ອິດສະຣາແອັນ ອະນຸຍາດໃຫ້ລົດຂົນສົ່ງເຄື່ອງຊ່ວຍເຫລືອ 370 ຄັນເຂົ້າເຂດກາຊາ
Email
Print
83

KPL - Asean 2024
ອົງການ ປະສານງານ ບັນດາການເຄື່ອນໄຫວ ຂອງລັດຖະບານ ອິດສະຣາແອັນ ຢູ່ເຂດດິນແດນ (COGAT) ໃຫ້ຮູ້ວ່າ ມີລົດຂົນສົ່ງ ເຄື່ອງຊ່ວຍເຫລືອ ມະນຸດ ສະທຳ ປະມານ 370 ຄັນໄດ້ເຂົ້າເຂດ ກາຊາ ຜ່ານບັນດາ ດ່ານຊາຍແດນ Kerem Shalom ແລະ Zikim

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ອົງການ ປະສານງານ ບັນດາການເຄື່ອນໄຫວ ຂອງລັດຖະບານ ອິດສະຣາແອັນ ຢູ່ເຂດດິນແດນ (COGAT) ໃຫ້ຮູ້ວ່າ ມີລົດຂົນສົ່ງ ເຄື່ອງຊ່ວຍເຫລືອ ມະນຸດ ສະທຳ ປະມານ 370 ຄັນໄດ້ເຂົ້າເຂດ ກາຊາ ຜ່ານບັນດາ ດ່ານຊາຍແດນ Kerem Shalom ແລະ Zikim, ໂດຍ ສປຊ ແລະ ບັນດາ ອົງການ ຈັດຕັ້ງສາກົນ ຮັບເອົາ. ນອກຈາກນັ້ນ, ມີລົດຂົນສົ່ງ ເຊື້ອເພີງ ຈຳນວນໜຶ່ງຂອງ ສປຊ ກໍໄດ້ເຂົ້າເຂດ ກາຊາ ເພື່ອຮັບໃຊ້ການເຄື່ອນໄຫວມະນຸດສະທຳ ທີ່ຈຳເປັນ.ຕາມ ສປຊ, ກາຊາ ຕ້ອງການລົດບັນທຸກ ເຄື່ອງຊ່ວຍເຫລືອ 600 ຄັນຕໍ່ວັນ ຈຶ່ງສາມາດ ຕອບສະໜອງ ຄວາມຕ້ອງການ ທັນຍາຫານ ໃຫ້ແກ່ ສາມັນຊົນປະມານ 2 ລ້ານຄົນ ໃນເຂດ ດິນແດນຂອງຊາວ ປາແລັດສະຕິນນີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ