ລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຣັດເຊຍ ຮ່ວມພົບປະສອງຝ່າຍ

11/07/2025 14:40
Email Print 83
KPL - Asean 2024 ຂປລ. ​ໃນ​ວັນ​ທີ 10 ກໍລະກົດ 2025 ທີ່ ກົວລາລໍາເປີ, ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ​ໄດ້​ພົບ​ປະ​ປຶກສາຫາລືສອງຝ່າຍ​ ກັບ ທ່ານ ເຊຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ ໃນໂອກາດນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງ ປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ (AMM) ຄັ້ງທີ 58 ໃນວັນທີ 7-11 ກໍລະກົດ 2024 ທີ່ ກົວລາລໍາເປີ, ມາເລເຊຍ.

ຂປລ. ​ໃນ​ວັນ​ທີ 10 ກໍລະກົດ 2025 ທີ່ ກົວລາລໍາເປີ, ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ​ໄດ້​ພົບ​ປະ​ປຶກສາຫາລືສອງຝ່າຍ​ ກັບ ທ່ານ ເຊຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ ໃນໂອກາດນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງ ປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ (AMM) ຄັ້ງທີ 58 ໃນວັນທີ 7-11 ກໍລະກົດ 2024 ທີ່ ກົວລາລໍາເປີ, ມາເລເຊຍ.

ສອງຝ່າຍ ໄດ້ຕີ​ລາຄາ​ສູງ​ການ​ພົບ​ປະ​ສອງ​ຝ່າຍ​ ລະຫວ່າງ​ ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ ລາວ ​ແລະ ຣັດ​ເຊຍ ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພາກ​ພື້ນ ​ແລະ ສາກົນ ໄດ້​ກາຍ​ເປັນປະເພນີປະຕິບັດຮ່ວມກັນ​ເປັນ​ປະຈຳ​ຂອງ ​ທັງ​ສອງ​ປະ​ເທດ ຊຶ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ​ທີ່​ເປັນ​ມູນ​ເຊື້ອ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ອັນ​ດີງາມ ​ບົນ​ພື້ນຖານ​​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລະຫວ່າງ ສປປ ລາວ ແລະ ສ ຣັດ ເຊຍ. ບົນຈິດໃຈດັ່ງກ່າວ, ສອງຝ່າຍ ໄດ້ທົບທວນຄືນ ແລະ ຕິີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ໃນໄລຍະຜ່ານມາ, ພ້ອມທັງໄດ້ຕົກລົງເຫັນດີເພີ່ມທະວີ ການພົວພັນ ສອງ ຝ່າຍໃນຫາຍຂົງເຂດໃນອະນາຄົດ ເຊັ່ນ: ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ວຽກງານຊີວະພາບ, ການສຶກສາ, ການທະຫານ, ດ້ານກົດໝາຍ, ວັດທະນະທໍາ ແລະ ການທ່ອງທ່ຽວ ແລະ ອື່ນໆ ທີ່ສອງຝ່າຍມີທ່າແຮງ ເພື່ອນໍາມາຊຶ່ງຜົນປະໂຫຍດຮ່ວມກັນ.

ໃນຂອບການພົວພັນຫລາຍຝ່າຍ, ໄດ້ພ້ອມກັນຕີລາຄາສູງຕໍ່ການແລກປ່ຽນ ທັດສະນະຮ່ວມກັນ ໃນເວທີຫາຍ ຝ່າຍ, ລວມທັງການສະຫນັບສະໜູນເຊິ່ງກັນ ແລະ ກັນ ໃນເວທີສາກົນ. ນອກນີ້, ຍັງໄດ້ຕີລາຄາສູງຕໍ່ການຮ່ວມມື ຂອບອາຊຽນ-ຣັດເຊຍ ໃນໄລຍະຜ່ານມາ.

KPL