ໄຂງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 22


ຂປລ. ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 17 ກັນຍານີ້, ທ່ານ ຮານເຈີ້ງ ຮອງປະທານ ປະເທດຈີນ ໄດ້ເຂົ້າຮ່ວມ ພິທີໄຂງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 22 ແລະ ກອງປະຊຸມ ສຸດຍອດການຄ້າ ແລະ ການລົງທຶນ ຈີນ-ອາຊຽນ ທີ່ຈັດຂຶ້ນຢູ່ນະຄອນ ນານນີງ ເຂດປົກຄອງຕົນເອງ ເຜົ່າຈວ້າງ ກວາງຊີ ຂອງ ສປ ຈີນ ຈາກນັ້ນ ທ່ານ ຮານເຈີ້ງ ກ່າວວ່າ: ຊຸມປີມໍ່ໆມານີ້, ສາຍພົວພັນ ຄູ່ຮ່ວມຍຸດທະສາດ ຮອບດ້ານ ລະຫວ່າງ ສປ ຈີນ-ອາຊຽນ ໄດ້ເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ, ໄດ້ກາຍເປັນຕົວແບບທີ່ປະສົບຜົນສຳເລັດຫຼາຍທີ່ສຸດ ແລະມີພະລັງຊີວິດຫຼາຍທີ່ສຸດໃນການຮ່ວມມືຢູ່ພາກພື້ນອາຊີ-ປາຊີຟິກ ແລະກາຍເປັນຕົວຢ່າງທີ່ມີຊີວິດຊີວາໃນດ້ານການຊຸກຍູ້ ການສ້າງປະຊາຄົມ ຮ່ວມຊາຕາກຳ ຂອງມວນມະນຸດ. ທ່ານ ຮານເຈີ້ງ ໄດ້ສະເໜີ 4 ຂໍ້ສະເໜີ ຄື: 1 ເພີ່ມທະວີການເຊື່ອມໂຍງ ດ້ານຍຸດທະສາດ ການພັດທະນາ, ຮ່ວມກັນສ້າງ ໜຶ່ງແລວ ໜຶ່ງເສັ້ນທາງ ຢ່າງມີຄຸນນະພາບສູງ, ຮ່ວມກັນ ຈັດຕັ້ງປະຕິບັດ ຂໍ້ລິເລີ່ມ ການພັດທະນາ ທົ່ວໂລກ, ຂໍ້ລິເລີ່ມ ຄວາມໝັ້ນຄົງ ທົ່ວໂລກ, ຂໍ້ລິເລີ່ມອະລິຍະທຳທົ່ວໂລກ ແລະ ຂໍ້ລິເລີ່ມ ການບໍລິຫານທົ່ວໂລກ. 2 ເລັ່ງລັດການເປີດປະຕູ ແລະ ການຮ່ວມມື ໃນພາກພື້ນ, ຮ່ວມກັນ ສ້າງເຂດ ການຄ້າເສລີ ຈີນ-ອາຊຽນ ສະບັບ 3,0 ໃຫ້ດີ. 3 ຊຸກຍູ້ໃຫ້ຕ່ອງໂສ້ອຸດສາຫະກຳ ແລະຕ່ອງໂສ້ການສະໜອງໄດ້ຮັບການພັດທະນາຮ່ວມກັນ. 4 ເພີ່ມທະວີ ການແລກປ່ຽນ ແລະການຖອດຖອນ ບົດຮຽນ ດ້ານອະລິຍະທຳ, ຈັດຕັ້ງປະຕິບັດໂຄງການທີ່ມີຜົນດີ ຕໍ່ຊີວີດການເປັນຢູ່ຂອງປະຊາຊົນ ໃຫ້ຫລາຍກວ່າເກົ່າ. ທ່ານ ຮານເຈີ້ງ ກ່າວຕື່ມວ່າ: ສປ ຈີນ ຈະຍຶດໝັ້ນສະໜອງໂອກາດ ຫລາຍກວ່າເກົ່າ ໃຫ້ແກ່ໂລກ ດ້ວຍການເປີດປະຕູ ສູ່ພາຍນອກ ທີ່ມີຄຸນນະພາບສູງ ແລະ ຊຸກຍູ້ໃຫ້ບັນດາປະເທດຮ່ວມກັນ ພັດທະນາ ດ້ວຍການພັດທະນາ ທີ່ມີຄຸນນະພາບສູງຂອງຕົນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ