ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ດຳເນີນກອງປະຊຸມຄົບຄະນະ ຄັ້ງທີ 2
ຂປລ. ກອງປະຊຸມໃນຄັ້ງນີ້, ຈະໄດ້ຄົ້ນ ຄວ້າ, ປຶກສາຫາລື, ໃຫ້ທິດຊ້ີນຳ ແລະ ຮັບຮອງເອົາ 7 ວຽກສໍາຄັນ ຄື: ແຜນດໍາເນີນງານຂອງຄະນະບໍລິຫານງານສູນກາງພັກ ສະໄໝ XII; ລະບອບແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII; ການແບ່ງວຽກ, ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານສູນກາງພັກ, ສະໄໝທີ XII; ພາລະບົດບາດ, ສິດໜ້າທີ່ ຂອງເລຂາຄະນະພັກແຂວງ ແລະ ປະທານຄະນະກໍາມະການປົກຄອງແຂວງ; ການສ້າງຕັ້ງຕາແສງ, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງຄະນະພັກຮາກຖານຕາແສງ; ຄຳແນະນຳກ່ຽວກັບບ້ານ ແລະ ການຈັດຕ້ັງບ້ານ ແລະ ແຜນຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ X (2026- 2030) ໂດຍລົງເລິກບັນດາໂຄງການແຕ່ລະປີ ຊຶ່ງເປັນບັນຫາສໍາຄັນຍຸດທະສາດຂອງພັກເຮົາ, ຈະເປັນບ່ອນອີງໃຫ້ແກ່ການນຳພາ- ຊ້ີນຳຂອງສູນກາງພັກໃນການຍູ້ແຮງການສ້າງການຫັນປ່ຽນໃໝ່ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບ ດ້ານໃນ 5 ປີຕໍ່ໜ້າ.
ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ດໍາເນີນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນພວມເບີກບານມ່ວນຊື່ນສະເຫລີມສະຫລອງຜົນສຳເລັດການເລືອກຕ້ັງຜູ້ແທນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ຜູ້ແທນ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຢ່າງເປັນຂະບວນຟົດຟ້ືນ ແລະ ພວກເຮົາຫາກໍສຳເລັດການຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ ຄ້ັງທີ XII ຂອງພັກຊຶ່ງຜົນສຳເລັດດັ່ງກ່າວ, ເຕັມໄປດ້ວຍເນ້ືອໃນອັນສຳຄັນທີ່ເປັນການສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນເຂ້ົາສູ່ລວງເລິກ, ສ້າງທ່ວງທ່າ ແລະ ພ້ືນຖານອັນໜັກແໜ້ນໃຫ້ແກ່ການນໍາພາປະເທດຊາດພົ້ນຈາກຄວາມທຸກຍາກ-ຄວາມດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ.
ກອງປະຊຸມຄັ້ງນີ້, ຍັງເປັນການເປີດສາກໃຫ້ແກ່ການຜັນຂະຫຍາຍມະຕິ XII ຂອງພັກ, ເປັນກອງປະ ຊຸມທີ່ມີລັກສະນະບຸກທະລຸ, ເປີດກວ້າງຈິນຕະນາການໃນການນໍາພາຊີ້ນໍາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ XII ຂອງພັກ; ສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ຄວາມເປັນເອກະພາບສູງພາຍໃນຄະນະບໍລິຫານງານສູນກາງພັກຕໍ່ແຜນວຽກ, ລະບອບແບບແຜນນໍາພາຊ້ີນໍາ, ຄວາມຮັບຜິດຊອບການເມືອງ ຂອງຄະນະບໍລິຫານງານສູນກາງພັກ ແລະ ກຳມະການສູນກາງພັກສະໄໝທີ XII. ພ້ອມນີ້, ສະຫາຍ ເລຂາທິການໃຫຍ່ຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້, ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ສຸມສະຕິປັນຍາຄົ້ນຄວ້າ ແລະ ປະກອບຄຳຄິດ, ຄຳເຫັນຢ່າງມີຈຸດສຸມ, ເນັ້ນໃສ່ການແກ້ໄຂບັນຫາ ແລະ ການຊອກທາງອອກທີ່ສາມາດປະຕິບັດໄດ້.
