ອາຊີ ພວມສ້າງຕະຫລາດການຄ້າໃໝ່ ຫລັງນະໂຍບາຍພາສີ ອາເມລິກາ ປະກາດໃຊ້

15/07/2025 12:54
Email Print 83
KPL - Asean 2024 ນະໂຍບາຍ ພາສິ ນຳເຂົ້າ ທີ່ເຂັ້ມງວດຂອງ ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ໃນໄລຍະທີ 2 ພວມກະຕຸ້ນ ໃຫ້ ບັນດາ ປະເທດ ໃນພາກພື້ນ ອາຊີ ປັບປ່ຽນ ຍຸດທະສາດ ການຄ້າສາກົນ ຫລັງຈາກ ຜະເຊີນກັບ ໄພຂົ່ມຂູ່ ດ້ວຍພາ ສີ ນຳເຂົ້າ ສູງຂຶ້ນ ທີ່ມີກຳນົດ ການບັງຄັບໃຊ້ ໃນວັນທີ 1ສິງຫານີ້

ຂປລ.ຕາມຂ່າວຈາກ ນີວຢອກທາມ, ວັນທີ15 ກໍລະກົດນີ້, ນະໂຍບາຍ ພາສິ ນຳເຂົ້າ ທີ່ເຂັ້ມງວດຂອງ ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ໃນໄລຍະທີ 2 ພວມກະຕຸ້ນ ໃຫ້ ບັນດາ ປະເທດ ໃນພາກພື້ນ ອາຊີ ປັບປ່ຽນ ຍຸດທະສາດ ການຄ້າສາກົນ ຫລັງຈາກ ຜະເຊີນກັບ ໄພຂົ່ມຂູ່ ດ້ວຍພາສີ ນຳເຂົ້າ ສູງຂຶ້ນ ທີ່ມີກຳນົດ ການບັງຄັບໃຊ້ ໃນວັນທີ 1ສິງຫານີ້ ກະຕຸ້ນ ໃຫ້ປະເທດຕ່າງໆ ໂດຍສະເພາະ ໃນພາກພື້ນ ອາຊີ ເລັ່ງຫາຄູ່ຄ້າ ທາງເລືອກໃໝ່ ເພື່ອຫລຸດຜ່ອນ ການເອື່ອຍອີງ ຈາກຕະຫລາດ ສະຫະລັດ ອາເມລິກາ ເຖິງວ່າ ການປ່ຽນແປງ ດັ່ງກ່າວ ຈະຜະເຊີນກັບ ຄວາມທ້າທາຍ ທັງໃນ ໂຄງສ້າງ ເສດຖະກິດ ແລະ ການເຊື່ອງໂຍງກັບ ພາກພື້ນ. ໂດຍສະເພາະ ສ.ເກົາຫລີ ຂະຫຍາຍ ເຄື່ອຂ່າຍ ທາງການທູດ ກັບອົດສະຕຣາລີ ແລະ ເຢຍລະມັນ ອາດເຂົ້າຮ່ວມ CPTPP ເພື່ອປັບຍຸດທະສາດ ການຄ້າ, ສສ ຫວຽດນາມ ພະຍາຍາມຫລຸດ ການເອື່ອຍອີງ ຜູ້ບໍລິໂພກ ຊາວອາເມລິກາ ໂດຍຫັນໄປໃຊ້ປະໂຫຍດ ຈາກຂໍ້ຕົກລົງ ການຄ້າອື່ນໆ, ອິນໂດເນເຊຍ ຈະສຳເລັດ ຂໍ້ຕົກລົງ ການຄ້າກັບ ສະຫະພາບ ເອີຣົບ ເພື່ອຫລຸດພາສີ ແລະ ເປີດຕະຫລາດໃໝ່. ສ່ວນ ບຣາຊິນ ແລະ ອິນໂດເນເຊຍ ປະກາດ ແຜນເພີ່ມການຄ້າ ທະວິພາຄີ ຊຶ່ງເປັນຕົວຢ່າງ ຂອງການສ້າງ ເຄື່ອຂ່າຍ ການຄ້າສາກົນ ພວມພັດທະນາ ຢ່າງເຂັ້ມແຂງ ແລະ ປະເທດອື່ນໆ ພວມປັບປ່ຽນ ນະໂຍບາຍ ການຄ້າ ຮອບໃໝ່./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL