ການກໍ່ສ້າງ ແລະ ເສີມຂະຫຍາຍຂອງພັກແຮງງານເກົາຫລີ

12/10/2025 12:23
Email Print 83
KPL - Asean 2024 ຂປລ. ໃນວັນທີ 10 ຕຸ​ລາ ປີ 1945, 80 ປີ ກ່ອນໜ້ານີ້, ​ສະຫາຍ ກິມ ອິນ ຊຸງ ຜູ້ນຳທີ່ຫຍິ່ງໃຫຍ່ ຂອງປະຊາຊົນເກົາຫລີ ໄດ້ປະກາດສ້າງຕັ້ງ ​ພັກ​ແຮງ​ງານ​ເກົາຫລີ, ກອງ​ກຳ​ລັງ​ນຳ​ພາ​ ຂອງ​ຊົນ​ຊັ້ນ​ກຳ​ມະ​ກອນ​ເກົາ​ຫລີ ທີ່​ແທ້​ຈິງ.

(ເນື່ອງໃນໂອກາດວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80ປີ, 10/10/1945-10/10/2025)

 ຂປລ. ໃນວັນທີ 10 ຕຸ​ລາ ປີ 1945, 80 ປີ ກ່ອນໜ້ານີ້, ​ສະຫາຍ ກິມອິນຊຸງ ຜູ້ນຳທີ່ຫຍິ່ງໃຫຍ່ ຂອງປະຊາຊົນເກົາຫລີ ໄດ້ປະກາດສ້າງຕັ້ງ ​ພັກ​ແຮງ​ງານ​ເກົາຫລີ, ກອງ​ກຳ​ລັງ​ນຳ​ພາ​ ຂອງ​ຊົນ​ຊັ້ນ​ກຳ​ມະ​ກອນ​ເກົາ​ຫລີ ທີ່​ແທ້​ຈິງ. ດ້ວຍ​ຄວາມ​ເຂົ້າ​ໃຈ​ ອັນ​ເລິກ​ເຊິ່ງ​ ເຖິງ​ບົດ​ບາດ​​ນຳ​ພາ ຂອງ​ພັກ​ ໃນ​ການ​ປະ​ຕິ​ວັດ​ ແລະ​ ການ​ກໍ່​ສ້າງ, ສະ​ຫາຍ​ ກິມອິນຊຸງ ຜູ້ນຳທີ່​ຍິ່ງ​ໃຫຍ່​ ໄດ້​ສ້າງ​ຕັ້ງ​ ພັກ​​ແຮງ​ງານ​ເກົາ​ຫລີ ​ຢ່າງ​ທັນ​ການ​ ພາຍ​ຫລັງ​ການ​ປົດ​ປ່ອຍ​ປະ​ເທດ​ຊາດ​ເກົາ​ຫລີ ​​ຈຶ່ງ​ໄດ້​ສ້າງ​ອົງ​ການ​ນຳ​ພາ​ການ​ເມືອງ​ ທີ່​ເຂັ້ມ​ແຂງ​ ເພື່ອ​​ນຳ​ພາ​ ​ພາ​ລະ​ກິດກໍ່​ສ້າງ​ ລັດ​ ແລະ​ ກອງ​ທັບ  ແລະ​ ​​ການ​ປະ​ຕິ​ວັດ​ປະ​ຊາ​ທິ​ປະ​ໄຕ​ ຕ້ານ​ຈັກ​ກະ​ພັດ​ ຕ້ານ​ສັກ​ດີ​ນາ​ ໃຫ້​ສຳ​ເລັດ​ຜົນ.

ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ ອັນ​ປີ​ຊາ​ສາ​ມາດ​ ຂອງ​ ສະ​ຫາຍ​ ກິມອິນຊຸງ, ພັກ​ແຮງ​ງານ​ເກົາ​ຫລີ​ ໄດ້​ນຳ​ພາ​ການ​ປະ​ຕິ​ວັດ​ປະ​ຊາ​ທິ​ປະ​ໄຕ​ ຕ້ານ​ຈັກ​ກະ​ພັດ​ ຕ້ານ​ສັກ​ດີ​ນາ​, ​ສົງ​ຄາມ​ປົດ​ປ່ອຍ​ປິ​ຕີ​ພູມ​ເກົາ​ຫລີ, ​ພາ​ລະ​ກິດ​ຟື້ນ​ຟູ​ປະ​ເທດ​ຊາດ​ຫລັງ​ສົງ​ຄາມ, ​ການ​ປະ​ຕິ​ວັດ​ສັງ​ຄົມ​ນິ​​ຍົມ​ໄປ​ສູ່​ໄຊ​ຊະ​ນະ​. ພັກ​ແຮງ​ງານ​ເກົາ​ຫລີ ໄດ້ຂຶ້ນ​ກ່າວ​ສູ່​ສັງ​ກາດ​ໃໝ່​ ​ຂອງ​ການ​ເຕີບ​ໃຫຍ່​ ຂອງ​ຕົນ​ ໂດຍ​ນັບ​ຖື​ຢ່າງ​ສູງ​ ສະ​ຫາຍ​ ກິມ​ ​ເຈິງອິນ ຜູ້ນຳ​ທີ່​ຍິ່ງ​ໃຫຍ່​​ ເປັນ​ຜູ້​ສືບ​ທອດ​ຂອງພາ​ລະ​ກິດ​ການ​ປະ​ຕິ​ວັດ​ ແລະ​ ຜູ້​ນຳ​ ຂອງ​ພັກ. ພັກແຮງງານເກົາຫລີ ໄດ້ນຳໃຊ້ແນວຄິດ ແລະ ທິດສະດີກໍ່ສ້າງພັກຂອງ ສະຫາຍ ກິມ ເຈິງ ອິນ ເຂົ້າໃນການເສີມຂະຫຍາຍພັກແຮງງານເກົາຫລີ ໃຫ້ເປັນພັກຂອງຜູ້ນຳ, ພັກການປະຕິວັດຈຸດເຊ. ໃນຕະຫລອດໄລຍະແຫ່ງການນຳພາພັກແຮງງານເກົາຫລີ ສະຫາຍ ກິມ ເຈິງ ອິນ ໄດ້ຖືເອົາການເສີມສ້າງພັກຂອງ ປະທານ ກິມອິນຊຸງ ລວມທັງຊື່ ແລະ ຄວາມເປັນຈິງເປັນພາລະກິດຕົ້ນຕໍ ແລະ ດຳເນີນການຈັດຕັ້ງປະຕິບັດຢ່າງມີໝາກຜົນ. ສະຫາຍໄດ້ພັດທະນາແນວຄິດປະຕິວັດ, ແນວຄິດຈຸດເຊທີ່ ປະທານ ກິມອິນຊຸງ ສ້າງຕັ້ງຂຶ້ນໃຫ້ເປັນຮູບປະທຳ ແລະ ເປັນແນວຄິດຊີ້ນຳພຽງໜຶ່ງດຽວຂອງພັກແຮງງານເກົາຫລີ, ທັງໄດ້ຖືເອົາແນວຄິດດັ່ງກ່າວນີ້ ເປັນຕົວແບບກໍຄືໂຄງການອັນສູງສຸດໃນທົ່ວສັງຄົມ.

ຍ້ອນການຊີ້ນຳ-ນຳພາຂອງສະຫາຍ, ພັກແຮງງານເກົາຫລີ ໄດ້ຮັບການພັດທະນາໃຫ້ເປັນອົງການຈັດຕັ້ງທີ່ມີຄວາປອດໃສ, ເຂັ້ມແຂງ ແລະ ເປັນເອກະພາບໃນການກະທຳຕົວຈິງ, ເປັນອົງການຈັດຕັ້ງທີ່ມີລະບົບແນວຄິດທີ່ເປັນໜຶ່ງດຽວ ແລະ ສ້າງຕັ້ງລະບົບການນຳພາທີ່ເປັນໜຶ່ງດຽວຂອງຜູ້ນຳຢ່າງເຄັ່ງຄັດ. ສະຫາຍ ກິມ ເຈິງ ອິນ ໄດ້ສ້າງພັກແຮງງານເກົາຫລີໃຫ້ເປັນພັກທີ່ຮັບໃຊ້ມວນຊົນ, ມີຄວາມຮັບຜິດຊອບຢ່າງເຕັມສ່ວນຕໍ່ຈຸດໝາຍ ແລະ ອຸດົມການຂອງປະຊາຊົນທັງຮັບໃຊ້ປະຊາຊົນດ້ວຍຄວາມຊື່ສັດບໍລິສຸດຢ່າງແທ້ຈິງ. ການເຊີດຊູເສີມຂະຫຍາຍສາຍກ່ຽວພັນແບບກາຍະອິນຊີ ລະຫວ່າງພັກແຮງງານເກົາຫລີແລະ ປະຊາຊົນ ລວມທັງຄວາມເປັນປຶກແຜ່ນແໜ້ນໜາ ຂອງຮາກຖານມວນຊົນຂອງພັກ ເປັນຫລັກການທີ່ສຳຄັນ ໃນການກໍ່ສ້າງພັກກໍຄືການຄົງຕົວແລະຂະຫຍາຍຕົວຂອງພັກ. ສະຫາຍໄດ້ເຫັນແຈ້ງວ່າທຸກການຈັດຕັ້ງ ແລະ ພະນັກງານລ້ວນແຕ່ຕ້ອງດຳເນີນການຈັດຕັ້ງປະຕິບັດ ເພື່ອຜົນປະໂຫຍດຂອງມະຫາຊົນ ດຳລົງຊີວິດຕິດແທດກັບມະຫາຊົນ ແລະ ເປັນຜູ້ຮັບໃຊ້ມະຫາຊົນ.

ຍ້ອນມີແນວທາງການເມືອງທີ່ຮັບໃຊ້ ສິດຜົນປະໂຫຍດຂອງທົ່ວປວງຊົນ, ພັກແຮງງານເກົາຫລີ ຈຶ່ງໄດ້ບັນລຸຜົນສຳເລັດໃນການເຕົ້າໂຮມຄວາມເປັນ ເອກະພາບຈິດໜຶ່ງໃຈດຽວຂອງຜູ້ນຳກໍຄືຂອງພັກ ແລະ ຂອງມວນຊົນເປັນເທື່ອທຳອິດໃນປະຫວັດສາດທ່າມກາງຄວາມຜັນຜວນທາງການເມືອງຂອງໂລກ, ນຳພາສັງຄົມເກົາຫລີ ໃຫ້ເປັນຄອບຄົວສັງຄົມນິຍົມທີ່ເປັນປຶກແຜ່ນ ແລະ ສະແດງໃຫ້ເຫັນຄວາມເກັ່ງກ້າສາມາດ ຂອງພັກທີ່ບໍ່ມີສັດຕູໂຕໃດຕີເອົາຊະນະໄດ້ ເຊິ່ງໄດ້ນຳພາປວງຊົນທັງຊາດເດັດດ່ຽວຍາດເອົາໄຊຊະນະ ໃນການສ້າງສັງຄົມນິຍົມ ທີ່ໄດ້ຮັບການສະໜັບສະໜູນ ແລະ ເຊື່ອໝັ້ນຈາກປວງຊົນຕະຫລອດມາ.

ສະຫາຍ ກິມ ເຈິງ ອິນ ໄດ້ນຳພາກອງທັບ ແລະ ປະຊາຊົນສປປເກົາຫລີ ໄປສູ່ຄວາມມີນ້ຳໃຈເດັດດ່ຽວເຂັ້ມແຂງ ສາມາດຍາດເອົາຜົນສຳເລັດ ໃນການຈັດຕັ້ງປະຕິບັດແນວທາງຂອງພັກ ໃນການສູ້ຊົນກໍ່ສ້າງປະເທດສັງຄົມນິຍົມ. ການຫັນເອົາພັກໄປເຮັດວຽກໂດຍກົງກັບປະຊາຊົນ, ເຮັດຕາມຄວາມຄິດ ແລະ ຄວາມຮູ້ສຶກຂອງປະຊາຊົນໃນຄາວທີ່ສະຫາຍຍັງເຍົາໄວນັ້ນ, ສະຫາຍໄດ້ນຳພາພັກແຮງງານເກົາຫລີ ໃຫ້ຖືເອົາຄວາມຄິດຂອງປະຊາຊົນ ເປັນຂໍກະແຈໃນການດຳເນີນການປະຕິວັດ ແລະ ການກໍ່ສ້າງປະເທດຊາດ, ຖືເອົາວຽກງານການເມືອງແນວຄິດ ເປັນກົກໃນທຸກວຽກງານ ເພື່ອຊຸກຍູ້ທຸກວິທີທາງໃຫ້ເກີດຄວາມຫ້າວຫັນ ໃນການປະຕິວັດຢ່າງປະດິດສ້າງຂອງມວນຊົນ ແລະ ເຊື່ອໝັ້ນກຳລັງແຮງຂອງ ເຂົາເຈົ້າທີ່ຈະສ້າງປະຫວັດສາດ ໃນການຫັນປ່ຽນທຳມະຊາດມາຮັບໃຊ້ສັງຄົມ ຕາມແນວຄິດຈຸດເຊວາງໄວ້.

ໃນກາງຊຸມປີ 1990 ສະຫາຍ ກິມ ເຈິງ ອິນ ໄດ້ວາງບົດນິພົນທີ່ວ່າ “ການໃຫ້ບຸລິມະສິດແກ່ວຽກງານແນວຄິດເປັນສຳຄັນເພື່ອຄວາມສຳເລັດຂອງລັດທິສັງຄົມນິຍົມ”, “ລັດທິສັງຄົມນິຍົມແມ່ນວິທະຍາສາດ” ແລະເຮັດໃຫ້ພະນັກງານ, ທະຫານ ແລະ ປະຊາຊົນມີຄວາມເຊື່ອໝັ້ນຕໍ່ໄຊຊະນະຂອງລັດທິສັງຄົມນິຍົມ ແລະ ຮັບປະກັນຍາດເອົາໄຊຊະນະໃນການປົກປ້ອງລັດທິສັງຄົມນິຍົມ ແລະ ສູ້ຊົນສ້າງປະເທດໃຫ້ຈະເລີນກ້າວໜ້າ. ຍ້ອນການນຳພາທີ່ມີວິໄສທັດຍາວໄກຂອງ ສະຫາຍ ກິມ ເຈິງ ອິນ ທີ່ໄດ້ອຸທິດຄວາມມານະພະຍາຍາມແຕ່ຫົວທີໃນການເສີມຂະຫຍາຍການເມືອງແນວຄິດອັນໜັກແໜ້ນໃນຂະບວນການປະຕິວັດ ແລະ ກໍ່ສ້າງປະເທດຊາດ, ບັນດາພະນັກງານ, ທະຫານ ແລະ ປະຊາຊົນ ແຫ່ງ ສປປ ເກົາຫລີ ດ້ວຍຈິດໃຈອັນເຂັ້ມແຂງທີ່ບໍ່ມີຫຍັງເອົາຊະນະໄດ້ ສາມາດຫັນປ່ຽນໂສມໜ້າຂອງປະເທດຊາດ, ພ້ອມກັນສຸມກຳລັງພັດທະນາເສດຖະກິດແຫ່ງຊາດກ້າວສູ່ທັນສະໄໝ ແລະ ຍູ້ແຮງການພັດທະນາວິທະຍາສາດເຕັກໂນໂລຊີ, ຍາດເອົາໄຊຊະນະໃນການສ້າງວັດທະນະທຳສັງຄົມນິຍົມພາຍໃຕ້ເງື່ອນໄຂທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ.

ພັກແຮງງານເກົາຫລີ ເຊິ່ງສະຫາຍ ກິມອິນຊຸງໄດ້ກໍ່ສ້າງ ແລະ ສະຫາຍ ກິມ ເຈິງ ອິນ ໄດ້ເພີ່ມພູນຄູນສ້າງໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງໃຫ້ເປັນກອງເສນາທິການຂອງການປະຕິວັດເກົາຫລີ ໂດຍສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ ພັກແຮງງານເກົາຫລີ. ພາຍໃຕ້ການຊີ້ນຳໆພາອັນສະຫລາດສ່ອງໃສຂອງ ສະຫາຍ ກິມ ເຈິງອຸນ ເລຂາທິການໃຫຍ່ ພັກແຮງງານເກົາຫລີ, ຄວາມສາມາດການນຳພາ ແລະ ຄວາມສາມາດການສູ້ຊົນຂອງພັກແຮງງານເກົາຫລີ ໄດ້ຮັບການເພີ່ມທະວີຍິ່ງໆຂຶ້ນ ແລະ ເສັ້ນທາງອັນໃໝ່ແຫ່ງການກໍ່ສ້າງສັງຄົມນິຍົມໄດ້ເປີດກວ້າງ. ດ້ວຍຄວາມຈົ່ງຮັກພັກດີ ແລະ ພັນທະອັນສູງສົ່ງຂອງ ສະຫາຍ ກິມ ເຈິງ ອຸນ ຜູ້ນຳທີ່ແສນເຄົາລົບຮັກ ໄດ້ເປີດໄລຍະໃໝ່ໃນການຈັດຕັ້ງປະຕິບັດພາລະກິດທີ່ເຮັດໃຫ້ຜູ້ນຳເປັນອຳມະຕະ. ດ້ວຍເຫດນີ້, ພາບພົດຄືເປັນດວງຕາເວັນຂອງ ສະຫາຍ ກິມ ເຈິງ ອິນ ຜູ້ນຳທີ່ຍິ່ງໃຫຍ່ ໄດ້ຖືກປູກຝັງໄວ້ຢູ່ໃນຈິດໃຈຂອງປະຊາຊົນເກົາຫລີ ຕະຫລອດໄປ ແລະ ປະຫວັດສາດການປະຕິວັດອັນສັກສິດຂອງສະຫາຍ ສືບຕໍ່ດຳເນີນໄປຢ່າງບໍ່ຢຸດຢັ້ງ.

ພາຍໃຕ້ການເຄື່ອນໄຫວອັນມີພະລັງທາງດ້ານແນວຄິດ ແລະ ທິດສະດີ ແລະ ການຊີ້ນຳໆພາອັນສະຫລາດສ່ອງໃສຂອງສະຫາຍ, ແນວຄິດການປະຕິວັດຂອງບັນດາຜູ້ນໍາທີ່ຍິ່ງໃຫຍ່ໃນເມື່ອກອນ ຈຶ່ງໄດ້ຖືກສ້າງຂຶ້ນເປັນລັດທິກິມ ອິນ ຊູງລັດທິ ກິມ ເຈິງ ອິນ ແລະ ປະຊາຊົນ ສປປ ເກົາຫຼີ ມີຄວາມເຊື່ອໝັ້ນທີ່ຈະເດີນໜ້າໄປສູ່ເສັ້ນທາງເອກະລາດ ແລະ ສັງຄົມນິຍົມ. ສະຫາຍ ໄດ້ມີທັດສະນະຄະຕິອັນສູງສົ່ງຕໍ່ປະຊາຊົນ ດັ່ງທີ່ສະຫາຍນັບຖືບັນດາຜູ້ນຳທີ່ຍິ່ງໃຫຍ່ ເຊິ່ງໄດ້ຖືເອົາປະຊາຊົນເປັນພະເຈົ້າ ແລະ ໄດ້ປົກຄອງການເມືອງດ້ວຍຄວາມຮັກຂອງປະຊາຊົນເພື່ອຜັນແປຄວາມຝັນ ແລະ ອຸດົມຄະຕິອັນສວຍງາມຂອງເຂົາເຈົ້າໃຫ້ກາຍເປັນຄວາມເປັນຈິງ ແລະ ເຕົ້າໂຮມເຂົາເຈົ້າໃຫ້ເປັນໜຶ່ງດຽວຢູ່ອ້ອມຂ້າງພັກແຮງງານເກົາຫລີ ດ້ວຍຄວາມຮັກ ແລະ ຄວາມໄວ້ເນື້ອເຊື່ອໃຈ.

ພາຍຫລັງທີ່ໄດ້ຮັບການແຕ່ງຕັ້ງເປັນຜູ້ບັນຊາການສູງສຸດ ຂອງກຳລັງປະກອບອາວຸດແຫ່ງ ສປປ ເກົາຫລີ, ສະຫາຍໄດ້ກວດກາບັນດາກອງທະຫານໂດຍທີ່ບໍ່ໄດ້ພັກເຊົາ ເຊິ່ງເປັນແຮງຊຸກຍູ້ອັນມີພະລັງໃຫ້ແກ່ການເພີ່ມຂີດຄວາມສາມາດໃນການປ້ອງກັນຊາດດ້ວຍຕົວເອງ ແລະ ເປັນແຮງຊຸກຍູ້ອັນມີພະລັງໃຫ້ການກ້າວໜ້າອັນມີໄຊຂອງລັດທິສັງຄົມນິນຍົມ ກຳລັງແຮງ ລວມແຫ່ງຊາດໄດ້ຮັບການເສີມຂະຫຍາຍຢ່າງສູງ ແລະ ສປປເກົາຫລີ ໄດ້ຢືນຢູ່ແຖວໜ້າຂອງປະເທດທີ່ມີຄວາມເຂັ້ມແຂງທາງດ້ານທະຫານທີ່ບໍ່ມີໃຜສາມາດຮຸກຮານ ແລະ ພາລະບົດບາດຂອງ ສປປ ເກົາຫລີ ນັບມື້ນັບສູງເດັ່ນຂຶ້ນກວ່າເກົ່າໃນເວທີ ພາກພື້ນ ແລະ ສາກົນ, ໂດຍສະເພາະສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີ ລະຫວ່າງ ສປປ ເກົາຫລີ  ແລະ ບັນດາປະເທດສັງຄົມນິຍົມ ໄດ້ຮັບການເພີ່ມທະວີຍິ່ງໆຂຶ້ນກວ່າເກົ່າ ແລະ ຮັບປະກັນໃຫ້ປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບ ຢູ່ແຫລມເກົາຫລີ ຢ່າງໝັ້ນຄົງ.

ສະຫາຍ ກິມ ເຈິງ ອຸນ ໄດ້ທັບມ້າງຄວາມອວດເກັ່ງໂອຫັງ ແລະ ການກະທໍາສົງຄາມຂອງພວກຈັກກະພັດ ແລະ  ປະກອບສ່ວນອັນພົ້ນເດັ່ນໃນການສ້າງສັນຕິພາບ ແລະ ສະຖຽນລະພາບຂອງໂລກ, ພາລະກິດຄວາມເປັນເອກະລາດເພື່ອມະນຸດຊາດ,ໂດຍການໄດ້ຮັບການຍ້ອງຍໍສັນລະເສີນຈາກສາກົນ ແລະ ເປັນຜູ້ປົກປ້ອງທີ່ຍິ່ງໃຫຍ່ ຂອງຄວາມຍຸດຕິທໍາ. ຍ້ອນ​ມີ​ ສະ​ຫາຍ​​ ກິມ ເຈິງອຸນ ເລຂາທິການໃຫ່ຍ ພັກແຮງງານເກົາຫລີ, ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫລີ, ຄຸນງານຄວາມດີຂອງ ສະຫາຍ ກິມ ອິນ ຊູງ ແລະ ສະຫາຍ ກິມ ເຈິງ ອິນ ໃນການກໍ່ສ້າງພັກແຮງງານເກົາຫລີ ຈະເປັນທວນໄຟອັນສະຫວ່າງສະໄຫວຢູ່ຄູ່ກັບປະເທດເກົາຫລີສັງຄົມນິຍົມທີ່ຍາດໄດ້ໄຊຊະນະຕະຫລອດມາ.

KPL