ລາວ ແລະ ປາກິດສະຖານ ປຶກສາ ຫາລືການພົວພັນຮ່ວມມືສອງຝ່າຍ

15/07/2025 11:30
Email Print 83
KPL - Asean 2024 ຂປລ. ໃນວັນທີ 10 ກໍລະກົດ 2025 ຜ່ານມສ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂມຮຳມັດ ອີຊັກ ດາຣ (Muhammad Ishaq Dar) ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ



ຂປລ. ໃນວັນທີ
10 ກໍລະກົດ 2025 ຜ່ານມສ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂມຮຳມັດ ອີຊັກ ດາຣ (Muhammad Ishaq Dar) ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 32 ແລະ ບັນດາກອງປະຊຸມ ລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ, ມາເລເຊຍ.




ໃນການພົບປະ
, ສອງຝ່າຍໄດ້ສະແດງຄວາມຍິນດີ ທີ່ໄດ້ມີໂອກາດພົບປະກັນໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນ ການສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ປະກິດສະຖານ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຕໍ່ໜ້າ. ພ້ອມນີ້, ສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ ໂດຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີນຳກັນ ນັບຕັ້ງແຕ່ສອງປະທດໄດ້ສ້າງຕັ້ງ ສາຍພົວພັນການທູດນຳກັນ ແຕ່ວັນທີ 15 ກໍລະກົດ 1965 (ຄົບຮອບ 60 ປີ). ພ້ອມກັນນີ້, ສອງຝ່າຍ ຍັງປຶກສາຫາລືການຮ່ວມມື ໃນຕໍ່ໜ້າຂອງສອງປະເທດ ໂດຍສະເພາະ ແມ່ນການຊຸກຍູ້ໃຫ້ມີການແລກປ່ຽນ ການຢ້ຽມຢາມ ເຊິ່ງກັນ ແລະ ກັນ ໃຫ້ຫລາຍຂຶ້ນ, ເຫັນດີໃຫ້ສືບຕໍ່ກົນໄກການຮ່ວມມືສອງຝ່າຍ ກໍຄືກອງປະຊຸມປຶກສາຫາລືດ້ານການເມືອງ, ພ້ອມທັງຊຸກຍູ້ການພົວພັນຮ່ວມມື ໃນຂົງເຂດທີ່ສອງຝ່າຍມີທ່າແຮງ ເປັນຕົ້ນ ດ້ານກະສິກໍາ, ພະລັງງານ, ການທ່ອງທ່ຽວ ແລະ ອື່ນໆ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບການຮ່ວມມືໃນຂອບຫລາຍຝ່າຍ, ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມສົນໃຈ.

ຂ່າວ-ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ
KPL