ຍີ່ປຸ່ນ ຈະອະນຸຍາດໃຫ້ໂຮງຮຽນນຳໃຊ້ປຶ້ມແບບຮຽນດິຈິຕອນ 100% ໃນປີ 2030


ຂປລ.ສຳນັກຂ່າວ ອິນໂຟເຄວສ: ຍີ່ປຸ່ນ ຈະອະນຸຍາດໃຫ້ ໂຮງຮຽນສາມາດນຳໃຊ້ ປຶ້ມແບບຮຽນດິຈິຕອນ 100% ໂດຍມີແຜນຈະເລີ່ມຈັດຕັ້ງປະຕິບັດ ໃນໂຮງຮຽນ ປະຖົມສຶກສາ ຂອງລັດຕັ້ງແຕ່ປີ 2030 ເປັນຕົ້ນໄປ.
ການປ່ຽນແປງດັ່ງກ່າວ, ໄດ້ຮັບການອະນຸມັດ ຈາກຄະນະປະຕິບັດງານພາຍໃຕ້ ກະຊວງສຶກສາທິການ ຈະຊ່ວຍໃຫ້ຄະນະສຶກສາທິການທ້ອງຖິ່ນ ເລືອກລະຫວ່າງການນໍາໃຊ້ປື້ມ ແບບຮຽນແບບດິຈິຕອນເທົ່ານັ້ນ ຫລື ນໍາໃຊ້ປື້ມແບບຮຽນແບບດິຈິຕອນ ຄຽງຄູ່ກັບປື້ມແບບຮຽນ ທີ່ເປັນເຈັ້ຍທີ່ມີຢູ່ ຫລື ນໍາໃຊ້ພຽງແຕ່ປື້ມ ແບບຮຽນທີ່ເປັນເຈັ້ຍເທົ່ານັ້ນ.
ຄະນະບໍລິຫານງານ ສູນກາງການສຶກສາລະບຸວ່າ, ການປ່ຽນແປງດັ່ງກ່າວ ຈະເຮັດໃຫ້ປຶ້ມແບບຮຽນ ມີທາງເລືອກດ້ວຍຫລາກຫລາຍຂຶ້ນ , ຊ່ວຍອຳນວຍຄວາມສະດວກໃຫ້ແກ່ ການຮຽນຮູ້ທີ່ສອດຄ່ອງ ກັບສັງຄົມ ຍຸກດິຈິຕອນ ແລະ ຊຸກຍູ້ໃຫ້ມີວິທີການສິດສອນໃໝ່ໆ ທີ່ມີຄວາມສ້າງສັນ.
ຢ່າງໃດກໍຕາມ ຜູ້ຊ່ຽວຊານບາງຄົນ ໄດ້ສະແດງຄວາມກັງວົນວ່າ ການນໍາໃຊ້ປື້ມແບບຮຽນດິຈິຕອນ ອາດຈະເພີ່ມພາລະໃຫ້ຄູອາຈານ ແລະ ບໍລິສັດຜູ້ພິມປື້ມແບບຮຽນ, ລວມເຖິງເຮັດໃຫ້ນັກຮຽນ ມີບັນຫາດ້ານສາຍຕາ ແລະ ບັນຫາສຸຂະພາບອື່ນໆ.ນອກຈາກນີ້ ກະຊວງສຶກສາທິການ ວັດທະນະທຳ ກິລາ ວິທະຍາສາດ ແລະ ເຕັກໂນໂລຊີ ຕັ້ງເປົ້າໝາຍວ່າ ຈະສະເໜີຮ່າງແກ້ໄຂ ເພີ່ມເຕີມກົດໝາຍ ທີ່ກ່ຽວຂ້ອງໃນກອງປະຊຸມ ລັດຖະສະພາ ປີ 2026 ອີກດ້ວຍ./