ອິດສະຣາແອນ ຍັງບໍ່ທັນພ້ອມທີ່ຈະສິ້ນສຸດສົງຄາມຢູ່ເຂດກາຊາ


ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ແງ່ຫວັງ ສິ້ນສຸດສົງຄາມ ຢູ່ເຂດກາຊາ ຍັງຜະເຊີນກັບ ສິ່ງທ້າທາຍ ຢ່າງໃຫຍ່ຫລວງ ເມື່ອຝ່າຍ ອິດສະຣາແອນ ສືບຕໍ່ສົ່ງສານ ທີ່ຍັງບໍ່ທັນພ້ອມໃຫ້ແກ່ ການປິດການປະທະກັນ ທີ່ນອງເລືອດ ເຊິ່ງແກ່ຍາວມາ ເປັນເວລາກວ່າ 21 ເດືອນຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດ ເກືອບ 60.000 ຄົນ.ຫລັງຈາກ ໂທລະພາບຊ່ອງ 12 ຂອງ ອິດສະຣາແອັນ ໄດ້ໃຫ້ຂ່າວວ່າ: ທ່ານ ບັນຈາມິນ ເນທັນຍາຮູ (Benjamin Netanyahu),ນາຍົກລັດຖະມົນຕີ ອິນລະຣາແອນ ໄດ້ໃຫ້ຄຳໝັ້ນສັນຍາ ຈະເປີດການຕໍ່ສູ້ ຕ້ານຂະບວນການ ອິດສະລາມ ຮາມາດສ ຢູ່ເຂດ ກາຊາ ຄືນໃໝ່, ພາຍຫລັງ ຄຳສັ່ງຢຸດຍິງ 60 ວັນ ຕາມຂໍ້ສະເໜີຂອງ ສ.ອາເມລິກາ ແລະ ບັນດາຝ່າຍ ເຈລະຈາຢູ່ ກາຕາ ໝົດຜົນສັກສິດ.ໃນຂະນະນັ້ນ, ໃນສະພາບຕົວຈິງ, ໃນເວລາ 24 ຊົ່ວໂມງຜ່ານມາ, ບັນດາການບຸກໂຈມຕີ ຂອງ ອິດສະຣາແອັນ ຢູ່ເຂດ ກາຊາ ໄດ້ເຮັດໃຫ້ ມີຜູ້ເສຍຊີວິດ ຢ່າງໜ້ອຍສຸດ139 ຄົນ, ໃນນັ້ນ ມີເດັກນ້ອຍ ແລະ ແມ່ຍິງນັບຫລາຍສີບຄົນ.ຂະນະທີ່ ປະຊາຊົນ ພາຍໃນປະເທດ ພວມໄດ້ຮັບ ຄວາມເດືອດຮ້ອນ ຢ່າງຮຸນແຮງ ແລະ ຕ້ອງການຊ່ວຍເຫລືອ ທາງມະນຸດສະທຳ ຢ່າງຮີບດ່ວນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ