ເມືອງຫ້ວຍຊາຍ ສົ່ງເສີມປະຊາຊົນປູກໝາກນັດເປັນສິນຄ້າ

*ເມືອງຫ້ວຍຊາຍ ກໍ່ເປັນອີກເມືອງໜຶ່ງຂອງແຂວງບໍ່ແກ້ວ ທີ່ເອົາໃຈໃສ່ຊຸກຍູ່ສົ່ງເສີມການຜະລິດໝາກນັດນອກລະດູຢູ່ເມືອງຫ້ວຍຊາຍ ໂດຍສະເພາະແມ່ນການປູກພືດເປັນສີນຄ້າຕາມວິຊາການ ໄດ້ລົງຊຸກຍູ້ສົ່ງເສີມແຕ່ລະກຸ່ມບ້ານ ໂດຍສະເພາະແມ່ນເຕັກນິກວິທີ ການປູກໝາກນັດນອກລະດູໃຫ້ປະ ຊາຊົນທົ່ວເມືອງຫ້ວຍຊາຍມີ 24 ບ້ານ, ມີ 131 ຄອບຄົວ, ໃນເນື້ອທີ່ 45,16 ເຮັກຕາ, ໃນນັ້ນຜະລິດໝາກນັດນອກລະດູມີ 11 ບ້ານ, ມີ 91 ຄອບຄົວ, ປູກໃນເນື້ອທີ່ 18,46 ເຮັກຕາ.
ທ່ານ ສົມຊາຍ ຕັງມີຈິດ ຮອງຫົວໜ້າໜ່ວຍງານປູກຝັງຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຫ້ວຍຊາຍ ໃຫ້ຮູ້ວ່າ: ບ້ານຫ້ວຍດິນຈີ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນບ້ານໜຶ່ງໃນການເຮັດອາຊີບການກະເສດເປັນຕົ້ນແມ່ນເຮັດນາ ປູກເຂົ້າ, ປູກຢາງພາລາ, ໝາກກ້ຽງ ແລະ ປູກພືດຕ່າງໆ. ນອກນັ້ນປະຊາຊົນຍັງໄດ້ປູກໝາກນັດເປັນອາຊີບເສີມ, ທົ່ວບ້ານມີເນື້ອທີ່ປູກໝາກນັດ 34,85 ເຮັກຕາ, ມີ 40 ຄອບຄົວໃນນັ້ນ, ການປູກໝາກນັດມີ 2 ລະດູການ ຄື: ຜະລິດໃນລະດູການ ແລະ ນອກລະດູການ, ການຜະລິດໝາກນັດໃນລະດູລາຄາແມ່ນບໍ່ຄ່ອຍດີປານໃດ ເພາະເປັນລະດູຝົນ ແລະ ຜົນຜະລິດມີຫລາຍ, ບ້ານອື່ນກໍ່ສາມາດຜະລິດໄດ້ສ່ວນຫລາຍຈະເກັບກ່ຽວຜົນຜະລິດໃນລະດູດຽວກັນ ແລະ ໄດ້ຂາຍໃນໄລຍະເດືອນ 6 ຫາເດືອນ 8 ໃນລາຄາໜ່ວຍລະ 5.000 ກີບ ຫາ 15.000 ກີບ ຂຶ້ນກັບຂະໜາດຂອງແຕ່ລະໜ່ວຍ. ສໍາລັບການຜະລິດໝາກນັດນອກລະດູການ, ມີ 38 ຄອບຄົວ, ໃນເນື້ອທ່ີ 4,6 ເຮັກຕາ, ຜົນຜະລິດແມ່ນຈະເກັບກ່ຽວ ແລະ ຂາຍໃນເດືອນ 3 ຫາເດືອນ 5 ເປັນລະດູແລ້ງຄວາມຕ້ອງການຂອງຕະຫລາດຫລາຍຈຶ່ງເຮັດໃຫ້ລາຄາໝາກນັດ ມີລາຄາສູງຜົນຜະລິດນອກລະດູປະມານ 15.000 ໜ່ວຍຕໍ່ເຮັກຕາ ສະເລຍລາຄາຂາຍປະມານ 10.000 ກີບ ຫາ 20.000 ກີບຕໍ່ໜ່ວຍ, 1 ເຮັກຕາສາມາດຂາຍໄດ້ 60-70 ລ້ານກີບຕໍ່ລະດູການ. ດັ່ງຄອບຄົວ ທ່ານ ດາເຊຍ ທໍ່ ຫົວໜ້າກຸ່ມປູກໝາກນັດ ບ້ານຫ້ວຍດິນຈີ ເມືອງຫ້ວຍຊາຍ ໃຫ້ຮູ້ວ່າຕົນເອງເລີ່ມຕົ້ນປູກນັດແຕ່ປີ 2019 ໃນເນື້້ອທີ່ 1 ເຮັກຕາ, ໃນນັ້ນ ປູກໝາກນັດນອກລະດູໃນເນື້້ອທີ່ 3 ໄລ່, ພາຍໃນຄອບຄົວ, ມີສະມາຊິກ 10 ຄົນ, ໃນນັ້ນສາມາດອອກແຮງງານໄດ້ມີ 4 ຄົນ, ປີໜຶ່ງສາມາດສ້າງລາຍຮັບຈາກການຂາຍໝາກນັດໄດ້ 35 ລ້ານກີບຕໍ່ລະດູການ. ນອກນັ້ນ ຕົ້ນເອງຍັງເຮັດນາປູກເຂົ້າ ແລະ ປູກຢາງພາລານໍາອີກ. ພ້ອມນັ້ນທ່ານກໍ່ໄດ້ສະເໜີມາຍັງພັກ-ລັດ ກໍ່ຄື ພາກສ່ວນທີ່ກ່ຽວຂ້ອງຈົ່ງຊ່ວຍຊຸກຍູ້ ແລະ ຊອກຕະຫລາດສົ່ງອອກຜົນຜະລິດເພາະປັດຈຸບັນໝາກນັດ ຢູ່ແຂວງເຮົາແມ່ນມີຫລາຍຈຶ່ງເຮັດໃຫ້ລາຄາຕໍ່າ