ສື່ມວນຊົນມີບົດບາດສຳຄັນໃນການເປັນສື່ກາງເຊື່ອມໂຍງລະຫວາງ ພັກ-ລັດ ແລະ ປະຊາຊົນ

25/06/2026 11:33
Email Print 83
KPL - Asean 2024 ຂປລ. ວຽກງານຖະແຫລງຂ່າວ-ສື່ມວນຊົນ ມີບົດບາດສຳຄັນຢ່າງຍິ່ງ ເປັນພາຫະນະທີ່ສຳຄັນໃນການເຂົ້າເຖິງ ແລະ ຫັນປ່ຽນສະພາບແນວຄິດດັ້ງເດີມຂອງປະຊາຊົນ ແລະ ຕ້ານກົນອຸບາຍອັນເລິກແລບຂອງອິດທິກຳລັງປໍລະປັກ; ພ້ອມນັ້ນ ຍັງມີບົດບາດໃນການສຶກສາ ອົບຮົມແນວຄິດ, ເຕົ້າໂຮມຄວາມສາມັກຄີປອງດອງ, ເສີມຂະຫຍາຍປະຊາທິ ປະໄຕ, ສ້າງທັດສະນະຫລັກໝັ້ນ ແລະ ຄວາມເຊື່ອໝັ້ນຕໍ່ອຸດົມຄະຕິ ແລະ ການນຳພາຂອງພັກ

ຂປລ. ວຽກງານຖະແຫລງຂ່າວ-ສື່ມວນຊົນ ມີບົດບາດສຳຄັນຢ່າງຍິ່ງ ເປັນພາຫະນະທີ່ສຳຄັນໃນການເຂົ້າເຖິງ ແລະ ຫັນປ່ຽນສະພາບແນວຄິດດັ້ງເດີມຂອງປະຊາຊົນ ແລະ ຕ້ານກົນອຸບາຍອັນເລິກແລບຂອງອິດທິກຳລັງປໍລະປັກ; ພ້ອມນັ້ນ ຍັງມີບົດບາດໃນການສຶກສາ ອົບຮົມແນວຄິດ, ເຕົ້າໂຮມຄວາມສາມັກຄີປອງດອງ, ເສີມຂະຫຍາຍປະຊາທິ ປະໄຕ, ສ້າງທັດສະນະຫລັກໝັ້ນ ແລະ ຄວາມເຊື່ອໝັ້ນຕໍ່ອຸດົມຄະຕິ ແລະ ການນຳພາຂອງພັກ, ໂຄສະນາປຸກລະດົມປະ ຊາຊົນ ບັນດາເຜົ່າເຂົ້າຮ່ວມ ການປະຕິວັດຊາດປະຊາທິປະໄຕ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ປຸກລະດົມຂົນຂວາຍປະຊາຊົນເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ, ຫັນປ່ຽນເສດຖະ ກິດທຳມະຊາດເປັນເສດຖະກິດສິນຄ້າ, ປຸກລະດົມທົ່ວປວງຊົນເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດຶງດູດເອົາການຮ່ວມມື, ການຊ່ວຍເຫລືອ ແລະ ລົງທຶນຈາກຕ່າງປະເທດ. ນອກຈາກນັ້ນ, ສື່ມວນຊົນຍັງເປັນອົງປະກອບສຳຄັນໃນການເຜີຍແຜ່ນະໂຍບາຍ, ແນວທາງຜົນງານຂອງພັກ-ລັດ ແລະ ກົດໝາຍຂອງພັກ-ລັດໃຫ້ເຂົ້າເຖິງປະຊາຊົນຢ່າງກວ້າງຂວາງ, ເປັນຊ່ອງທາງໃນການສະທ້ອນຄວາມຄິດເຫັນ, ຄວາມຕ້ອງການ ແລະ ສຽງຂອງປະຊາຊົນໄປສູ່ອົງການບໍລິຫານ ຊຶ່ງໃນສັງຄົມປັດຈຸບັນສື່ມວນຊົນບໍ່ພຽງແຕ່ເຮັດໜ້າທີ່ລາຍງານຂ່າວ ແຕ່ຍັງເປັນຜູ້ໃຫ້ຄວາມຮູ້, ສ້າງຄວາມເຂົ້າໃຈ ແລະ ປູກຈິດສຳນຶກໃຫ້ປະຊາຊົນມີຄວາມຮັບຜິດຊອບຕໍ່ສັງຄົມ. ການນຳສະເໜີຂ່າວທີ່ຖືກຕ້ອງ, ວ່ອງໄວ ແລະ ທັນເຫດການ ຈະຊ່ວຍສ້າງຄວາມເຊື່ອໝັ້ນ ແລະ ຄວາມສາມັກຄີໃນສັງຄົມ, ຄຽງຄູ່ກັບການຕ້ານຂ່າວບິດເບືອນ, ສົ່ງເສີມຄຸນຄ່າທາງວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດໃຫ້ຄົງຢູ່ສືບໄປ ແລະ ຊຸກຍູ້ການສ້າງສາພັດທະນາປະເທດໃຫ້ຈະເລີນກ້າວໜ້າ.

ຕະຫລອດໄລຍະຜ່ານມາ ພາຍໃຕ້ການນໍາພາໂດຍກົງຂອງພັກ, ການຄຸ້ມຄອງຢ່າງໃກ້ຊິດຂອງລັດ, ການສະໜັບສະໜູນ ຂອງປະຊາຊົນບັນດາເຜົ່າ ແລະ ການຊ່ວຍເຫລືອ ຈາກປະເທດເພື່ອນ ມິດຍຸດທະສາດ ແລະ ອົງການຈັດຕັ້ງສາກົນອື່ນໆ; ຂະແໜງການຖະແຫລງຂ່າວ, ສື່ມວນຊົນ ໄດ້ຮັບການພັດທະນາ, ມີຄວາມກ້າວໜ້າ, ເຕີບໃຫຍ່ ແລະ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.  ໃນປີຜ່ານມາສື່ມວນຊົນໄດ້ປະກອບສ່ວນສຳຄັນ ໃນບັນດາຜົນສຳເລັດຂອງການຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ອັນສຳຄັນແມ່ນການ ປະກອບສ່ວນເຂົ້າໃນ ການໂຄສະນາເຜີຍແຜ່ ການເຄື່ອນໄຫວວຽກງານການຕ່າງປະເທດ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະສົບຜົນສຳເລັດ ຢ່າງສະຫງ່າງາມ ຊຶ່ງໄດ້ເຮັດໃຫ້ຖານະບົດບາດ ແລະ ຊື່ສຽງຂອງ ສປປ ລາວພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ມາຮອດປັດຈຸບັນ ວຽກງານຖະແຫລງຂ່າວ, ສື່ມວນຊົນ ໄດ້ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວ ທ່າມກາງສິ່ງທ້າທາຍທົດຊອບນາໆປະການ. ອັນພົ້ນເດັ່ນແມ່ນໄດ້ປັບປ່ຽນຮູບແບບ ການເຜີຍແຜ່ຂໍ້ມູນຂ່າວສານຜ່ານລະ ບົບອອນລາຍ ເພື່ອກະຈາຍຂໍ້ມູນໃຫ້ສັງຄົມ ໄດ້ຮັບຮູ້ຢ່າງທົ່ວເຖິງທັງຮັບປະກັນໄດ້ຄວາມຖືກຕ້ອງ, ວອງໄວ ແລະ ຊັດເຈນ.

ໃນສະພາບການສາກົນມີການຜັນແປໄປຢ່າງໄວວາ ແລະ ສັບສົນ, ມີທັງກາລະໂອກາດ ແລະ ສິ່ງທ້າທາຍທົດສອບ, ແຕ່ຂະແໜງການສື່ມວນຊົນ ກໍໄດ້ມີຄວາມພະຍາຍາມໃນການປະຕິບັດໜ້າທີ່ການເມືອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ຮັບຜົນສໍາເລັດໃນຫລາຍດ້ານ ໂດຍສະເພາະໄດ້ເຮັດບົດບາດສໍາຄັນຍຶດໝັ້ນໃນແນວທາງນະໂຍບາຍ ແລະ ອຸດົມການຂອງພັກຢ່າງໜັກແໜ້ນ, ໄດ້ປະກອບສ່ວນເຂົ້າໃນການຕໍ່ສູ້ຕ້ານບັນດາຖ້ອຍທໍານອງໃສ່ຮ້າຍປ້າຍສີ ແລະ ທັດສະນະຜິດພາດ, ຕ້ານການສໍ້ລາດບັງຫລວງ, ສິ່ງຫຍໍ້ທໍ້ໃນສັງຄົມ, ປຸກລະດົມນໍ້າໃຈຮັກຊາດ ຮັກລະບອບໃໝ່ຂອງປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ, ເປັນເຈົ້າການສຸມໃສ່ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ, ດໍາເນີນພາລະກິດປ່ຽນແປງໃໝ່ ເພື່ອຈຸດໝາຍປະເທດຊາດມັ່ງຄັງ ເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ ມີປະຊາ ທິປະໄຕ, ຍຸຕິທຳ ແລະ ສີວິໄລ ຕາມທິດສັງຄົມນິຍົມ; ໃນນັ້ນ, ຂະແໜງການສື່ມວນຊົນ ແລະ ການພິມຈຳໜ່າຍ ຍັງໄດ້ມີການພັດທະນາຕົນເອງທາງດ້ານປະລິມານ ແລະ ຄຸນນະພາບ, ບັນດາພາຫະນະສື່ມວນຊົນ ໄດ້ນໍາໃຊ້ວິທະຍາສາດທີ່ກ້າວໜ້າ ເຕັກໂນໂລຊີຂໍ້ມູນ-ຂ່າວສານທັນສະໄໝ. ນອກຈາກນີ້ກໍຕ້ອງໄດ້ພັດທະນາຕົນເອງ ໃຫ້ກ້າວສູ່ຄຸນນະພາບຕາມທິດຫັນເປັນທັນສະໄໝ ເພື່ອເປັນເຄື່ອງມືອັນແຫລມຄົມ ແລະ ມີໝາກຜົນໃນການໂຄສະນາເຜີຍແຜ່ແນວທາງ, ແຜນນະ ໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ເພື່ອປຸກລະດົມຊຸກຍູ້ປະຊາຊົນບັນດາເຜົ່າປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ສິດເປັນເຈົ້າປະເທດຊາດຂອງປະຊາຊົນບັນດາເຜົ່າ, ເປັນແຫລງຂໍ້ມູນ-ຂ່າວສານ, ໃຫ້ສາລະຄວາມຮູ້ ແລະ ຄວາມບັນເທີງໃຫ້ມະຫາຊົນ ຕອບຕ້ານຖ້ອຍທໍານອງຂອງຄົນບໍ່ຫວັງດີ ແລະ ອິດທິກຳລັງປໍລະປັກ ໃຫ້ທັນການ. ພ້ອມນີ້, ຕ້ອງໄດ້ເອົາໃຈໃສ່ປະຕິບັດກົດໝາຍວ່າດ້ວຍສື່ມວນຊົນ ຢ່າງເຂັ້ມງວດ ແລະ ມີໝາກຜົນຕົວຈິງ.
KPL