ການກໍ່ສ້າງ ແລະ ເສີມຂະຫຍາຍຂອງພັກແຮງງານເກົາຫລີ

12/10/2025 15:52
Email Print 83
KPL - Asean 2024 ໃນວັນທີ 10 ຕຸ​ລາ ປີ 1945, 80 ປີ ກ່ອນໜ້ານີ້, ​ສະຫາຍ ກິມ ອິນ ຊຸງ ຜູ້ນຳທີ່ຍິ່ງໃຫຍ່ ຂອງປະຊາຊົນເກົາຫລີ ໄດ້ປະກາດສ້າງຕັ້ງ ​ພັກ​ແຮງ​ງານ​ເກົາຫລີ, ກອງ​ກຳ​ລັງ​ນຳ​ພາ​ ຂອງ​ຊົນ​ຊັ້ນ​ກຳ​ມະ​ກອນ​ເກົາ​ຫລີ ທີ່​ແທ້​ຈິງ.





(ເນື່ອງໃນໂອກາດວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ80ປີ,10/10/1945-10/10/2025)



ຂປລ. ໃນວັນທີ 10 ຕຸລາ ປີ 1945, 80 ປີ ກ່ອນໜ້ານີ້, ​ສະຫາຍ ກິມອິນຊຸງ ຜູ້ນຳທີ່ຍິ່ງໃຫຍ່ ຂອງປະຊາຊົນເກົາຫລີ ໄດ້ປະກາດສ້າງຕັ້ງພັກແຮງງານເກົາຫລີ, ກອງກຳລັງນຳພາຂອງຊົນຊັ້ນກຳມະກອນເກົາຫລີ ທີ່ແທ້ຈິງ. ດ້ວຍຄວາມເຂົ້າໃຈອັນເລິກເຊິ່ງເຖິງບົດບາດ​​ນຳພາຂອງພັກໃນການປະຕິວັດແລະການກໍ່ສ້າງ, ສະຫາຍກິມອິນຊຸງ ຜູ້ນຳທີ່ຍິ່ງໃຫຍ່ໄດ້ສ້າງຕັ້ງພັກ​​ແຮງງານເກົາຫລີຢ່າງທັນການພາຍຫລັງການປົດປ່ອຍປະເທດຊາດເກົາຫລີ ​​ຈຶ່ງໄດ້ສ້າງອົງການນຳພາການເມືອງທີ່ເຂັ້ມແຂງເພື່ອ​​ນຳພາ​ ​ພາລະກິດກໍ່ສ້າງລັດແລະກອງທັບ  ແລະ​ ​​ການປະຕິວັດປະຊາທິປະໄຕຕ້ານຈັກກະພັດຕ້ານສັກດີນາໃຫ້ສຳເລັດຜົນ.

ພາຍໃຕ້ການຊີ້ນຳນຳພາອັນປີຊາສາມາດຂອງສະຫາຍກິມອິນຊຸງ, ພັກແຮງງານເກົາຫລີໄດ້ນຳພາການປະຕິວັດປະຊາທິປະໄຕຕ້ານຈັກກະພັດຕ້ານສັກດີນາ​, ​ສົງຄາມປົດປ່ອຍປິຕີພູມເກົາຫລີ, ​ພາລະກິດຟື້ນຟູປະເທດຊາດຫລັງສົງຄາມ, ​ການປະຕິວັດສັງຄົມນິ​​ຍົມໄປສູ່ໄຊຊະນະ​. ພັກແຮງງານເກົາຫລີ ໄດ້ຂຶ້ນກ່າວສູ່ສັງກາດໃໝ່​ ​ຂອງການເຕີບໃຫຍ່ຂອງຕົນໂດຍນັບຖືຢ່າງສູງສະຫາຍກິມ​ ​ເຈິງອິນ ຜູ້ນຳທີ່ຍິ່ງໃຫຍ່​​ ເປັນຜູ້ສືບທອດຂອງພາລະກິດການປະຕິວັດແລະຜູ້ນຳຂອງພັກ. ພັກແຮງງານເກົາຫລີ ໄດ້ນຳໃຊ້ແນວຄິດ ແລະ ທິດສະດີກໍ່ສ້າງພັກຂອງ ສະຫາຍ ກິມ ເຈິງ ອິນ ເຂົ້າໃນການເສີມຂະຫຍາຍພັກ ແຮງງານເກົາຫລີ ໃຫ້ເປັນພັກຂອງຜູ້ນຳ, ພັກການປະຕິວັດຈຸດເຊ. ໃນຕະ
ຫລອດໄລຍະ ແຫ່ງການນຳພາ ພັກແຮງງານເກົາຫລີ
ສະຫາຍ ກິມ ເຈິງ ອິນ ໄດ້ຖືເອົາການເສີມສ້າງພັກ ຂອງ ປະທານ ກິມ
ອິນຊຸງ ລວມທັງຊື່ ແລະ ຄວາມເປັນຈິງ ເປັນພາລະກິດຕົ້ນຕໍ ແລະ ດຳເນີນການຈັດຕັ້ງປະຕິບັດ ຢ່າງມີໝາກຜົນ. ສະຫາຍໄດ້ພັດທະນາແນວຄິດປະຕິວັດ, ແນວຄິດຈຸດເຊທີ່ ປະທານ ກິມອິນຊຸງ ສ້າງຕັ້ງຂຶ້ນໃຫ້ເປັນຮູບປະທຳ ແລະ ເປັນແນວຄິດຊີ້ນຳພຽງໜຶ່ງດຽວ ຂອງພັກແຮງງານເກົາຫລີ, ທັງໄດ້ຖືເອົາແນວຄິດດັ່ງກ່າວນີ້ ເປັນຕົວແບບກໍຄືໂຄງການອັນສູງສຸດໃນທົ່ວສັງຄົມ.

ຍ້ອນການຊີ້ນຳ-ນຳພາຂອງສະຫາຍ, ພັກແຮງງານເກົາຫລີ ໄດ້ຮັບການພັດທະນາ ໃຫ້ເປັນອົງການຈັດຕັ້ງທີ່ມີຄວາປອດໃສ, ເຂັ້ມແຂງ ແລະ ເປັນເອກະພາບ ໃນການກະທຳຕົວຈິງ, ເປັນອົງການຈັດຕັ້ງ ທີ່ມີລະບົບແນວຄິດທີ່ເປັນໜຶ່ງດຽວ ແລະ ສ້າງຕັ້ງລະບົບການນຳພາ ທີ່ເປັນໜຶ່ງດຽວຂອງຜູ້ນຳຢ່າງເຄັ່ງຄັດ. ສະຫາຍ ກິມ ເຈິງ ອິນ ໄດ້ສ້າງພັກແຮງງານເກົາຫລີ ໃຫ້ເປັນພັກທີ່ຮັບໃຊ້ມວນຊົນ, ມີຄວາມຮັບຜິດຊອບຢ່າງເຕັມສ່ວນ ຕໍ່ຈຸດໝາຍ ແລະ ອຸດົມການຂອງປະຊາ ຊົນ ທັງຮັບໃຊ້ປະຊາຊົນ ດ້ວຍຄວາມຊື່ສັດບໍລິສຸດຢ່າງແທ້ຈິງ. ການເຊີດຊູເສີມຂະຫຍາຍສາຍກ່ຽວພັນ ແບບກາຍະອິນຊີ ລະຫວ່າງພັກແຮງງານເກົາຫລີ ແລະ ປະຊາຊົນ ລວມທັງຄວາມເປັນປຶກແຜ່ນແໜ້ນໜາ ຂອງຮາກຖານມວນຊົນຂອງພັກ ເປັນຫລັກການທີ່ສຳຄັນ ໃນການກໍ່ສ້າງພັກກໍຄື ການຄົງຕົວແລະຂະຫຍາຍຕົວຂອງພັກ. ສະຫາຍໄດ້ເຫັນແຈ້ງວ່າທຸກການຈັດຕັ້ງ ແລະ ພະນັກງານ ລ້ວນແຕ່ຕ້ອງດຳເນີນການຈັດຕັ້ງປະຕິບັດ ເພື່ອຜົນປະໂຫຍດ ຂອງມະຫາຊົນດຳລົງຊີວິດຕິດ ແທດກັບມະຫາຊົນ ແລະ ເປັນຜູ້ຮັບໃຊ້ມະຫາຊົນ.

ຍ້ອນມີແນວທາງການເມືອງທີ່ຮັບໃຊ້ສິດຜົນປະໂຫຍດຂອງທົ່ວປວງຊົນ, ພັກແຮງງານເກົາຫລີ ຈຶ່ງໄດ້ບັນລຸຜົນສຳເລັດ ໃນການເຕົ້າໂຮມຄວາມເປັນເອກະພາບ ຈິດໜຶ່ງໃຈດຽວຂອງຜູ້ນຳກໍຄືຂອງພັກ ແລະ ຂອງມວນຊົນເປັນເທື່ອທຳອິດໃນປະຫວັດສາດ ທ່າມກາງຄວາມຜັນຜວນທາງການເມືອງຂອງໂລກ, ນຳພາສັງຄົມເກົາຫລີ ໃຫ້ເປັນຄອບຄົວສັງຄົມນິຍົມ ທີ່ເປັນປຶກແຜ່ນ ແລະ ສະແດງໃຫ້ເຫັນຄວາມເກັ່ງກ້າສາມາດ ຂອງພັກທີ່ບໍ່ມີສັດຕູໂຕໃດຕີເອົາຊະນະໄດ້ ເຊິ່ງໄດ້ນຳພາປວງຊົນທັງຊາດ ເດັດດ່ຽວຍາດເອົາໄຊຊະນະ ໃນການສ້າງສັງຄົມນິຍົມ ທີ່ໄດ້ຮັບການສະໜັບສະໜູນ ແລະ ເຊື່ອໝັ້ນຈາກປວງຊົນຕະຫລອດມາ.

ສະຫາຍ ກິມ ເຈິງ ອິນ ໄດ້ນຳພາກອງທັບ ແລະ ປະຊາຊົນສປປເກົາຫລີ ໄປສູ່ຄວາມມີນ້ຳໃຈເດັດດ່ຽວເຂັ້ມແຂງ ສາມາດຍາດເອົາຜົນສຳເລັດ ໃນການຈັດຕັ້ງປະຕິບັດແນວທາງຂອງພັກ ໃນການສູ້ຊົນກໍ່ສ້າງປະເທດສັງຄົມນິຍົມ. ການຫັນເອົາພັກໄປເຮັດວຽກໂດຍກົງກັບປະຊາຊົນ, ເຮັດຕາມຄວາມຄິດ ແລະ ຄວາມຮູ້ສຶກຂອງປະຊາຊົນ ໃນຄາວທີ່ສະຫາຍຍັງເຍົາໄວນັ້ນ, ສະຫາຍໄດ້ນຳພາພັກແຮງງານເກົາຫລີ ໃຫ້ຖືເອົາຄວາມຄິດຂອງປະຊາຊົນ ເປັນຂໍກະແຈໃນການດຳເນີນການປະຕິວັດ ແລະ ການກໍ່ສ້າງປະເທດຊາດ, ຖືເອົາວຽກງານການເມືອງແນວຄິດເປັນກົກ ໃນທຸກວຽກງານ ເພື່ອຊຸກຍູ້ທຸກວິທີທາງໃຫ້ເກີດຄວາມຫ້າວຫັນ ໃນການປະຕິວັດຢ່າງປະດິດສ້າງຂອງມວນຊົນ ແລະ ເຊື່ອໝັ້ນກຳລັງແຮງຂອງເຂົາເຈົ້າທີ່ຈະສ້າງປະຫວັດສາດ ໃນການຫັນປ່ຽນທຳມະຊາດມາຮັບໃຊ້ສັງຄົມຕາມແນວຄິດຈຸດເຊວາງໄວ້.

ໃນກາງຊຸມປີ 1990 ສະຫາຍ ກິມ ເຈິງ ອິນ ໄດ້ວາງບົດນິພົນທີ່ວ່າການໃຫ້ບຸລິມະສິດແກ່ວຽກງານແນວຄິດ ເປັນສຳຄັນເພື່ອຄວາມສຳເລັດ ຂອງລັດທິສັງຄົມນິຍົມ”, ລັດທິສັງຄົມນິຍົມແມ່ນວິທະຍາສາດແລະ ເຮັດໃຫ້ພະນັກງານ, ທະຫານ ແລະ ປະຊາຊົນມີຄວາມເຊື່ອໝັ້ນ ຕໍ່ໄຊຊະນະຂອງລັດທິສັງຄົມນິຍົມ ແລະ ຮັບປະກັນຍາດເອົາໄຊຊະນະ ໃນການປົກປ້ອງລັດທິສັງຄົມນິຍົມ ແລະ ສູ້ຊົນສ້າງປະເທດ ໃຫ້ຈະເລີນກ້າວໜ້າ. ຍ້ອນການນຳພາທີ່ມີວິໄສທັດຍາວໄກຂອງ ສະຫາຍ ກິມ ເຈິງ ອິນ ທີ່ໄດ້ອຸທິດຄວາມມານະພະຍາຍາມແຕ່ຫົວທີ ໃນການເສີມຂະຫຍາຍການເມືອງແນວຄິດ ອັນໜັກແໜ້ນໃນຂະບວນການປະຕິວັດ ແລະ ກໍ່ສ້າງປະເທດຊາດ, ບັນດາພະນັກງານ, ທະຫານ ແລະ ປະຊາຊົນ ແຫ່ງ ສປປ ເກົາຫລີ ດ້ວຍຈິດໃຈອັນເຂັ້ມແຂງ ທີ່ບໍ່ມີຫຍັງເອົາຊະນະໄດ້ ສາມາດຫັນປ່ຽນໂສມໜ້າຂອງປະເທດຊາດ, ພ້ອມກັນສຸມກຳລັງພັດທະນາ ເສດຖະກິດແຫ່ງຊາດ ກ້າວສູ່ທັນສະໄໝ ແລະ ຍູ້ແຮງການພັດທະນາວິ ທະ ຍາສາດເຕັກໂນໂລຊີ, ຍາດເອົາໄຊຊະນະ ໃນການສ້າງວັດທະນະທຳສັງຄົມນິຍົມ ພາຍໃຕ້ເງື່ອນໄຂທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ.

ພັກແຮງງານເກົາຫລີ ເຊິ່ງສະຫາຍ ກິມອິນຊຸງ ໄດ້ກໍ່ສ້າງ ແລະ ສະຫາຍ ກິມ ເຈິງ ອິນ ໄດ້ເພີ່ມພູນຄູນສ້າງ ໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໃຫ້ເປັນກອງເສນາທິການ ຂອງການປະຕິວັດເກົາຫລີ ໂດຍສະຫາຍ ກິມ ເຈິງ ອຸນ ເລຂາທິ ການໃຫຍ່ ພັກແຮງງານເກົາຫລີ. ພາຍໃຕ້ການຊີ້ນຳໆພາ ອັນສະຫລາດສ່ອງໃສຂອງ ສະຫາຍ ກິມ ເຈິງອຸນເລຂາທິການໃຫຍ່ ພັກແຮງງານເກົາຫລີ, ຄວາມສາມາດການນຳພາ ແລະ ຄວາມສາມາດການສູ້ຊົນ ຂອງພັກແຮງງານເກົາຫລີ ໄດ້ຮັບການເພີ່ມທະວີຍິ່ງໆຂຶ້ນ ແລະ ເສັ້ນທາງອັນໃໝ່ ແຫ່ງການກໍ່ສ້າງສັງຄົມນິຍົມໄດ້ເປີດກວ້າງ. ດ້ວຍຄວາມຈົ່ງຮັກພັກດີ ແລະ ພັນທະອັນສູງສົ່ງຂອງ ສະຫາຍ ກິມ ເຈິງ ອຸນ ຜູ້ນຳທີ່ແສນເຄົາລົບຮັກ ໄດ້ເປີດໄລຍະໃໝ່ໃນການຈັດຕັ້ງປະ ຕິບັດພາລະກິດ ທີ່ເຮັດໃຫ້ຜູ້ນຳເປັນອຳມະຕະ. ດ້ວຍເຫດນີ້, ພາບພົດຄືເປັນດວງຕາເວັນຂອງ ສະຫາຍ ກິມ ເຈິງ ອິນ ຜູ້ນຳທີ່ຍິ່ງໃຫຍ່ ໄດ້ຖືກປູກຝັງໄວ້ຢູ່ໃນຈິດໃຈ ຂອງປະຊາຊົນເກົາຫລີ ຕະຫລອດໄປ ແລະ ປະຫວັດສາດ ການປະຕິວັດອັນສັກສິດຂອງສະຫາຍ ສືບຕໍ່ດຳເນີນໄປຢ່າງບໍ່ຢຸດຢັ້ງ.

ພາຍໃຕ້ການເຄື່ອນໄຫວອັນມີພະລັງທາງດ້ານແນວຄິດ ແລະ ທິດສະດີ ແລະ ການຊີ້ນຳໆພາອັນສະຫລາດສ່ອງໃສ ຂອງສະຫາຍ, ແນວຄິດການປະຕິວັດ ຂອງບັນດາຜູ້ນໍາທີ່ຍິ່ງໃຫຍ່ໃນເມື່ອກອນ ຈຶ່ງໄດ້ຖືກສ້າງຂຶ້ນ ເປັນລັດທິ ກິມ ອິນ ຊູງລັດທິ ກິມ ເຈິງ ອິນ ແລະ ປະຊາຊົນ ສປປ ເກົາຫຼີ ມີຄວາມເຊື່ອໝັ້ນທີ່ຈະເດີນໜ້າ ໄປສູ່ເສັ້ນທາງເອກະລາດ ແລະ ສັງຄົມນິຍົມ. ສະຫາຍ ໄດ້ມີທັດສະນະຄະຕິ ອັນສູງສົ່ງຕໍ່ປະຊາຊົນ ດັ່ງທີ່ສະຫາຍນັບຖື ບັນດາຜູ້ນຳທີ່ຍິ່ງໃຫຍ່ ເຊິ່ງໄດ້ຖືເອົາປະຊາຊົນເປັນພະເຈົ້າ ແລະ ໄດ້ປົກຄອງການເມືອງ ດ້ວຍຄວາມຮັກຂອງປະຊາຊົນ ເພື່ອຜັນແປຄວາມຝັນ ແລະ ອຸດົມຄະຕິອັນສວຍງາມ ຂອງເຂົາເຈົ້າໃຫ້ກາຍເປັນຄວາມເປັນຈິງ ແລະ ເຕົ້າໂຮມເຂົາເຈົ້າ ໃຫ້ເປັນໜຶ່ງດຽວຢູ່ອ້ອມຂ້າງພັກແຮງງານເກົາຫລີ ດ້ວຍຄວາມຮັກ ແລະ ຄວາມໄວ້ເນື້ອເຊື່ອໃຈ.

ພາຍຫລັງທີ່ໄດ້ຮັບການແຕ່ງຕັ້ງເປັນຜູ້ບັນຊາການສູງສຸດ ຂອງກຳລັງປະກອບອາວຸດແຫ່ງ ສປປ ເກົາຫລີ, ສະຫາຍໄດ້ກວດກາບັນດາກອງທະຫານ ໂດຍທີ່ບໍ່ໄດ້ພັກເຊົາ ເຊິ່ງເປັນແຮງຊຸກຍູ້ອັນມີພະລັງ ໃຫ້ແກ່ການເພີ່ມຂີດຄວາມສາມາດໃນການປ້ອງກັນຊາດດ້ວຍຕົວເອງ ແລະ ເປັນແຮງຊຸກຍູ້ອັນມີພະລັງ ໃຫ້ການກ້າວໜ້າອັນມີໄຊ ຂອງລັດທິສັງຄົມນິນຍົມ ກຳລັງແຮງ ລວມແຫ່ງຊາດ ໄດ້ຮັບການເສີມຂະຫຍາຍຢ່າງສູງ ແລະ ສປປ ເກົາຫລີ ໄດ້ຢືນຢູ່ແຖວໜ້າ ຂອງປະເທດ ທີ່ມີຄວາມເຂັ້ມແຂງ ທາງດ້ານທະຫານທີ່ບໍ່ມີໃຜສາມາດຮຸກຮານ ແລະ ພາລະບົດບາດຂອງ ສປປ ເກົາຫລີ ນັບມື້ນັບສູງເດັ່ນຂຶ້ນກວ່າເກົ່າ ໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະສາຍພົວພັນ ມິດຕະພາບ ແລະ ຄວາມສາມັກຄີ ລະຫວ່າງ ສປປ ເກົາຫລີ  ແລະ ບັນດາປະເທດສັງຄົມນິຍົມ ໄດ້ຮັບການເພີ່ມທະວີຍິ່ງໆຂຶ້ນກວ່າເກົ່າ ແລະ ຮັບປະກັນໃຫ້ປົກປັກຮັກສາ ສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບ ຢູ່ແຫລມເກົາຫລີ ຢ່າງໝັ້ນຄົງ.

ສະຫາຍ ກິມ ເຈິງ ອຸນ ໄດ້ທັບມ້າງຄວາມອວດເກັ່ງໂອຫັງ ແລະ ການກະທໍາສົງຄາມຂອງພວກຈັກກະພັດ ແລະ  ປະກອບສ່ວນອັນພົ້ນເດັ່ນໃນການສ້າງສັນຕິພາບ ແລະ ສະຖຽນລະພາບຂອງໂລກ, ພາລະກິດຄວາມເປັນເອກະ
ລາດເພື່ອມະນຸດຊາດ
,ໂດຍການໄດ້ຮັບການຍ້ອງຍໍ ສັນລະເສີນຈາກສາກົນ ແລະ ເປັນຜູ້ປົກປ້ອງທີ່ຍິ່ງໃຫຍ່ ຂອງຄວາມຍຸດຕິທໍາ. ຍ້ອນ​ມີ​ ສະ​ຫາຍ​​ ກິມ ​ເຈິງ​ ອຸນ ເລຂາທິການໃຫ່ຍ ພັກແຮງງານເກົາຫລີ, ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫລີ, ຄຸນງານຄວາມດີຂອງ ສະຫາຍ ກິມ ອິນ ຊູງ ແລະ ສະຫາຍ ກິມ ເຈິງ ອິນ ໃນການກໍ່ສ້າງພັກແຮງງານເກົາຫລີ ຈະເປັນທວນໄຟອັນສະຫວ່າງສະໄຫວ ຢູ່ຄູ່ກັບປະເທດເກົາຫລີ ສັງຄົມນິຍົມທີ່ຍາດໄດ້ ໄຊຊະນະຕະຫລອດມາ.


KPL