ອິນຟູເອັນເຊີ ຈາກລາວ “ ຄວ້າລາງວັນໃຫຍ່ "The Best Influencer of Laos 2026" ທີ່ປະເທດຈີນ
![]()
ຂປລ. ເປັນເລື່ອງທີ່ໜ້າພາກພູມໃຈຫລາຍ ເມື່ອອິນຟູເອັນເຊີ (ຜູ້ເຮັດຄອນເທັນອອນລາຍດີເດັ່ນ) ທີ່ມີຊື່ສຽງຈາກລາວ ໄດ້ແກ່: ຕ້ອມ SKY Thakhek - ສະກາຍ ທ່າແຂກ ແລະ Nong Phouthasone , ຄູໂຈໂຈ້ jojo khamphichit, ມີນາສາວລາວ ໄດ້ສ້າງຊື່ສຽງໃນເວທີສາກົນ ໂດຍການຄວ້າລາງວັນໃຫຍ່ “ຜູ້ສ້າງຄອນເທັນອອນລາຍດີເດັ່ນປະຈຳປີ 2026” “The Best Influencer of Laos 2026” ໃນງານ South Asia & Southeast Asia Online Content Creators Conference 2026 (The 1st) ຊຶ່ງຈັດຂຶ້ນທີ່ນະຄອນຄຸນໝິງ ສປ ຈີນ ເມື່ອຕົ້ນອາທິດຜ່ານມານີ້.
![]()
ກອງປະຊຸມຜູ້ສ້າງເນື້ອຫາອອນລາຍອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ປີ 2026 (South Asia & Southeast Asia Online Content Creators Conference 2026 (The 1st)ແມ່ນທີ່ຈັດຂຶ້ນເພື່ອເຊື່ອມໂຍງ ອິນຟູເອັນເຊີ ແລະ ເປັນການເຜີຍແຜ່ທາງວັດທະນະທໍາ ໂດຍມີອິນຟູເອັນເຊີ ຊື່ດັງ 30 ຄົນ ຈາກ 10 ປະເທດ ໃນພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ໂດຍການມອບລາງວັນ ກໍຈະມີຫລາຍລາຍການ ຊຶ່ງອິນຟູເອັນເຊີ ຈາກລາວກໍໄດ້ຮັບລາວວັນ "The Best Influencer of Laos 2026".
![]()
ການໄດ້ຮັບລາງວັນໃນຄັ້ງນີ້ ຖືເປັນການຢັ້ງຢືນເຖິງສັກກະຍະພາບ, ຄວາມສາມາດ ແລະ ຄຸນນະພາບໃນການສ້າງສັນຄອນເທນຂອງຄູໂຈໂຈ້ ທີ່ໂດດເດັ່ນ ແລະ ເປັນທີ່ຍອມຮັບໃນລະດັບສາກົນ 💥 ສຳລັບໃຜທີ່ມັກ ໃນຜົນງານ, ເປັນແຟນຄັບ ທີ່ຄອຍຕິດຕາມ ຂອງທັງ4 ຄົນ ກໍຢ່າລືມເຂົ້າໄປຮ່ວມກົດໄລ, ກົດແຊ ແລະ ຄອມເມັ້ນສະແດງຄວາມຍິນດີ ກັບລາງວັນແຫ່ງຄວາມພາກພູມໃຈຄັ້ງນີ້ ເພື່ອເປັນກໍາລັງໃຈໃນການສ້າງສັນຜົນງານທີ່ດີອອກສູ່ສັງຄົມ.
