ກຳປູເຈຍ ມີຄວາມຍິນດີ ສ.ອາເມລິກາ ຫລຸດພາສີເຫລືອ 19%

01/08/2025 22:01
Email Print 83
KPL - Asean 2024 ທ່ານ ຮຸນມາເນດ ນາຍົກ ລັດຖະມົນຕີ ກຳປູເຈຍ ໂພສຂໍ້ຄວາມທາງເຟສບຸກວ່າ ກຳປູເຈຍ ໄດ້ຮັບ ການຫລຸດ ອັດຕາ ພາສີ ຂອງ ສ.ອາເມລິກາ ຈາກ 49% ລົງມາເຫລືອ 36% ແລະ ອັດຕາ ສຸດທ້າຍແມ່ນ 19% ຖືເປັນ ຂ່າວດີ

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ພະນົມເປັນ ປະເທດ ກຳປູເຈຍ ເມື່ອວັນທີ 1 ສິງຫາວ່າ: ທ່ານ ຮຸນມາເນດ ນາຍົກ ລັດຖະມົນຕີ ກຳປູເຈຍ ໂພສຂໍ້ຄວາມທາງເຟສບຸກວ່າ ກຳປູເຈຍ ໄດ້ຮັບ ການຫລຸດ ອັດຕາ ພາສີ ຂອງ ສ.ອາເມລິກາ ຈາກ 49% ລົງມາເຫລືອ 36% ແລະ ອັດຕາ ສຸດທ້າຍແມ່ນ 19% ຖືເປັນ ຂ່າວດີ ທີ່ສຸດ ສຳລັບ ກຳປູເຈຍ ໃນການສືບຕໍ່ ພັດທະນາ ປະເທດຕໍ່ໄປ. ໃນຂະນະທີ່ ກຳປູເຈຍ ສົ່ງອອກ ສິນຄ້າ ໄປຍັງ ສ.ອາເມລິກາ ລວມມີມູນຄ່າ ປະມານ 10 ຕື້ໂດລາ ສະຫະລັດ ເມື່ອປີກາຍນີ້ ແລະ ນຳເຂົ້າ ສິນຄ້າ ຈາກ ສ.ອາເມລິກາ ດ້ວຍມູນຄ່າພຽງ 264 ລ້ານໂດລາ ສະຫະລັດ, ໂດຍເກັບພາສີ ສະເລ່ຍ ໃນອັດຕາ 29,4%.

KPL