ກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມື ແມນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 16


ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 10 ກໍລະກົດນີ້ ຢູ່ ມາເລເຊຍ, ທ່ານ ບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ໄດ້ເປັນ ປະທານຮ່ວມ ກອງປະຊຸມ ລັດຖະມົນຕີ ກະຊວງ ການຕ່າງປະເທດ ຮ່ວມມື ແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 16, ໃນຂອບເຂດ ກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ອາຊຽນຄັ້ງທີ 58 ແລະ ບັນດາ ກອງປະຊຸມ ທີ່ກ່ຽວຂ້ອງ. ໃນໂອກາດນີ້, ທ່ານ ບຸຍແທັງເຊີນ ສະເໜີ ກົນໄກຮ່ວມມື ແມ່ນ້ຳຂອງ-ຍີ່ປຸ່ນ (MJC, ລວມມີ 6 ປະເທດສະມາຊິກ ຄື: ກຳປູເຈຍ, ສປປ ລາວ, ມຽນມາ, ຍີ່ປຸ່ນ, ໄທ ແລະ ສສ ຫວຽດນາມ) ຕ້ອງປ່ຽນແປງ ຈິນຕະນາການ ແລະ ວິທີການສຳຜັດ, ສຸມໃສ່ 3 ຂົງເຂດ ບຸລິມະສິດ ລວມມີ: ການເຊື່ອມຕໍ່ ພື້ນຖານໂຄງລ່າງ ແລະ ໜູນຊ່ວຍ ບັນດາວິສາຫະກິດ ຂະໜາດກາງ ແລະ ນ້ອຍ, ຈຸນລະວິສາຫະກິດ (MSMEs) ຜ່ານຂໍ້ລິເລີ່ມ ການຄ້າ ຂ້າມຊາຍແດນ, ຍູ້ແຮງ ການຫັນເປັນ ດີຈີຕອນ ແລະ ນະວັດຕະກຳ, ສ້າງສູນດີຈີຕອນ, ໝູນໃຊ້ເຕັກໂນໂລຊີ ສີຂຽວ, ເພີ່ມທະວີ ວິທີການ ລະຫວ່າງ ຂະແໜງ ສຳລັບ ບັນດາສິ່ງທ້າທາຍ ຄວາມໝັ້ນຄົງ ດ້ານສະບຽງ ອາຫານ-ນ້ຳ-ພະລັງງານ, ຊຸກຍູ້ ການຖ່າຍທອດ ເຕັກໂນໂລຢີ ແລະ ພັດທະນາ ພະລັງງານ ທົດແທນ. ນອກນີ້ ຍັງໄດ້ກ່າວ ເນັ້ນໜັກເຖິງ ບົດບາດ ຂອງຂົງເຂດ ເອກະຊົນ ໃນການຫັນການຮ່ວມມື MJC ໃຫ້ປະກົດ ຜົນເປັນຈິງ, ສະເໜີ ຈັດຕັ້ງ ເວທີປາໄສ ວິສາຫະກິດ ແມ່ນ້ຳຂອງ-ຍີ່ປຸ່ນ ເປັນປະຈຳ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ