ເສີມຂະຫຍາຍມູນເຊື້ອ 23 ສິງຫາເຫດການສຳຄັນທາງປະຫວັດສາດ (23/8/1945 ແລະ 23/8/1975)

*ເຫດການປະຫວັດສາດທີ່ເກີດຂຶ້ນ ໃນວັນທີ 23 ສິງຫາປີ1975 ໄດ້ກາຍເປັນເຫດທີ່ສຳຄັນເຫດການໜຶ່ງ ເປັນວັນທີ່ປວງຊົນລາວທັງຊາດ ໄດ້ພ້ອມກັນລຸກຮື້ຂຶ້ນ ເພື່ອລົບລ້າງກົງຈັກກອງບັນຊາການ ຂອງລະບອບເກົ່າທີ່ເປັນເຄື່ອງມືຮັບໃຊ້ໃຫ້ແກ່ຈັກກະພັດ. ໃນເຫດການດັ່ງກ່າວນັ້ນໂດຍສະເພາະ ເຫດການທີ່ເກີດຂຶ້ນຢູ່ ນະຄອນຫລວງວຽງຈັນ ຊຶ່ງເປັນທີ່ຕັ້ງຂອງສູນກາງກົງຈັກ ບັນຊາການຂອງລະບອບເກົ່າ ທີ່ລັດທິຈັກກະພັດໄດ້ສ້າງຕັ້ງຂຶ້ນ, ເວລານັ້ນປວງຊົນລາວທົ່ວນະຄອນຫລວງວຽງຈັນ ກໍຄືປວງຊົນທັງຊາດໄດ້ຕົກຢູ່ ໃນສະພາບອັດຕະຄັດ, ຖືກກົດຂີ່ຂູດຮີດ, ບໍ່ມີສິດເສລີພາບ ແລະຖືກຄອບງຳໃນທຸກດ້ານ.
ການລຸກຮືຂຶ້ນຢຶດອຳນາດ ໃນວັນດັ່ງກ່າວຈຶ່ງເປັນຫົນທາງດຽວ ໃນການຍູ້ແຮງໃຫ້ແກ່ຂະບວນການ ຕໍ່ສູ້ປົດປ່ອຍຊາດ, ປະກາເອກະລາດໃນທົ່ວປະເທດ. ດ້ວຍເຫດນັ້ນ, ເຫດການດັ່ງກ່າວໄດ້ມີຄວາມສຳຄັນ ຊຶ່ງສ່ອງແສງໃຫ້ເຫັນບາງບັນຫາດັ່ງນີ້:
ອັນທີ ໜຶ່ງ, ການລຸກຮືຂຶ້ນຂອງປະຊາຊົນລາວບັນດາເຜົ່າ ເພື່ອຢຶດອຳນາດການປົກຄອງ ທົ່ວປະເທດ ໃນປີ 1975 ໄດ້ເປັນການປະກອບສ່ວນ ເຮັດໃຫ້ພາລະກິດແຫ່ງການ ປະຕິວັດຊາດ-ປະຊາທິປະໄຕ ໄດ້ສຳເລັດຜົນ ແລະສາມາດປົດປ່ອຍປະເທດຊາດ ເປັນເອກະລາດໄດ້ຢ່າງສົມບູນ.
ອັນທີສອງ, ການລຸກຮືຂຶ້ນຢຶດອຳນາດ ການປົກຄອງທົ່ວປະເທດໃນປີ 1975 ໄດ້ເຮັດໃຫ້ການປະຕິວັດລາວກ້າວເຂົ້າສູ່ໄລຍະໃໝ່ ໄລຍະແຫ່ງການສືບຕໍ່ສ້າງ ແລະຂະຫຍາຍລະບອບ ປະຊາທິປະໄຕປະຊາຊົນ, ສ້າງປະຖົມປັດໄຈ ເພື່ອກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ ໃນບາດລ້ຽວໃໝ່ຂອງການປະຕິວັດລາວ.
ອັນທີສາມ, ການລຸກຮືຂຶ້ນຢຶດອຳນາດການປົກຄອງທົ່ວປະເທດໃນປີ 1975 ໄດ້ເປັນໜຶ່ງໃນ 3 ບາດຄ້ອນຍຸດທະສາດ ຊຶ່ງໄດ້ປາກົດຜົນເປັນຈິງ ແລະສາມາດຍາດໄດ້ ໄຊຊະນະອັນສະຫງ່າລາສີ ໂດຍພາຍໃຕ້ການນຳພາ ຂອງພັກປະຊາຊົນປະຕິວັດລາວ.
ເພື່ອເຮັດໃຫ້ຖັນແຖວຊາວໜຸ່ມ-ໄວໜຸ່ມ, ນັກຮຽນ, ນັກສຶກສາ, ພະນັກງານ-ລັດຖະກອນ, ສະມາຊິກພັກແລະປະຊາຊົນລາວບັນດາເຜົ່າກຳໄດ້ ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອ 23 ສິງຫາ ກໍຄືມູນເຊື້ອອັນດີງາມ ຂອງປວງຊົນລາວບັນດາເຜົ່າ ໃຫ້ເປັນຂະບວນກວ້າງຂວາງໃນສັງຄົມ, ປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່ຄວນເອົາໃຈໃສ່ບາງບັນຫາດັ່ງນີ້: ທຸກຂົງເຂດວຽກງານ ເວົ້າລວມ, ເວົ້າສະເພາະຢູ່ຕາມສະຖາບັນການສຶກສາ, ໂຮງຮຽນຕ່າງໆ ໃນທົ່ວປະເທດຕ້ອງໄດ້ເອົາໃຈໃສ່ ຕໍ່ການປັບປຸງກົນໄກ ການໂຄສະນາເຜີຍແຜ່ດ້ວຍຮູບການຕ່າງໆ ຢ່າງປະດິດສ້າງເປັນຕົ້ນຖື ເອົາການສິດສອນວິຊາປະຫວັດສາດ ເພື່ອຊີ້ແຈງ, ອະທິບາຍເຖິງສະພາບເຫດການຕ່າງໆ ທາງປະຫວັດສາດ. ເອົາໃຈໃສ່ຕໍ່ການປູກຝັງແນວຄິດມັກອ່ານ, ມັກຄົ້ນຄວ້າ, ສະແຫວງຫາຄວາມຮູ້, ມັກສະຫລຸບສັງລວມ ບັນຫາທີ່ໄດ້ຜ່ານການອ່ານ, ຜ່ານການຮຽນຮູ້ໃຫ້ແກ່ຖັນແຖວ ຊາວໜຸ່ມ-ໄວໜຸ່ມ, ນັກຮຽນ, ນັກສຶກສາ, ພະນັກງານ-ລັດຖະກອນ, ສະມາຊິກພັກແລະປະຊາຊົນລາວ ບັນດາເຜົ່າພ້ອມນັ້ນ ກໍສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ມີໂອກາດ ໄດ້ລົງເບິ່ງຕົວຈິງສະພາບຮ່ອງຮອຍ ທາງປະຫວັດສາດ ເພື່ອໃຫ້ເຂົາເຈົ້າສາມາດ ກຳໄດ້ທາງດ້ານຂໍ້ມູນ ແລະຮ່ອງຮອຍທີ່ເກີດຂຶ້ນ ໃນປະຫວັດສາດ.ຖືເອົາການເຜີຍແຜ່ ຜ່ານສື່ໂທລະພາບ ໂດຍສະເພາະລາຍການ ເຫດການປະຫວັດສາດ ໃຫ້ນັບມື້ນັບຫລາຍຂຶ້ນ, ທັງກຳນົດ ແລະ ຈັດສັນເວລາລາຍການດັ່ງກ່າວ ໃຫ້ເໝາະສົມ ເພື່ອດຶງດູດຊາວໜຸ່ມ-ໄວໜຸ່ມ ໄດ້ຫັນມາສົນໃຈໃນການສຶກສາ, ຮຽນຮູ້ກ່ຽວກັບປະຫວັດສາດລາວ.