ທ່ານ ສີ ຈິ້ນຜິງ ເຂົ້າຮ່ວມພິທີສະເຫລີມສະຫລອງວັນສ້າງຕັ້ງເຂດປົກຄອງຕົນເອງຊີ່ຈ້າງຄົບຮອບ 60 ປີ

21/08/2025 16:31
Email Print 83
KPL - Asean 2024 ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການ ສູນກາງພັກ ກອມມູນິດຈີນ ໄດ້ຮ່ວມກັບ ພະນັກງານ ແລະ ປະຊາຊົນ ບັນດາເຜົ່າ ຂອງເຂດຊີ່ຈ້າງ ປະມານ 20.000 ຄົນ ເຂົ້າຮ່ວມ ພິທີສະເຫລີມ ສະຫລອງ ວັນສ້າງຕັ້ງ ເຂດປົກຄອງຕົນເອງ ຊີ່ຈ້າງ ຄົບຮອບ 60 ປີ ຢ່າງສຸດໃຈ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ວັນທີ 21 ສິງຫານີ້ ຢູ່ສະໜາມຫລວງ ວັງໂປຕາລາ ນະຄອນ ລາຊາ ເຂດປົກຄອງຕົນເອງ ຊີ່ຈ້າງຈີນ, ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການ ສູນກາງພັກ ກອມມູນິດຈີນ ໄດ້ຮ່ວມກັບ ພະນັກງານ ແລະ ປະຊາຊົນ ບັນດາເຜົ່າ ຂອງເຂດຊີ່ຈ້າງ ປະມານ 20.000 ຄົນ ເຂົ້າຮ່ວມ ພິທີສະເຫລີມ ສະຫລອງ ວັນສ້າງຕັ້ງ ເຂດປົກຄອງຕົນເອງ ຊີ່ຈ້າງ ຄົບຮອບ 60 ປີ ຢ່າງສຸດໃຈ.ຈາກນັ້ນ ທ່ານ ວາງຮູ້ນິງ ກໍາມະການປະຈໍາ ກົມການເມືອງ ສູນກາງພັກ ກອມມູນິດຈີນ, ປະທານ ສະພາ ປຶກສາ ການເມືອງ ປະຊາຊົນ ແຫ່ງຊາດຈີນ ທັງເປັນຫົວໜ້າ ຄະນະຜູ້ແທນ ສູນກາງ ໄດ້ມອບປ້າຍຊົມເຊີຍ ໃຫ້ແກ່ ເຂດປົກຄອງຕົນເອງຊີ່ຈ້າງ ທີ່ມີຄໍາຈາລຶກຂອງ ທ່ານ ສີ ຈິ້ນຜິງ ຂຽນວ່າ ຮ່ວມກັນສ້າງ ປະຊາຄົມ ຮ່ວມຊາຕາກໍາ ຊົນຊາດຈີນ, ຂຽນປະຫວັດສາດ ໜ້າໃໝ່ ໃຫ້ແກ່ ຊີ່ຈ້າງທີ່ ສວຍງາມ”.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL