ສຸມໃສ່ຫລາຍໜ້າວຽກ ເພື່ອປັບປຸງວຽກງານ ສາທາລະນະສຸກ

25/06/2026 11:22
Email Print 83
KPL - Asean 2024 ຂປລ. ອາທິດ​ຜ່ານມາ ກະຊວງ​ສາທາລະນະ​ສຸກ ໄດ້ຈັດກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດ ວຽກງານຈັດຕັ້ງຂອງຂະແໜງການສາທາລະນະສຸກ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ

ຂປລ. ອາທິດ​ຜ່ານມາ ກະຊວງ​ສາທາລະນະ​ສຸກ ໄດ້ຈັດກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດ  ວຽກງານຈັດຕັ້ງຂອງຂະແໜງການສາທາລະນະສຸກ 5 ປີ (2021-2025)  ແລະ ທິດທາງແຜນການ 5 ປີ (2026-2030) ຂຶ້ນພາຍໃຕ້ຄຳຂວັນ: ປັບປຸງລະບົບການຈັດຕັ້ງໃຫ້ເຂັ້ມແຂງ ແລະ ພັດທະນາພະນັກງານລັດຖະກອນ ສາທາລະນະສຸກໃຫ້ເປັນມືອາຊີບ ເພື່ອຕອບສະໜອງການບໍລິການ ສາທາລະນະສຸກໃຫ້ມີຄຸນສະພາບ,ທັນສະໄໝ ແລະ ເປັນເຈົ້າໂຕເອງເທື່ອລະກ້າວ   ທັງ​ນີ້​ກໍ​ເພື່ອສະ​ຫລຸບ​ຕິ​ລາຄາວຽກງານ​ ​ແລະ ຜົນ​ສໍາ​ເລັດ​ທີ່​ຍາດ​ມາ​ໄດ້ຂອງຂະແໜງສາທາລະນະສຸກ 5 ປີຜ່ານ​ມາ. ພ້ອມກັນນັ້ນ,  ກອງປະຊຸມໄດ້ຮັບຮອງທິດທາງແຜນການ 5 ປີ (2026-2030) ແລະ ແຜນວຽກຈຸດສຸມ ປະຈໍາປີ 2026 ​ເພື່ອ​ເຮັດ​ໃຫ້​ປະຊາຊົນ ​ເຊື້ອໝັ້ນ​ໃນ​ລະບົບ​ແພດໝໍລາວ ແລະ ​ເຂົ້າ​ເຖິງ​ບໍລິການ​ຫລາຍ​ຂຶ້ນ.

          ທ່ານ ນາງ ໃບຄຳ ຂັດທິຍະ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກ ​ໃຫ້​ຮູ້​ວ່າ: ​ເພື່ອ​ເປັນ​ປັບປຸງ​ວຽກງານ​ສາທາລະ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ ຈຶ່ງ​ມີ​ການເພີ່ມທະວີບົດບາດການນຳພາ-ຊີ້ນຳ ຂອງຄະນະພັກ-ຄະນະຮາກຖານພັກທຸກຂັ້ນ ຕໍ່ກັບວຽກງານສາທາລະນະສຸກ ຢ່າງໃກ້ຊິດຕິແທດ, ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນຄວາມຮັບຜິດຊອບໂດຍກົງຂອງຄະນະພັກທຸກຂັ້ນ; ເອົາໃຈໃສ່ ສ້າງ ແລະ ປັບປຸງນິຕິກຳຕ່າງໆ ເປັນຕົ້ນ ຄົ້ນຄວ້າຜັນຂະຫຍາຍບັນດານິຕິກໍາຕ່າງໆ ເພື່ອກະກຽມການຫັນເປັນພາລະກອນສາທາລະນະສຸກ ຂອງບັນດາໂຮງໝໍກຸ້ມຕົນເອງ, ຄົ້ນຄວ້າມາດຖານໃຫ້ນາມມະຍົດແພດແຫ່ງຊາດ ແລະ ແພດປະຊາຊົນ, ຕຳແໜ່ງວິຊາການ, ມາດຖານຜູ້ທີ່ໄດ້ຮັບອຸດໜູນທາດເບື່ອ, ອຸດໜູນສາທາ, ຄົ້ນຄວ້ານະໂຍບາຍການໃຫ້ຄ່າຕອບແທນເງິນເວນຍາມໃຫ້ເປັນເອກະພາບ, ການໃຫ້ຍ້ອງຍໍຜົນງານປະຈຳປີ ແລະ ຍ້ອງຍໍໃນຂະບວນການຕ່າງໆ;  ສຸມໃສ່ປັບປຸງພາລະບົດບາດ, ສິດ ແລະ ໜ້າທີ່ ຂອງກະຊວງສາທາລະນະສຸກ, ການໂຮມບາງກົມກອງ ແລະ ບາງສູນ ທີ່ມີພາລະບົດບາດໜ້າທີ່ໃກ້ຄຽງກັນ ພ້ອມທັງປັບປຸງພາລະບົດບາດຂອງແຕ່ລະກົມກອງໃຫ້ຈະແຈ້ງ ແລະ ກຳນົດຕຳແໜ່ງໃຫ້ເໝາະສົມ ສາມາດເຄື່ອນໄຫວໄດ້ຢ່າງຄ່ອງຕົວ ແລະ ມີປະສິດທິຜົນ; ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 2026-2030 ຂັ້ນສູນກາງຄຸ້ມຄອງ, ຂັ້ນກະຊວງຄຸ້ມຄອງ ແລະ ສົມທົບກັບພະແນກສາທາລະນະສຸກແຂວງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ. ປັບປຸງລະບົບພື້ນຖານໂຄງລ່າງ, ສື່ການຮຽນ-ການສອນ ຂອງສະຖານການສຶກສາສາທາລະນະສຸກໃຫ້ໄດ້ມາດຕະຖານ, ເອົາໃຈໃສ່ຕໍ່ວຽກງານກໍ່ສ້າງ-ບຳລຸງພະນັກງານ ເພື່ອສະໜອງການບໍລິການສຸຂະພາບ ໃນແຕ່ລະຂັ້ນຕາມທິດຫັນເປັນມືອາຊີບ ແລະ ໃຫ້ບັນລຸຕາມບັນດາຕົວຊີ້ບອກຂອງຍຸດທະສາດພັດທະນາຊັບພະຍາກອນມະນຸດສາທາລະນະສຸກ ຮອດປີ 2030; ພ້ອມທັງສືບຕໍ່ພົວພັນປະສານປະສານງານຮ່ວມມື ກັບບັນດາຄູ່ຮ່ວມພັດທະນາ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຍາດແຍ່ງທຶນການສຶກສາ ແລະ ຍົກລະດັບພະນັກງານ ໃຫ້ໄດ້ຕາມແຜນກຳນົດໄວ້;  ສ້າງເງື່ອນໄຂພິເສດ ໃຫ້ນັກຮຽນ ຫລື ພະນັກງານຊົນເຜົ່າ ຜູ້ດ້ອຍໂອກາດເປັນບູລິມະສິດໄດ້ເຂົ້າມາຮຽນຢູ່ສະຖານການສຶກສາສາ ທາລະນະສຸກ ອາດສ້າງຫ້ອງຮຽນໃຫ້ກະກຽມຄວາມພ້ອມກ່ອນເຂົ້າຮຽນປີ 1 ເພື່ອຍົກລະດັບຄຸນນະພາບຂອງການຮຽນຂອງເຂົາເຈົ້້າ, ໃຫ້ທຶນການສຶກສາ ແລະ ຍົກເວັ້ນຄ່າຮຽນສຳຫຼັບນັກ ຮຽນຊົນເຜົ່າຜູ້ດ້ອຍໂອກາດ; ປັບປຸງລະບົບຖານຂໍ້ມູນລັດຖະກອນ ໃຫ້ສາມາດເຊື່ອມສານກັບລະບົບຖານຂໍ້ມູນຕ່າງໆທີ່ກ່ຽວຂ້ອງ;ສຸມໃສ່ບັນຈຸແພດ, ພະຍາບານ ແລະ ຜະດຸງຄັນ ໃສ່ສຸກສາລາໃຫ້ເພີ້ມຂຶ້ນ 70% ຂອງຈໍານວນສຸກສາລາທັງໝົດ ໃນປີ 2030, ກໍ່ສ້າງ ຍົກລະດັບ ແລະ ບັນຈຸແພດຊ່ຽວຊານ ທີ່ຈຳເປັນ ໃສ່ບັນດາສະຖານທີ່ບໍລິການປິ່ນປົວ ໂດຍສະເພາະໂຮງໝໍເມືອງທີ່ເປັນເປົ້າໝາຍໃຫ້ສາມາດຜ່າຕັດໄດ້;ກຳນົດ ພາລະບົດບາດ ແລະ ໂຄງປະກອບດ້ານບຸກຄະລາກອນສາທາລະນະສຸກ ໃຫ້ໂຮງໝໍຕາແສງ ຢ່າງໜ້ອຍ ໃຫ້ມີວິຊາ ແພດ, ພະຍາບານ, ຜະດຸງຄັນ, ການຢາ, ວິເຄາະ, ທັນຕະແພດ (6-8 ຄົນຕໍ່ແຫ່ງ).

KPL