ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຕ້ອນຮັບ ທູດຍີ່ປຸ່ນ ປະຈຳລາວ

ຂປລ. ໃນວັນທີ 14 ກໍລະກົດ 2025 ນີ້, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ໃນໂອກາດທີ່ ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ຖືກແຕ່ງຕັ້ງ ໃຫ້ມາດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຄົນໃໝ່.
ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ໂຄອິຊຶມິ ຊຶໂຕມຸ ທີ່ໄດ້ນໍາພາຄະນະເດີນທາງມາຢ້ຽມຢາມ ແລະ ອວຍພອນ ໃນໂອກາດທີ່ໄດ້ຮັບຕຳແໜ່ງໃໝ່ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມື ດ້ານຕ່າງໆ ໂດຍສະເພາະ ດ້ານການສຶກສາ ແລະ ກິລາ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາ ຂຶ້ນໄປເລື້ອຍໆ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນອະນາຄົດ ແລະ ຍາວນານ. ພ້ອມນີ້, ທ່ານ ລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄື ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອດ້ານການສຶກສາ ແກ່ ສປປ ລາວ ໃນໄລຍະຜ່ານມາ ຈົນຮອດປັດຈຸບັນ ໂດຍສະເພາະ ໂຄງການປັບປຸງສະໜາມກິລາເຈົ້າອານຸວົງ ທີ່ພວມຈັດຕັ້ງປະຕິບັດຢູ່ ເຊິ່ງມັນໄດ້ປະກອບສ່ວນເຮັດໃຫ້ວຽກງານກິລາ ຂອງ ສປປ ລາວ ໄດ້ຮັບການພັດທະນາ. ພ້ອມທັງລາຍງານໃຫ້ທ່ານທູດ ຮູ້ກ່ຽວກັບສະພາບການພັດທະນາ ວຽກງານດ້ານການສຶກສາ ຢູ່ ສປປ ລາວ ໂດຍສະເພາະ ການປັບປຸງລະບົບການສຶກສາ, ຫລັກສູດ ການຮຽນ-ການສອນ ແລະ ອື່ນໆ. ພ້ອມນີ້, ທ່ານລັດຖະມົນຕີ ຍັງໄດ້ຢຶນຢັນວ່າ ຈະສືບຕໍ່ຈັດຕັ້ງປະຕິບັດ ໂຄງການຊ່ວຍເຫລືອທີ່ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫລືອດ້ານການສຶກສາ ແລະ ກິລາ ໃນໄລຍະຜ່ານມາ ໃຫ້ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ພັດທະນາຂຶ້ນໄປເລື້ອຍໆ.
ທ່ານ ໂຄອິຊຶມິ ຊຶໂຕມຸ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ທອງສະລິດ ມັງໜໍ່ເມກ ທີ່ໄດ້ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງ ສະແດງຄວາມຊົມເຊີຍ ຕໍ່ທ່ານ ທອງສະລິດ ມັງໜໍ່ເມກ ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ມາດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຄົນໃໝ່. ພ້ອມທັງ ຢືນຢັນວ່າ ຈະສືບຕໍ່ເປັນຂົ້ວຕໍ່ ໃນການສະໜັບສະໜູນ ຊ່ວຍເຫລືອດ້ານການສຶກສາ ຢູ່ ສປປ ລາວ ຕື່ມອີກ ໃນອະນາຄົດ ແລະ ຍາວນານ.