ສສ ຫວຽດນາມ-ສິງກະໂປ ເປີດກວ້າງ ການຮ່ວມມື ໃນຂົງເຂດ ພະລັງງານ-ການຄ້າ-ນະວັດຕະກຳ

13/10/2025 09:56
Email Print 83
KPL - Asean 2024 ທ່ານ ຫງວຽນ ຮົ່ງຢຽນ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ໂອ້ລົມ ສົນທະນາກັບ ທ່ານ ແທນ ຊີ ເລັງ(Tan See Leng) ລັດຖະມົນຕີ ກະຊວງອຸດສາຫະກຳການຄ້າ ຮັບຜິດຊອບ ດ້ານພະລັງງານ ແລະ ວິທະຍາ ສາດ-ເຕັກໂນໂລຊີ ສິງກະໂປ ເນື່ອງໃນໂອກາດ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີ ກ່ຽວກັບ ການເຊື່ອມຕໍ່ ເສດຖະກິດ ຫວຽດນາມ-ສິງກະໂປ ຄັ້ງທີ 19 ຖືກຈັດຂຶ້ນຢູ່ ສສ ຫວຽດນາມ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ທ່ານ ຫງວຽນ ຮົ່ງຢຽນ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ໂອ້ລົມ ສົນທະນາກັບ ທ່ານ ແທນ ຊີ ເລັງ(Tan See Leng) ລັດຖະມົນຕີ ກະຊວງອຸດສາຫະກຳການຄ້າ ຮັບຜິດຊອບ ດ້ານພະລັງງານ ແລະ ວິທະຍາສາດ-ເຕັກໂນໂລຊີ ສິງກະໂປ ເນື່ອງໃນໂອກາດ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີ ກ່ຽວກັບ ການເຊື່ອມຕໍ່ ເສດຖະກິດ ຫວຽດນາມ-ສິງກະໂປ ຄັ້ງທີ 19 ຖືກຈັດຂຶ້ນຢູ່ ສສ ຫວຽດນາມ. ໃນໂອກາດນີ້ ທັງສອງຝ່າຍ ໄດ້ເຫັນດີສືບຕໍ່ ສົມທົບກັນຢ່າງແໜ້ນແຟ້ນ ໃນການຜັນຂະຫຍາຍ ບັນດາຂົງເຂດ ຮ່ວມມືຈຸດສຸມ, ໂດຍສະເພາະ ແມ່ນໃນຂົງເຂດພະລັງງານ, ອຸດສາຫະກຳ, ການຄ້າ ແລະ ວິທະຍາສາດ ເຕັກໂນໂລຢີ. ພ້ອມທັງ ເປັນເອກະພາບ ຊຸກຍູ້ການຮ່ວມມື ໃນບັນດາຂົງເຂດ: ອຸດສາຫະກຳ ເອເລັກ ໂຕຣນິກ, ທາດເຄິ່ງ ຊັກນຳໄຟຟ້າ, ພະລັງງານ, ເສດຖະກິດດີຈີຕອນ, ນະວັດຕະກຳ.ໃນໄລຍະ 9 ເດືອນຕົ້ນປີ 2025, ວົງເງິນການຄ້ານຳເຂົ້າສົ່ງອອກ ລະຫວ່າງ ຫວຽດນາມ ແລະ ສິງກະໂປ ບັນລຸ 8,8 ຕື້ໂດລາສະຫະລັດ. ໃນນັ້ນ, ການສົ່ງອອກຂອງ ຫວຽດນາມ ໄປຍັງ ສິງກະໂປ ບັນລຸ 4,34 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 9,7% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2024./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL