ອິນເດຍ ນຳເຂົ້ານ້ຳມັນຣັດເຊຍ ຫລຸດລົງເຖິງ 3ເທົ່າ
Email
Print
83

KPL - Asean 2024
ນ້ຳມັນດິບທີ່ ຣັດເຊຍ ສົ່ງອອກໄປ ອິນເດຍ ຫລຸດລົງ 3ເທົ່າ ເນື່ອງຈາກ ມາດຕະການ ຂວຳບາດຂອງ ສະຫະພາບ ເອີຣົບ(ອີຢູ) ແລະ ມາດຕະການພາສີ ຂອງ ສ.ອາເມລິກາ ສົ່ງຜົນຕໍ່ທຸລະກິດພະລັງງານ ທີ່ມີຄວາມສຳຄັນ ຢ່າງຍິ່ງຕໍ່ ຣັດເຊຍ.

ຂປລ.ເວັບໄຊທ໌ ຂອງໜັງສືພິມ Moscow Times ລາຍງານວ່າ: ນ້ຳມັນດິບທີ່ ຣັດເຊຍ ສົ່ງອອກໄປ ອິນເດຍ ຫລຸດລົງ 3ເທົ່າ ເນື່ອງຈາກ ມາດຕະການ ຂວຳບາດຂອງ ສະຫະພາບ ເອີຣົບ(ອີຢູ) ແລະ ມາດຕະການພາສີ ຂອງ ສ.ອາເມລິກາ ສົ່ງຜົນຕໍ່ທຸລະກິດພະລັງງານ ທີ່ມີຄວາມສຳຄັນ ຢ່າງຍິ່ງຕໍ່ ຣັດເຊຍ.ປະລິມານ ນ້ຳມັນດິບ ຣັດ ເຊຍ ທີ່ສົ່ງອອກໄປອິນເດຍ ຢູ່ວັນລະ 400.000ຖັງ ໃນເດືອນສິງຫານີ້ ຫລຸດລົງມາຈາກ ວັນລະ 1,18 ລ້ານຖັງ ທີ່ສົ່ງອອກໄປອິນເດຍ ສະເລ່ຍຕັ້ງແຕ່ຕົ້ນປີ ຈົນເຖິງ ເດືອນກໍລະກົດ ຜ່ານມາ.ຂະນະທີ່ ສ.ອາເມລິກາ ປະກາດເກັບພາສີອີກ 25%ກັບສິນຄ້າອິນເດຍ ຍ້ອນອິນເດຍ ຍັງຄົງຊື້ນ້ຳມັນກັບ ຣັດເຊຍ ເຮັດໃຫ້ ອິນເດຍ ຖືກ ສ.ອາເມລິກາ ຂຶ້ນພາສີ 50% ແລະ ຈະມີຜົນຕັ້ງແຕ່ ວັນທີ17ກັນຍາປີນີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ