ອາຊຽນ+3 ໃຫ້ຄຳໝັ້ນສັນຍາເຊື່ອມໂຍງດ້ານເສດຖະກິດ


ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງ ກົວລາລຳເປີ, ປະເທດ ມາເລເຊຍ, ບັນດາ ປະເທດ ອາຊຽນ ພ້ອມກັບ ຍີ່ປຸ່ນ, ສປ ຈີນ ແລະ ສ.ເກົາຫລີ (ASEAN+3, APT) ໄດ້ຢືນຢັນຄືນໃໝ່ ຄຳໝັ້ນສັນຍາ ເພີ່ມທະວີ ການເຊື່ອມໂຍງ ດ້ານເສດຖະກິດ ເຂົ້າກັບພາກພື້ນ ແລະ ຮັກສາ ລະບົບ ການຄ້າ ຫລາຍຝ່າຍ ບົນກົດໝາຍ ໃນສະພາບການ ຂາດຄວາມ ສະຖຽນ ລະພາບ ດ້ານເສດຖະກິດ ແລະ ການຄ້າທົ່ວໂລກ ທີ່ເພີ່ມຂຶ້ນ. ຖະແຫລງ ການ ຂອງປະທານ ອາຊຽນ 2025 ພາຍຫລັງ ກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ອາຊຽນ + 3 ຄັ້ງທີ 26 ໃຫ້ຮູ້ວ່າ: ບັນດາ ລັດຖະມົນຕີ ໄດ້ຊົມເຊີຍ ເລື່ອງຮັບຮອງ ເອົາຖະແຫລງການ ຂອງບັນດາ ການນຳ ອາຊຽນ ກ່ຽວກັບ ການຮັບມືກັບ ຄວາມຂາດ ສະຖຽນ ລະພາບ ດ້ານເສດຖະກິດ ແລະ ການຄ້າ ທົ່ວໂລກ. ກອງປະຊຸມ ກໍ່ເນັ້ນໜັກເຖິງ ຄວາມຈຳເປັນ ຕ້ອງຊຸກຍູ້ ແລະ ຍົກສູງບັນດາ ສັນຍາ ການຄ້າເສລີ ກັບບັນດາ ຄູ່ຮ່ວມມື ພາຍນອກ, ປັບປຸງກຳລັງແຮງ ຂອງລະບົບ ສະໜອງ ແລະ ຫັນ ສັນຍາ ຄູ່ຮ່ວມມື ເສດຖະກິດ ຮອບດ້ານພາກພື້ນ (RCEP) ໃຫ້ໄດ້ສູງທີ່ສຸດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ