ສປ ຈີນ-ມາເລເຊຍ ສັນຍາຍົກເວັ້ນວີຊາຕໍ່ກັນ ເລີ່ມນຳໃຊ້ວັນທີ 17 ກໍລະກົດນີ້


ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, “ສັນຍາ ວ່າດ້ວຍ ການຍົກເວັ້ນ ວີຊາ ຕໍ່ຜູ້ຖືໜັງສື ຜ່ານແດນ ທາງລັດຖະການ ແລະ ໜັງສື ຜ່ານແດນ ທົ່ວໄປ ຂອງກັນ ລະຫວ່າງ ລັດຖະບານ ສາທາລະນະລັດ ປະຊາຊົນຈີນ ແລະ ລັດຖະບານ ມາເລເຊຍ” ຈະມີຜົນບັງຄັບໃຊ້ ເລີ່ມແຕ່ ວັນທີ 17 ກໍລະກົດນີ້ ເປັນຕົ້ນໄປ. ສຳລັບ ຜູ້ຖືໜັງສື ຜ່ານແດນ ທາງລັດຖະການ ແລະ ໜັງສື ຜ່ານແດນ ທົ່ວໄປ ຂອງ ສປ ຈີນ ທີ່ຢູ່ໃນອາຍຸ ການນຳໃຊ້ ກໍຄື ຜູ້ຖືໜັງສື ຜ່ານແດນ ທົ່ວໄປ ຂອງມາເລເຊຍ ທີ່ຢູ່ໃນອາຍຸການ ນຳໃຊ້ ເຊິ່ງມີຈຸດປະສົງ ເພື່ອທ່ອງທ່ຽວ ແບບພັກຜ່ອນ ຢ່ອນອາລົມ, ຢ້ຽມຢາມ ຍາດພີ່ນ້ອງ ແລະ ເພື່ອນມິດ, ການເຄື່ອນໄຫວ ດ້ານທຸລະກຳ, ຢ້ຽມຢາມ ແລກປ່ຽນ, ເຮັດວຽກ ສ່ວນຕົວ, ປິ່ນປົວພະຍາດ ແລະ ການຂົນສົ່ງສາກົນ (ຈຸການບິນ), ເຂົ້າ-ອອກເມືອງ ຫລື ຜ່ານແດນ ຢູ່ຝ່າຍກົງກັນຂ້າມ, ອາໄສຢູ່ ບໍ່ກາຍ 30 ວັນ ແລະ ອາໄສບໍ່ກາຍ ຢູ່ 90 ວັນພາຍໃນທຸກໆ 180 ວັນ ແມ່ນສາມາດ ຍົກເວັ້ນ ວີຊາໄດ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ