອງຂະແໜງການຕ່າງປະເທດ ຫວຽດນາມ-ລາວ, ລາວ-ຫວຽດນາມ ກໍນັບມື້ນັບສະໜິດຕິດແໜ້ນ, ສະໜິດສະໜົມ, ປະສານສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນ. ທັດສະນະຂອງປະທານໂຮ່ຈີ່ມິງ “ພວກເຮົາຖືຄວາມຜາສຸກ ແລະ ຄວາມຈະເລີນຮຸ່ງເຮືອງ ຂອງອ້າຍນ້ອງລາວກໍຄືຂອງເຮົາ” ແລະ ທິດນຳທີ່ວ່າ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ” ບັນດາການນຳຂອງຂະແໜງການຕ່າງປະເທດ ໄດ້ສືບຕໍ່ປັບປຸງ ແລະ ເພີ່ມພູນຄູນສ້າງ ໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນເລື້້ອຍໆ, ທັງເພື່ອ “ນ້ຳໃຈເພື່ອນມິດ, ນ້ຳໃຈສະຫາຍ, ນ້ຳໃຈອ້າຍນ້ອງ, ຄວາມສາມັກຄີພິເສດ”, ທັງຮັບປະກັນຜົນປະໂຫຍດຂອງປະເທດຊາດ.
ໃນພາລະກິດແຫ່ງການປົດປ່ອຍຊາດ, ພິເສດນັບແຕ່ສອງປະເທດ ສ້າງຕັ້ງສາຍພົວພັນທາງການທູດ ໃນວັນທີ 05/9/1962, ຂະແໜງການຕ່າງປະເທດ ຂອງສອງປະເທດກໍໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດ, ສະໜັບສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນຢູ່ບັນດາເວທີສາກົນ ກໍຄືການຂົນຂວາຍ ການສະໜັບສະໜູນຂອງສາກົນ, ຢືນຢັນຄວາມຊອບທຳ ຂອງພາລະກິດການປະຕິວັດ ຂອງສອງປະເທດ ຫວຽດນາມ - ລາວ, ລາວ-ຫວຽດນາມ. ສອງຝ່າຍໄດ້ຈັດຕັ້ງການເດີນທາງຢ້ຽມຢາມ ແລະ ການພົບປະລະຫວ່າງ ການນຳຂັ້ນສູງສອງພັກ, ສອງລັດເປັນປະຈຳ, ໂດດເດ່ັນແມ່ນການເດີນທາງ ໄປຢ້ຽມຢາມ ຮ່າໂນ້ຍ ຂອງປະທານ ສຸພານຸວົງ (10/ 1945), ການຢ້ຽມຢາມມິດຕະພາບ ຫວຽດນາມ ຂອງສະຫາຍເລຂາທິການໃຫຍ່ ໄກສອນ ພົມວິຫານ (1966), ແມ່ນການຢ້ຽມຢາມມິດຕະພາບ ຢ່າງເປັນທາງການຢູ່ເຂດປົດປ່ອຍຂອງລາວ ຂອງສະຫາຍເລຂາທີໜຶ່ງ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ (11/1973). ພ້ອມກັບບັນດາກຳລັງຕໍ່ສູ້ ຢູ່ບັນດາສະໜາມຮົບອື່ນໆ, ການຮ່ວມມື ລະຫວ່າງ ຫວຽດນາມ-ລາວ, ລາວ-ຫວຽດນາມ ຢູ່ສະໜາມຮົບການທູດ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການປະຕິວັດພາລະກິດປົດປ່ອຍຊາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ໄດ້ຮັບໄຊຊະນະຢ່າງສົມບູນໃນປີ 1975.
ພາຍຫລັງໄດ້ຮັບສັນຕິພາບແລ້ວ, ສອງປະເທດຮ່ວມມືຮຳບາດແຜສົງຄາມ, ທັງຄຽງບ່າຄຽງໄຫລ່ນຳກັນໃນພາລະກິດສ້າງສາ, ປົກປັກຮັກສາ, ພັດທະນາປະເທດຊາດ ແລະ ເຊື່ອມໂຍງສາກົນ. ວັນທີ 18 ກໍລະກົດ 1977, ຫວຽດນາມ ແລະ ລາວ, ລາວ-ຫວຽດນາມ ໄດ້ລົງນາມໃນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື, ສົນທິສັນຍາວາງກຳນົດຊາຍແດນຫວຽດນາມ-ລາວ ແລະ ໄດ້ອອກຖະແຫລງການຮ່ວມໃນການເດີນທາງ ມາຢ້ຽມຢາມລາວຂອງສະຫາຍ Le Duan ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ແລະ ສະຫາຍນາຍົກລັດຖະມົນຕີ ພິມ ວັນ ດົງ (Pham Van Dong). ບັນດາເອກະສານປະຫວັດສາດດັ່ງກ່າວ ໄດ້ຢັ້ງຢືນເຖິງຄວາມຕິດພັນອັນແໜ້ນແຟ້ນ, ຊາຕາກຳຂອງຊາດບໍ່ພຽງແຕ່ ໃນຂະບວນການຕໍ່ສູ້ປົດປ່ອຍຊາດ, ການທ້ອນໂຮມປະເທດຊາດ ເປັນເອກະພາບເທົ່ານັ້ນ, ແຕ່ຍັງເປັນພື້ນຖານທາງ ດ້ານນິຕິກຳທີ່ສຳຄັນ ເພື່ອໃຫ້ສອງຝ່າຍສືບຕໍ່ປັບປຸງ, ພັດທະນາສາຍພົວພັນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ເພື່ອເອກະລາດ ແລະ ຄວາມວັດທະນາຖາວອນ ຂອງແຕ່ລະປະເທດ.
ປັດຈຸບັນ, ຫວຽດນາມ ແລະ ລາວ, ລາວ ແລະ ຫວຽດນາມ ພວມກ້າວໄປໃນເສັ້ນທາງກໍ່ສ້າງສັງຄົມນິຍົມຢ່າງໜັກແໜ້ນ, ພ້ອມກັນນັ້ນກໍໄດ້ມີການເຊື່ອມໂຍງສາກົນຢ່າງກວ້າງຂວາງ. ບັນດາບົດຮຽນປະສົບການ ແລະ ແຜນນະໂຍບາຍ, ຍຸດທະສາດອັນສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽດນາມ ແລະ ລາວ ສືບຕໍ່ສາຍພົວພັນພິເສດລະຫວ່າງສອງປະເທດເວົ້າລວມ, ສອງຂະແໜງການຕ່າງປະເທດ ຫວຽດນາມ-ລາວ, ລາວ-ຫວຽດນາມ ເວົ້າສະເພາະ. ການພົວພັນດ້ານການເມືອງ ລະຫວ່າງສອງພັກ, ສອງລັດ ນັບມື້ສະໜິດຕິດແໜ້ນ ແລະ ໄວ້ເນື້ອເຊື່ອໃຈກັນ, ເປັນຫລັກແຫລ່ງກຳນົດທິດລວມ ໃຫ້ແກ່ການຮ່ວມມືຮອບດ້ານ ຂອງສອງຝ່າຍໃນທຸກໆຂົງເຂດວຽກງານ. ການພົບລະຫວ່າງການນຳຂອງພັກ, ລັດ ແລະ ທ້ອງຖິ່ນ, ການແລກປ່ຽນຂໍ້ມູນ, ແລກປ່ຽນປະສົບການລະຫວ່າງບັນດາກະຊວງ, ອົງການຂອງພັກ, ຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງສັງຄົມ ແລະ ປະຊາຊົນສອງປະເທດນັບມື້ນັບຟົດຟື້ນ ແລະ ອຸດົມສົມບູນ.
ບົນພື້ນຖານສັນຍາການຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດໄລຍະ 2021-2025, ສອງຝ່າຍສືບຕໍ່ຮັກສາ ແລະ ເຮັດໃຫ້ບັນດາກົນໄກຮ່ວມມື ລະຫວ່າງສອງກະຊວງ ໄດ້ຮັບການເສີມຂະຫຍາຍກວ່າເກົ່າ ຄື: ກົນໄກປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີກະຊວງການຕ່າງປະເທດປະຈຳປີ, ການປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ-ລາວ ແລະ ບັນດາຮູບການຮ່ວມມື ລະຫວ່າງບັນດາກົມກອງທີ່ກ່ຽວຂ້ອງຄືກົງສຸນ, ວຽກງານຊາຍແດນ, ກະຊວງການຕ່າງປະເທດ, ແລກປ່ຽນຂໍ້ມູນ, ແລກປ່ຽນບົດຮຽນປະສົບການ ກ່ຽວກັບວຽກງານການທູດ, ກໍ່ສ້າງຂະແໜງການ, ການຮ່ວມມືດ້ານການສຶກສາກໍ່ສ້າງ, ບຳລຸງສ້າງວິຊາສະເພາະ, ຖະແຫລງຂ່າວ, ການຮ່ວມມືຫລາຍຝ່າຍ, ແຜນການເຄື່ອນໄຫວ ວ່າດ້ວຍການເພີ່ມທະວີການຮ່ວມມື ດ້ານການທູດເສດຖະກິດໄລຍະ 2020-2025… ບັນດາກົນໄກຮ່ວມມືດັ່ງກ່າວ ໄດ້ປະກອບສ່ວນຮັດແໜ້ນເລິກເຊິ່ງ ດ້ານການພົວພັນຮ່ວມມື ລະຫວ່າງຂະແໜງການທູດ ຫວຽດນາມ ແລະ ລາວ, ລາວ-ຫວຽດນາມ.
ບໍ່ພຽງແຕ່ມີການຮ່ວມມືຮອບດ້ານ ແລະ ກວ້າງຂວາງໃນຂອບເຂດສອງຝ່າຍເທົ່ານັ້ນ, ນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດ ລະຫວ່າງ ຫວຽດນາມ - ລາວ, ລາວ-ຫວຽດນາມ ກໍຍັງໄດ້ຮັບການຢືນຢັນຢ່າງເຂັ້ມແຂງແຮງກ້າ ໃນລະດັບຫລາຍຝ່າຍ. ສອງປະເທດໄດ້ແລກປ່ຽນຂໍ້ມູນ, ສົມທົບດ້ານທັດສະນະ, ສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ປະສານຢ່າງແໜ້ນແຟ້ນ ຢູ່ບັນດາເວທີພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງ ຂອງສະຫະປະຊາຊາດ, ສະຫະສະມາຄົມ ບັນດາປະເທດອາຊີຕາເວັນອອກສຽງໃຕ້ (ASEAN) ແລະ ກົນໄກຮ່ວມມືອະນຸພາກ ພື້ນແມ່ນ້ຳຂອງ (GMS). ພິເສດ, ສອງຝ່າຍຍາມໃດ ກໍສະໜັບສະໜູນເຊິ່ງກັນ ແລະ ກັນໃນການຈັດຕັ້ງບັນດາເຫດການໃຫຍ່ຂອງສາກົນ, ໂດຍສະເພາະແມ່ນການປະຕິບັດສຳເລັດຜົນການດຳລົງຕຳແໜ່ງເປັນປະທານ ASEAN/AIPA ໃນປີ 2016 ແລະ 2024 ຂອງ ສປປ ລາວ; ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ ລາວ ໄດ້ເຂົ້າຮ່ວມເວທີອະນາຄົດອາຊຽນຄັ້ງທຳອິດໃນປີ 2024, ກໍຄືກອງປະຊຸມສຸດຍອດການຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍໂລກປີ 2030 (P4G) ຄັ້ງທີ 4 (04/2025). ການຮ່ວມມື ແລະ ປະສານສົມທົບ ຢ່າງແໜ້ນແຟ້ນລະຫວ່າງ ຫວຽດນາມ ແລະ ລາວ ໃນຂົງເຂດການຕ່າງປະເທດ ໄດ້ປະກອບສ່ວນຍົກສູງ ຖານະບົດບາດຂອງລາວ ແລະ ຫວຽດນາມ ໃນພາກພື້ນ ແລະ ສາກົນ, ພ້ອມທັງປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຂອງປະຊາຄົມອາຊຽນ.
ສາມາດຢືນຢັນໄດ້ວ່າ, ການພົວພັນລະຫວ່າງຂະແໜງການຕ່າງປະເທດ ຫວຽດນາມ-ລາວ,ລາວ-ຫວຽດນາມ ແມ່ນຫລັກຖານທີ່ເປັນແບບຢ່າງ ໃນການປະສານສົມທົບຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນ. ໃນໄລຍະຕໍ່ສູ້ກູ້ຊາດ, ຂະແໜງການຕ່າງປະເທດຂອງສອງປະເທດ ໄດ້ປະສານສົມທົບຢ່າງແໜ້ນແຟ້ນ ໃນການເຈລະຈາ, ລະດົມການສະໜັບສະໜູນຈາກປະຊາຄົມສາກົນ, ແບ່ງປັນຂໍ້ມູນເປັນປະຈຳ, ຊ່ວຍເຫລືອເຊິ່ງກັນແລະກັນ. ໃນເວລາສັນຕິພາບ, ການທູດຂອງສອງປະເທດ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່, ຊຸກຍູ້ການຮ່ວມມືຮອບດ້ານໃນທຸກຂົງເຂດ. ບັນດາກົນໄກຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ຄື: ການປຶກສາຫາລືດ້ານການເມືອງ, ການປະສານງານຢູ່ບັນດາເວທີ ແລະ ອົງການຈັດຕັ້ງຫລາຍຝ່າຍ, ການຮ່ວມມືລະຫວ່າງ ບັນດາອົງການຜູ້ຕາງໜ້າຢູ່ຕ່າງປະເທດ, ການຮ່ວມມື ດ້ານການທູດເສດຖະກິດ ນັບມື້ນັບມີປະສິດທິຜົນ ແລະ ແທດຈິງ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປົກປັກຮັກສາຜົນປະໂຫຍດຍຸດທະສາດລວມຂອງສອງປະເທດ.
ແນວໃດກໍດີ, 80 ປີແຫ່ງວັນມູນເຊື້ອຂອງຂະແໜງການຕ່າງປະເທດ ລາວ ແລະ ຫວຽດນາມ ແມ່ນ 80 ປີທີ່ຂະແໜງການຕ່າງປະເທດ ຂອງສອງປະເທດໄດ້ພ້ອມກັນຮ່ວມເດີນທາງພ້ອມກັບປະເທດ, ພ້ອມກັນຢືນຢັນຄວາມເກັ່ງກ້າສາມາດ ແລະ ສະຕິປັນຍາຂອງພື້ນຖານການທູດ ທີ່ເອກະລາດ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ; ນຳປະເທດເຂົ້າສູ່ການເຊື່ອມໂຍງສາກົນ; ຍົກສູງພາລະບົດບາດ ແລະ ອິດທິພົນຂອງປະເທດ ໃນເວທີສາກົນ ແລະ ພາກພື້ນ. ໃນໄລຍະຈະມາເຖິງນີ້, ເຖິງວ່າສະພາບການສາກົນ ສືບຕໍ່ມີການຫັນປ່ຽນ ຢ່າງສັບສົນໄວວາກໍຕາມ, ແຕ່ພວກເຮົາເຊື່ອໝັ້ນວ່າ ສອງຂະແໜງການຕ່າງປະເທດ ຫວຽດນາມ ແລະ ລາວ, ລາວ ແລະ ຫວຽດນາມ ຈະສືບຕໍ່ຈັບມືກັນຢ່າງແໜ້ນແຟ້ນ ແລະ ພະຍາຍາມສຸດຄວາມສາມາດ ເພື່ອຍົກສູງປະສິດທິຜົນ ຂອງການຮ່ວມມື; ສືບຕໍ່ປັບປຸງບັນດາກົນໄກ ການປະສານງານສອງຝ່າຍ; ຊຸກຍູ້ການຮ່ວມມື ໃນທຸກຊ່ອງທາງຢ່າງຕັ້ງໜ້າ; ຍູ້ແຮງການສົມທົບຄຸ້ມຄອງຊາຍແດນ, ຮັບປະກັນສະຖຽນລະພາບ ແລະ ຄວາມສະຫງົບຢູ່ເຂດຊາຍແດນ, ຮັບມືຢ່າງມີປະສິດທິຜົນ ກັບບັນດາສິ່ງທ້າທາຍດ້ານຕ່າງໆ; ເພີ່ມທະວີການປະສານງານ ທາງດ້ານການທູດເສດຖະກິດ; ປະກອບສ່ວນຢ່າງແທດຈິງ ເຂົ້າໃນພາລະກິດສ້າງສາ ແລະ ພັດທະນາຢູ່ແຕ່ລະປະເທດ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອ ບດ້ານລະຫວ່າງ ສອງປະເທດ ໃຫ້ພັດທະນາຂຶ້ນສູ່ລະດັບສູງ, ງອກງາມ , ໝັ້ນຄົງຂະໜົງແກ່ນຕະຫລອດໄປ, ເພື່ອຜົນປະໂຫຍດ ຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ ຢູ່ພາກພື້ນ ແລະ ໃນທົ່ວໂລກ.